ສປ ຈີນ-ຣັດເຊຍ ຈະສືບຕໍ່ເພີ່ມທະວີການເຊື່ອມໂຍງດ້ານຍຸດທະສາດການພັດທະນາ

05/07/2024 16:45
Email Print 225
KPL ທ່ານ ສີ ຈິ້ນຜິງ, ປະທານ ປະເທດຈີນ ໄດ້ພົບປະ ເຈລະຈາກັບ ທ່ານ ວະລາດີເມຍ ປູຕິນ, ປະທານາທິບໍດີ ຣັດເຊຍ ເນື່ອງໃນໂອກາດ ກອງປະຊຸມ ສຸດຍອດ ອົງການ ຮ່ວມມື ຊຽງໄຮ ຢູ່ກາຊັກສະຖານ.

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ເມື່ອບໍ່ດົນມານີ້, ທ່ານ ສີ ຈິ້ນຜິງ, ປະທານ ປະເທດຈີນ ໄດ້ພົບປະ ເຈລະຈາກັບ ທ່ານ ວະລາດີເມຍ ປູຕິນ, ປະທານາທິບໍດີ ຣັດເຊຍ ເນື່ອງໃນໂອກາດ ກອງປະຊຸມ ສຸດຍອດ ອົງການ ຮ່ວມມື ຊຽງໄຮ ຢູ່ກາຊັກສະຖານ. ໃນໂອກາດນີ້, ທ່ານ ສີ ຈິ້ນຜິງ ຊີ້ໃຫ້ເຫັນວ່າ: ຈີນ-ຣັດເຊຍ ຈະສືບຕໍ່ ເພີ່ມທະວີ ການເຊື່ອມໂຍງ ດ້ານຍຸດທະສາດ ການພັດທະນາ ແລະ ການປະສານງານ ດ້ານຍຸດທະສາດສາກົນ. ສປ ຈີນ ສະໜັບສະໜູນ ຣັດເຊຍປະຕິບັດໜ້າທີ່ ເປັນປະເທດ ປະທານ ໝູນວຽນ ຂອງອົງການ ບຣິກສ໌ ໃຫ້ດີ ເພື່ອຊຸກຍູ້ ອົງການ ດັ່ງກ່າວ ໃຫ້ໄດ້ຮັບການພັດທະນາ ກ້າວໄປໄກ ຢ່າງໝັ້ນທ່ຽງ ແລະ ສ້າງປະຊາຄົມ ຮ່ວມຊາຕາກໍາ ອົງການຮ່ວມມື ຊຽງໄຮ ທີ່ແໜ້ນແຟ້ນກວ່າເກົ່າ.ສ່ວນ ທ່ານ ວະລາດີເມຍ ປູຕິນ ກ່າວວ່າ: ປັດຈຸບັນ, ສາຍພົວພັນ ຣັດເຊຍ-ສປ ຈີນ ແມ່ນຢູ່ໃນລະດັບ ດີທີ່ສຸດ ຂອງປະຫວັດສາດ, ສອງຝ່າຍ ເຄົາລົບ ເຊິ່ງກັນ ແລະ ກັນ, ສະເໝີ ພາບກັນ ແລະ ຕ່າງຝ່າຍ ຕ່າງໄດ້ຮັບ ຜົນປະໂຫຍດ, ຮັດເຊຍ ສະໜັບ ສະໜູນ ສປ ຈີນ ປົກປັກຮັກສາ ຜົນປະໂຫຍດ ແກນກາງ ກໍຄື ສິດ ແລະ ຜົນປະໂຫຍດ ອັນຊອບທໍາຂອງຕົນ, ຄັດຄ້ານ ອິດທິກໍາລັງ ພາຍນອກ ເຂົ້າແຊກແຊງ ວຽກງານພາຍໃນ ຂອງ ສປ ຈີນ ກໍຄື ເຂົ້າແຊກແຊງ ບັນຫາທະເລຈີນໃຕ້. ໃນຖານະ ເປັນປະເທດ ປະທານ ໝູນວຽນ ອົງການບຣິກສ໌ ໃນປີນີ້, ຣັດເຊຍ ຄອງຄອຍ ທີ່ຈະຮ່ວມກັບ ຝ່າຍ ສປ ຈີນ ເພີ່ມທະວີ ການແລກປ່ຽນ ປະສານງານ ກ່ຽວກັບ ການຮ່ວມມື ລະຫວ່າງ ປະເທດ ສະມາຊິກ ອົງການ ບຣິກສ໌.ນອກນີ້, ຜູ້ນຳທັງສອງປະເທດ ຍັງໄດ້ແລກປ່ຽນ ຄໍາຄິດຄໍາເຫັນ ກ່ຽວກັບ ບັນຫາ ພາກພື້ນ ແລະ ສາກົນ ທີ່ສອງຝ່າຍ ສົນໃຈ ຮ່ວມກັນ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top