KPL
ສປປ ລາວ ເປັນປະເທດໜຶ່ງທີ່ອຸດົມຮັ່ງມີ ເຕັມໄປດ້ວຍຊັບພະຍາກອນທໍາມະຊາດ ຊັບໃນດິນສິນໃນນໍ້າ, ມີຊະນິດພັນສັດປ່າຫລາຍກວ່າ 1.000 ຊະນິດ ແລະ ປາພື້ນເມືອງຫລາຍກວ່າ 500 ຊະນິດໂດຍສະເພາະສັດນໍ້າ ແລະ ສັດປ່າທີ່ຫາຍາກ ແລະ ໃກ້ຈະສູນພັນຂອງໂລກ ເຊັ່ນ: ເສົາລາ, ຂະຍຸ, ຊ້າງ, ເສືອໂຄ່ງ, ໂອ່ງ-ມັ່ງ, ປາບຶກ, ປາຂ່າ ແລະ ສັດ ປ່າຊະນິດອື່ນໆ.
*ສປປ ລາວ ເປັນປະເທດໜຶ່ງທີ່ອຸດົມຮັ່ງມີ ເຕັມໄປດ້ວຍຊັບພະຍາກອນທໍາມະຊາດ ຊັບໃນດິນສິນໃນນໍ້າ, ມີຊະນິດພັນສັດປ່າຫລາຍກວ່າ 1.000 ຊະນິດ ແລະ ປາພື້ນເມືອງຫລາຍກວ່າ 500 ຊະນິດໂດຍສະເພາະສັດນໍ້າ ແລະ ສັດປ່າທີ່ຫາຍາກ ແລະ ໃກ້ຈະສູນພັນຂອງໂລກ ເຊັ່ນ: ເສົາລາ, ຂະຍຸ, ຊ້າງ, ເສືອໂຄ່ງ, ໂອ່ງ-ມັ່ງ, ປາບຶກ, ປາຂ່າ ແລະ ສັດ ປ່າຊະນິດອື່ນໆ. ສັດດັ່ງກ່າວ ແມ່ນມີຄວາມສໍາຄັນຕໍ່ການຮັກສາຄວາມອຸດົມສົມບູນຂອງຊັບພະຍາກອນປ່າໄມ້, ຄວາມສົມດຸນຂອງລະບົບນິເວດໃນທໍາມະຊາດ, ເປັນມໍລະດົກທາງທໍາມະຊາດອັນລໍ້າຄ່າຂອງຊາດລາວເຮົາ.
ສະນັ້ນ, ເພື່ອເປັນການປູກຈິດສຳນຶກ ແລະ ສ້າງຄວາມຮັບຮູ້ເຂົ້າໃຈໃຫ້ແກ່ປວງ ໃນການປະກອບສ່ວນປົກປັກຮັກສາ ແລະ ອະນຸລັກສັດນໍ້າ-ສັດປ່າ ທີ່ເປັນມູນມໍລະດົກຂອງຊາດລາວໃຫ້ມີຄວາມອຸດົມສົມບູນຕະຫລອດໄປນັ້ນພັກ ແລະ ລັດຖະບານໄດ້ກຳນົດເອົາວັນທີ 13 ກໍລະກົດ ເປັນວັນປ່ອຍປາ ແລະ ອະນຸລັກສັດນໍ້າ-ສັດປ່າແຫ່ງຊາດ ໂດຍໄດ້ເລີ່ມແຕ່ປີ 1997 ເປັນຕົ້ນມາ, ວັນສໍາຄັນດັ່ງກ່າວນີ້ກໍໄດ້ກົງກັບວັນເກີດຂອງ ປະທານ ສຸພານຸວົງ ຜູ້ນໍາທີ່ແສນເຄົາລົບຮັກຂອງ ປວງຊົນລາວທັງຊາດ ຊຶ່ງໃນແຕ່ລະປີ ພວກເຮົາກໍໄດ້ພ້ອມກັນຈັດກິດຈະກໍາຕ່າງໆ ເພື່ອປູກຈິດສໍານຶກໃຫ້ແກ່ເຍົາວະຊົນ ແລະ ອະນຸຊົນຮຸ່ນຫລັງກໍຄືທົ່ວສັງຄົມ ໃຫ້ເຫັນຄວາມສໍາຄັນຂອງການອະນຸລັກສັດນໍ້າ-ສັດປ່າ ແນໃສ່ເພີ່ມຄວາມອຸດົມສົມບູນໃຫ້ກັບທໍາມະຊາດປົກປັກຮັກສາລະ ບົບນິເວດໃຫ້ມີຄວາມສົມດູນ ແລະ ຍືນຍົງ.
ພ້ອມດຽວກັນນີ້, ກໍເພື່ອຈາລຶກບຸນຄຸນຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫລວງຂອງ ປະທານ ສຸພານຸວົງ ທີ່ອຸທິດຕົນໃຫ້ແກ່ພາລະກິດແຫ່ງການຕໍ່ສູ້ກູ້ຊາດ ກໍຄືການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງພວກເຮົາ. ໃນປີຜ່ານມາ, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ສົມທົບກັບບັນດາອົງການປົກຄອງທ້ອງຖິ່ນໃນຂອບເຂດທົ່ວປະເທດ ຈັດກິດຈະກໍາໃນວັນປ່ອຍປາ ແລະ ອະນຸລັກສັດນໍ້າ- ສັດປ່າແຫ່ງຊາດ ໂດຍມີປະຊາຊົນ, ພໍ່ຄ້າຊາວຂາຍ, ຜູ້ປະກອບການລວມທັງອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງເຂົ້າຮ່ວມ ແລະ ໃຫ້ການສະໜັບສະໜູນແນວພັນປາ, ແນວພັນສັດນໍ້າ ແລະ ສັດປ່າ ຢ່າງເປັນຂະບວນຟົດຟື້ນ ຊຶ່ງຈໍານວນປາ ແລະ ສັດນໍ້າທີ່ໄດ້ປ່ອຍຄືນສູ່ທຳມະຊາດມີຈຳນວນຫລາຍລ້ານໂຕຊຶ່ງມີທັງປະເພດສັດປ່າປະເພດນົກ, ສັດເລືອ ຄານ ແລະ ສັດປະເພດອື່ນໆ. ປັດຈຸບັນ ໃນທົ່ວປະເທດມີສູນ, ສະຖານີທີ່ຜະລິດລູກປາຂອງລັດຈໍານວນ 53 ແຫ່ງ, ຟາມຜະລິດລູກປາ ຂອງເອກະຊົນຫລາຍກວ່າ 130 ແຫ່ງ ແລະ ການຜະລິດລູກປາແບບຄອບຄົວມີ 352 ແຫ່ງສາມາດສະໜອງແນວພັນປາ ໃຫ້ສັງຄົມ ໄດ້ໂດຍພື້ນຖານຈໍານວນ 383 ລ້ານໂຕ (ສະໜອງໄດ້ 72% ຂອງແຜນການ), ມີຟາມລ້ຽງສັດປ່າ, ສູນຂະຫຍາຍພັນສັດປ່າຫລາຍກວ່າ 10 ແຫ່ງ.
ບັນດາສູນດ່ັງກ່າວໄດ້ຄ້ົນຄວ້າທົດລອງລ້ຽງ ແລະ ຂະຫຍາຍພັນສັດປ່າ ແລະ ປາພື້ນເມືອງໄດ້ຫລາຍຊະນິດ, ທົ່ວປະເທດມີວັງສະຫງວນປາ ຈໍານວນ 1.050 ກວ່າວັງ, ໃນນັ້ນ ມີຄະນະຄຸ້ມຄອງວັງສະຫງວນແລ້ວ 819 ວັງ ແລະ ມີເຂດອະນຸລັກພັນ ສັດປ່າແຫ່ງຊາດ 1 ເຂດ.ສະເພາະແຜນການປ່ອຍປາ, ສັດນໍ້າ ແລະ ສັດປ່າ ໃນປີ 2024 ນີ້ ທາງຂະແໜງກະສິກໍາ ແລະ ປ່າໄມ້ ໄດ້ສົມທົບກັບຄະນະພັກ, ອົງການປົກຄອງທ້ອງຖິ່ນທົ່ວປະເທດ ກະກຽມແຜນການ ແລະ ຂະບວນການປ່ອຍປາ, ສັດນໍ້າ ແລະ ສັດປ່າ ເພື່ອຄືນຄວາມອຸດົມສົມບູນສູ່ທໍາມະຊາດ ແລະ ລົງສູ່ແຫລ່ງນໍ້າຕ່າງໆ ໂດຍມີແຜນປ່ອຍປາ ແລະ ສັດນໍ້າໃຫ້ໄດ້ທັງໝົດ 64 ລ້ານໂຕ. ຂະນະດຽວກັນການຈັດຕັ້ງປະຕິບັດວຽກງານອະນຸລັກສັດນໍ້າ-ສັດປ່າ ຈະບັນລຸຕາມແຜນການທີ່ວາງໄວ້ນັ້ນພາກສ່ວນຕ່າງໆ ທັງພາກລັດ ແລະ ເອກະ ຊົນ ໃນທົ່ວສັງຄົມ ຈົ່ງພ້ອມກັນຮ່ວມ ແຮງຮ່ວມໃຈເຂົ້າໃສ່ການພັດທະ ນາ, ຄຸ້ມຄອງ, ອະນຸລັກຮັກສາ ສັດ ນໍ້າ ແລະ ສັດປ່າ ໃຫ້ຫລາຍຂຶ້ນ, ແນ ໃສ່ເພີ່ມຄວາມອຸດົມສົມບູນທາງ ດ້ານຊະນິດພັນ ແລະ ຈໍານວນປະຊາ ກອນຂອງສັດນໍ້າ ແລະ ສັດປ່າ ທີ່ເປັນມໍລະດົກທາງທໍາມະຊາດ ຂອງຊາດໃຫ້ຊົມໃຊ້ແບບຍືນຍົງ ແລະ ໃຫ້ເປັນມໍລະດົກຕົກທອດຮອດເຊັ່ນລູກເຊັ່ນຫລານຂອງພວກເຮົາຕະຫລອດໄປ.
ໂດຍ: ພິດສະໄໝ
KPL