ຄວາມຈຳເປັນຂອງການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ

03/07/2024 10:36
Email Print 181
KPL ການສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ແມ່ນການເກັບກໍາຂ້ໍມູນທາງດ້ານຄຸນລັກສະນະຂອງພົນລະເມືອງ, ການຂະຫຍາຍຕົວຂອງພົນລະເມືອງ, ການເກີດ, ການເສຍຊີວິດ, ຄວາມພິການ, ການຍົກຍ້າຍ, ແຮງງານ, ການຈົດທະບຽນການເກີດ, ຄຸນລັກສະນະຂອງທີ່ຢູ່ອາໄສ ແລະ ການເຂົ້າເຖິງການບໍລິການຕ່າງໆຂອງພົນລະເມືອງ ໃນ ສປປ ລາວ ໄລຍະ 10 ປີ ຜ່ານມາ.

    *ການສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ແມ່ນການເກັບກໍາຂ້ໍມູນທາງດ້ານຄຸນລັກສະນະຂອງພົນລະເມືອງ, ການຂະຫຍາຍຕົວຂອງພົນລະເມືອງ, ການເກີດ, ການເສຍຊີວິດ, ຄວາມພິການ, ການຍົກຍ້າຍ, ແຮງງານ, ການຈົດທະບຽນການເກີດ, ຄຸນລັກສະນະຂອງທີ່ຢູ່ອາໄສ ແລະ ການເຂົ້າເຖິງການບໍລິການຕ່າງໆຂອງພົນລະເມືອງ ໃນ ສປປ ລາວ ໄລຍະ 10 ປີ ຜ່ານມາ ເພື່ອສ້າງ ແລະ ປັບປຸງລະບົບຂໍ້ມູນຂ່າວສານເພື່ອຕິດຕາມສະພາບການປ່ຽນແປງດ້ານປະຊາກອນ.

      ຜົນຈາກການສຳຫລວດ ພົນລະ ເມືອງ ແລະ ທີ່ຢູ່ອາໄສ ໃນໄລຍະຜ່ານ ມາ ເຫັນວ່າຕະຫລອດໄລຍະ 3 ທົດ ສະວັດຜ່ານມາ ອັດຕາການເພີ່ມຂຶ້ນ ຂອງພົນລະເມືອງແມ່ນມີທ່າອ່ຽງທີ່ ຫລຸດລົງ. ໃນໄລຍະ ແຕ່ປີ 1985- 1995 ອັດຕາການເພີ່ມຂຶ້ນຂອງພົນ ລະເມືອງ ສະເລ່ຍແມ່ນ 2,47% ຕໍ່ປີ, ແຕ່ໃນທົດສະວັດຕໍ່ມາ ໃນໄລ ຍະ ປີ 1995-2005 ເຫັນວ່າ ອັດ ຕາການເພີ່ມຂຶ້ນຂອງພົນລະເມືອງ ຫລຸດລົງມາເປັນ 2,08% ຕໍ່ປີ ແລະ ໃນໄລຍະປີ 2005-2015 ອັດຕາ ການເພີ່ມຂຶ້ນຂອງພົນລະເມືອງ ຫລຸດລົງມາເປັນ 1,45% ຕໍ່ປີ.  ການສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໄສໃນຄັ້ງນີ້ ຈະເປັນແຫລ່ງຂໍ້ມູນທີ່ສໍາຄັນໃນການຕີລາຄາສະພາບ 10 ປີທີ່ຜ່ານມາເພື່ອຮັບໃຊ້ໃຫ້ແກ່ການຕິດຕາມ ແລະ ປະເມີນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX ແລະ ການກະກຽມສ້າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ X ທັງເປັນການສ້າງບົດລາຍງານແຫ່ງຊາດແບບສະໝັກໃຈ ຂອງລັດຖະບານ ລວມທັງການຕິດຕາມເປົ້າໝາຍການພັດທະນາແບບຍືນຍົງ ແລະ ວິໄສທັດຮອດປີ 2030. ສຳລັບຄວາມຕ້ອງການທຶນທັງໝົດ ທີ່ຈະນຳໃຊ້ເຂົ້າໃນການສໍາຫລວດຄັ້ງນີ້ ລວມທັງການຊ່ວຍເຫລືອທາງດ້ານວິຊາການຄາດຄະເນວ່າ ປະມານ 321 ຕື້ກີບ ຫລື ປະມານ 22 ລ້ານໂດລາ. ໃນຈຳນວນດັ່ງກ່າວ ລັດຖະບານໄດ້ນຳສະເໜີເຂົ້າໃນ ແຜນງົບປະມານການລົງທຶນຂອງລັດ ສໍາລັບໂຄງການສົ່ງເສີມວິຊາການໃນໄລຍະ 2023-2025 ທັງໝົດປະມານ 60 ຕື້ກີບ (ຫລື ປະມານ 4,2 ລ້ານໂດລາ); ສ່ວນທີ່ເຫລືອ ແມ່ນຈະໄດ້ສືບຕໍ່ລະດົມຈາກບັນດາອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາ.


    ການສຳຫລວດ ຄັ້ງທີ V ມີຄວາມສຳຄັນຫລາຍ ເພາະຈະເປັນພື້ນຖານໃຫ້ແກ່ການຕີລາຄາຜົນສໍາເລັດ ແລະ ວາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX ແລະ ຄັ້ງທີ X ກໍຄືການບັນລຸການຫລຸດພົ້ນຈາກປະເທດດ້ອຍພັດທະນາ ແລະ ເປົ້າໝາຍພັດທະນາແບບຍືນຍົງ 2030.

ໂດຍ: ສຸວັນນະ

KPL

ຂ່າວອື່ນໆ

    • ການຈັດປະເພດ ຫລື ບັນຊີສັດນໍ້າ ແລະ ສັດປ່າບົດ-ສາລະຄະດີ

      ການຈັດປະເພດ ຫລື ບັນຊີສັດນໍ້າ ແລະ ສັດປ່າ

      7/5/2024 4:16:06 PM

      ໃນມາດຕາ 22 ຂອງກົດໝາຍວ່າດ້ວຍສັດນໍ້າ ແລະ ສັດປ່າ ສະບັບ ປີ 2007 ໄດ້ລະບຸໄວ້ວ່າ: ການຈັດປະເພດ ຫລື ບັນຊີແມ່ນການຈັດແບ່ງປະເພດຂອງສັດແຕ່ລະຊະນິດພັນ ທີ່ແຕກຕ່າງກັນໂດຍອີງຕາມສະພາບ ແລະ ທ່າອ່ຽງຂອງຈຳນວນສັດ.

    • ຫລາຍພາກສ່ວນ ເລັ່ງພັດທະນາວຽກງານຕິດພັນກັບສິ່ງແວດລ້ອມບົດ-ສາລະຄະດີ

      ຫລາຍພາກສ່ວນ ເລັ່ງພັດທະນາວຽກງານຕິດພັນກັບສິ່ງແວດລ້ອມ

      7/5/2024 4:07:55 PM

      ປັດຈຸບັນຫລາຍທ້ອງຖິ່ນໄດເລັ່ງພັດທະນາວຽກງານທີ່ຕິດພັນກັບສິ່ງແວດລ້ອມ ໂດຍສະເພາະຊັບພະຍາກອນປ່າໄມ້, ຊັບພະຍາກອນນ້ຳດ້ວຍການສົ່ງເສີມໃຫ້ມີສ່ວນຮ່ວມປົກປັກຮັກສາ ຊັບພະຍາກອນເຫລົ່ານີ້ຢູ່ທ້ອງຖິ່ນຕົນໂດຍໄດ້ສ້າງ ເປັນໂຄງການ, ແຜນການຄຸ້ມຄອງທີ່ປະຊາຊົນມີສ່ວນຮ່ວມ ເພື່ອເຮັດໃຫ້ສະພາບແວດລ້ອມມີຄວາມອຸດົມສົມບູນຍືນຍົງຕະຫລອດໄປ ທັງເປັນການກອບສ່ວນຍົກລະດັບການປົກຫຸ້ມຂອງປ່າໄມ້ໃຫ້ໄດ້ 70% ຂອງເນື້ອທີ່ທົ່ວປະເທດຕາມແຜນການຂອງລັດຖະບານວາງໄວ້.

    • ຢາສະຜົມຈາກສີມືຄົນລາວ ພວມໄດ້ຮັບຄວາມສົນໃຈບົດ-ສາລະຄະດີ

      ຢາສະຜົມຈາກສີມືຄົນລາວ ພວມໄດ້ຮັບຄວາມສົນໃຈ

      7/4/2024 8:02:19 AM

      ໃນສະພາບເສດຖະກິດຫຍຸ້ງຍາກ ແລະ ເງິນເຟີ້ແບບນີ້ ການຊົມໃຊ້ຜະລິດຕະພັນລາວ ແມ່ນອີກວິທີໜຶ່ງທີ່ທຸກຄົນສາມາດເຮັດໄດ້ໃນການຊ່ວຍກະຕຸກຊຸກຍູ້ເສດຖະກິດ ຂອງປະເທດເຮົາໃຫ້ມີບາດກ້າວດີຂຶ້ນ ເຖິງວ່າຈະບໍ່ໄດ້ຮັບໝາກຜົນຮ້ອຍເປີເຊັນ ແຕ່ຖ້າທຸກຄົນຮ່ວມແຮງຮ່ວມໃຈກັນກໍ່ຈະເຮັດໃຫ້ສະພາບ ຄວາມຫຍຸ້ງຍາກຜ່ານພົ້ນໄປໄດ້.

    • ອຸມົງ-ອຸໂມງ,  ອຸບມຸງ-ອູບມຸງບົດ-ສາລະຄະດີ

      ອຸມົງ-ອຸໂມງ, ອຸບມຸງ-ອູບມຸງ

      7/4/2024 7:40:21 AM

      ຄໍາໃນພາສາລາວ ມີຄວາມໝາຍຄ້າຍຄືກັນນັ້ນມີຫລາຍ, ຄໍາຈໍານວນໜຶ່ງເວລາເວົ້າມັກຈະແຍກຍາກວ່າຂຽນແນວໃດ ເພາະບາງທີຟັງຄືບໍ່ມີຕົວສະກົດ ຫລື ຄໍາພະຍາງໜ້າມີຕົວສະກົດທີ່ມີພື້ນສຽງຄ້າຍຄື ຫລື ໃກ້ຄຽງກັບພະຍັນຊະນະແກນຂອງພະຍາງຖັດໄປທີ່ລວມເປັນຄໍາດຽວກັນ.

    • ການອະນຸລັກສັດນໍ້າ-ສັດປ່າ ແມ່ນພັນທະ ແລະ ໜ້າທີ່ຂອງທົ່ວສັງຄົມບົດ-ສາລະຄະດີ

      ການອະນຸລັກສັດນໍ້າ-ສັດປ່າ ແມ່ນພັນທະ ແລະ ໜ້າທີ່ຂອງທົ່ວສັງຄົມ

      7/3/2024 10:13:12 AM

      ສປປ ລາວ ເປັນປະເທດໜຶ່ງທີ່ອຸດົມຮັ່ງມີ ເຕັມໄປດ້ວຍຊັບພະຍາກອນທໍາມະຊາດ ຊັບໃນດິນສິນໃນນໍ້າ, ມີຊະນິດພັນສັດປ່າຫລາຍກວ່າ 1.000 ຊະນິດ ແລະ ປາພື້ນເມືອງຫລາຍກວ່າ 500 ຊະນິດໂດຍສະເພາະສັດນໍ້າ ແລະ ສັດປ່າທີ່ຫາຍາກ ແລະ ໃກ້ຈະສູນພັນຂອງໂລກ ເຊັ່ນ: ເສົາລາ, ຂະຍຸ, ຊ້າງ, ເສືອໂຄ່ງ, ໂອ່ງ-ມັ່ງ, ປາບຶກ, ປາຂ່າ ແລະ ສັດ ປ່າຊະນິດອື່ນໆ.


Top