ຣັດເຊຍ ຢຸດຕິການເຂົ້າຮ່ວມສະພາລັດຖະສະພາ ອົງການຄວາມໝັ້ນຄົງ-ຮ່ວມມື ເອີຣົບ

05/07/2024 17:02
Email Print 225
KPL ບັນດາ ສະມາຊິກ ລັດຖະສະພາ ຣັດເຊຍ ໄດ້ປ່ອນບັດ ຢຸດຕິເລື່ອງ ມົດສະກູ ເຂົ້າຮ່ວມ ສະພາ ລັດຖະສະພາ ຂອງອົງການ ຄວາມໝັ້ນຄົງ ແລະ ຮ່ວມມື ເອີຣົບ (OSCE PA).

ຂປລ.ວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ, ບັນດາ ສະມາຊິກ ລັດຖະສະພາ ຣັດເຊຍ ໄດ້ປ່ອນບັດ ຢຸດຕິເລື່ອງ ມົດສະກູ ເຂົ້າຮ່ວມ ສະພາ ລັດຖະສະພາ ຂອງອົງການ ຄວາມໝັ້ນຄົງ ແລະ ຮ່ວມມື ເອີຣົບ (OSCE PA). ໃນວາລະ ປະຊຸມ ຄົບຄະນະ, ສະພາສູງ ໄດ້ເຫັນດີ ຮັບຮອງເອົາ ຂໍ້ສະເໜີ ຂອງສະພາ ແຫ່ງຊາດ ສະຫະພັນ ຣັດເຊຍ ຢຸດຕິ ການເຂົ້າຮ່ວມ OSCE PA ຂອງຄະນະຜູ້ຕາງໜ້າ ຣັດເຊຍ ແລະ ຢຸດຕິ ຈ່າຍຄ່າ ທຳນຽມໃຫ້ແກ່ ອົງການນີ້. ບັນດາສະມາຊິກ ລັດຖະສະພາ ຣັດເຊຍ ກໍ່ເນັ້ນໜັກວ່າ, ແທນທີ່ສ້າງເງື່ອນໄຂ ໃຫ້ແກ່ ເລື່ອງແລກປ່ຽນ ທັດສະນະມີລັກສະນະສ້າງສັນ ແລະ ສ້າງໂຄງການ ດຳເນີນງານລວມ ທີ່ເປັນ ເອກະພາບ, ແຕ່ OSCE PA ພວມຖືກນຳໃຊ້ ຄືດັ່ງເຄື່ອງມື ຫັນເປັນ ການເມືອງ ເພື່ອຈຸດປະສົງ ປະຕິບັດ ແນວທາງຕ້ານ ຣັດເຊຍ. ບັນດາ ສະມາຊິກ ລັດຖະສະພາ ຣັດເຊຍ ຢືນຢັນວ່າ: ຄະນະຜູ້ຕາງໜ້າ ຂອງປະເທດນີ້ ພ້ອມທີ່ ຈະກັບຄືນສູ່ ສະພາ ຖ້າຫາກການນຳ ຂອງອົງການ ແລະ ສະມາຊິກ ຈຳນວນໜຶ່ງ ພິຈາລະຈາ ຄືນໃໝ່ ວິທີສຳຜັດ ໃນການແກ້ໄຂ ບັນດາ ບັນຫາ ຮີບດ່ວນ ດ້ານຄວາມໝັ້ນຄົງ ເອີຣົບ ໃນປະຈຸບັນ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top