KPL
ຂປລ. ໃນວັນທີ 3 ກໍລະກົດ 2024 ນີ້, ທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຈາງ ຊີຫລົງ ອະດີດຮອງຫົວໜ້າກົມ, ເຈົ້າໜ້າທີ່ອາວຸໂສຂັ້ນ 1 ກົມພົວພັນ ແລະ ຮ່ວມມືສາກົນ ກະຊວງວັດທະນະທຳ ແລະ ທ່ອງທ່ຽວ ແຫ່ງ ສປ ຈີນ, ພ້ອມຄະນະສະພາອຸດສາຫະກຳການທ່ອງທ່ຽວ ສປ ຈີນ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັບ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ
![](https://kpl.gov.la/Media/Upload/News/Thumb/2024/07/03/1.jpg)
ຂປລ. ໃນວັນທີ 3 ກໍລະກົດ 2024 ນີ້, ທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຈາງ ຊີຫລົງ ອະດີດຮອງຫົວໜ້າກົມ, ເຈົ້າໜ້າທີ່ອາວຸໂສຂັ້ນ 1 ກົມພົວພັນ ແລະ ຮ່ວມມືສາກົນ ກະຊວງວັດທະນະທຳ ແລະ ທ່ອງທ່ຽວ ແຫ່ງ ສປ ຈີນ, ພ້ອມຄະນະສະພາອຸດສາຫະກຳການທ່ອງທ່ຽວ ສປ ຈີນ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັບ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃນລະຫວ່າງວັນທີ 02-07 ກໍລະກົດ 2024.
ໃນໂອກາດນີ້, ທ່ານ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ສະ ແດງຄວາມຍິນດີຕ້ອນຮັບ ທ່ານ ຈາງ ຊີຫລົງ ພ້ອມຄະນະທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວໃນຄັ້ງນີ້, ພ້ອມນັ້ນ ທ່ານຮອງລັດຖະມົນຕີ ກະຖວງ ຖວທ ໄດ້ແຈ້ງໃຫ້ຊາບວ່າ ພັກ-ລັດຖະບານ ແຫ່ງ ສປປ ລາວ ຖືສໍາຄັນວຽກງານການທ່ອງທ່ຽວ ໃນການເປີດກວ້າງການພົວພັນຮ່ວມມືກັບພາຍນອກ ດ້ວຍການໂຄສະນາສົ່ງເສີມການທ່ອງທ່ຽວທາງທຳມະຊາດ, ວັດທະນະທຳ ແລະ ປະຫວັດສາດ ອັນອຸດົມສົມບູນ ໂດຍສະເພາະ ການເປີດປີທ່ອງທ່ຽວລາວ 2024 ນີ້ ກໍໄດ້ໂຄສະນາຜ່ານຫລາຍຮູບຫລາຍແບບ ເພື່ອເຊີນຊວນນັກທ່ອງທ່ຽວ ແລະ ນັກລົງທຶນ ຈາກ ສປ ຈີນ ກໍຄື ນັກທ່ອງທ່ຽວ ຈາກຕ່າງປະເທດ ມາທ່ອງທ່ຽວ ແລະ ລົງທຶນຢູ່ ສປປ ລາວ ໃຫ້ຫລາຍຂຶ້ນກວ່າເກົ່າ. ໃນປີທ່ອງທ່ຽວລາວ 2024 ນີ້, ສປປ ລາວ ວາງເປົ້າໝາຍຈະດຶງດູດໃຫ້ນັກທ່ອງທ່ຽວ ສປ ຈີນ ເຂົ້າມາທ່ອງທ່ຽວ ສປປ ລາວ ໃຫ້ໄດ້ 1,5 ລ້ານເທື່ອຄົນ. ສະນັ້ນ, ຈຶ່ງສະເໜີໃຫ້ບັນດາທ່ານຊ່ວຍຊຸກຍູ້, ໂຄສະນາ ແລະ ສະໜັບສະໜູນ ເພື່ອໃຫ້ບັນລຸຕາມເປົ້າໝາຍ ຫລື ເກີນເປົ້າໝາຍກໍຍິ່ງດີ. ພ້ອມກັນນີ້, ທ່ານຍັງໄດ້ສະແດງຄວາມຂອບໃຈເປັນຢ່າງສູງທີ່ສະພາອຸດສາຫະກຳທ່ອງທ່ຽວ ສປ ຈີນ ໄດ້ເປັນເຈົ້າການສ້າງເງື່ອນໄຂ ແລະ ລະດົມຜູ້ປະກອບການດ້ານທຸລະກິດ ການທ່ອງທ່ຽວ ຈາກ ສປ ຈີນ ເພື່ອມາຢ້ຽມຢາມ ແລະ ແລກປ່ຽນການຮ່ວມມືຕາມແຜນທີ່ກຳນົດໄວ້.
![](https://kpl.gov.la/Media/Upload/News/Thumb/2024/07/03/2.jpg)
ໂອກາດດຽວກັນນີ້, ທ່ານ ຈາງ ຊີຫລົງ ໄດ້ຕາງໜ້າຄະນະ ສະແດງຄວາມຂອບໃຈຕໍ່ທ່ານຮອງລັດຖະມົນຕີ ກະຊວງ ຖວທ ທີ່ໄດ້ໃຫ້ກຽດຕ້ອນຮັບອັນອົບອຸ່ນ. ພ້ອມທັງໄດ້ແຈ້ງຈຸດປະສົງ ຂອງການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ແລະ ຈະໄດ້ໄປຢ້ຽມຊົມ ສະຖານທີ່ທ່ອງທ່ຽວຢູ່ ແຂວງວຽງຈັນ ແລະ ແຂວງຫລວງພະບາງ ອີກຕື່ມ.
ຂ່າວ: ວຽງສະຫວັນ
ພາບ: ຂັນໄຊ
KPL