ການຈັດປະເພດ ຫລື ບັນຊີສັດນໍ້າ ແລະ ສັດປ່າ

05/07/2024 16:16
Email Print 293
KPL ໃນມາດຕາ 22 ຂອງກົດໝາຍວ່າດ້ວຍສັດນໍ້າ ແລະ ສັດປ່າ ສະບັບ ປີ 2007 ໄດ້ລະບຸໄວ້ວ່າ: ການຈັດປະເພດ ຫລື ບັນຊີແມ່ນການຈັດແບ່ງປະເພດຂອງສັດແຕ່ລະຊະນິດພັນ ທີ່ແຕກຕ່າງກັນໂດຍອີງຕາມສະພາບ ແລະ ທ່າອ່ຽງຂອງຈຳນວນສັດ.

    *ໃນມາດຕາ 22 ຂອງກົດໝາຍວ່າດ້ວຍສັດນໍ້າ ແລະ ສັດປ່າ ສະບັບ ປີ 2007 ໄດ້ລະບຸໄວ້ວ່າ: ການຈັດປະເພດ ຫລື ບັນຊີແມ່ນການຈັດແບ່ງປະເພດຂອງສັດແຕ່ລະຊະນິດພັນ ທີ່ແຕກຕ່າງກັນໂດຍອີງຕາມສະພາບ ແລະ ທ່າອ່ຽງຂອງຈຳນວນສັດເຊັ່ນ:  ສັດໃກ້ຈະສູນພັນ, ຫາຍາກ, ໄພຂົ່ມຂູ່, ເງື່ອນໄຂຂອງຖິ່ນທີ່ຢູ່ອາໄສ ແລະ ການຂະຫຍາຍພັນຊຶ່ງແມ່ນລັດຖະບານເປັນຜູ້ພິຈາລະນາຮັບຮອງ ແລະ ປ່ຽນແປງບັນຊີສັດປະເພດຫວງຫ້າມ ແລະ  ສັດປະເພດຄຸ້ມຄອງຕາມການສະເໜີຂອງກະຊວງກະສິກຳ ແລະ ປ່າໄມ້.

    ສຳລັບສັດປະເພດ ທົ່ວໄປ ແມ່ນກະຊວງກະສິກຳ ແລະ ປ່າໄມ້ເປັນຜູ້ຮັບຮອງ ແລະ ປ່ຽນແປງບັນຊີ.  ສຳລັບການຂຶ້ນທະບຽນນັ້ນໃນ ມາດຕາ 23 ກຳນົດວ່າ:  ການຂຶ້ນທະບຽນ ແລະ ການແຈ້ງບັນຊີສັດນ້ຳ  ແລະ ສັດປ່າ ຊຶ່ງສັດນ້ຳ ແລະ ສັດປ່າປະເພດຫວງຫ້າມ ແລະ ປະເພດຄຸ້ມຄອງ ທີ່ນຳມາລ້ຽງໃຫ້ປະຕິບັດດັ່ງນີ້: ສັດນ້ຳ ແລະ ສັດປ່າທີ່ນຳມາລ້ຽງເພື່ອເປັນທຸລະກິດຕ້ອງໄດ້ຂຶ້ນທະບຽນ ນຳຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ເທສະບານແລ້ວໃຫ້ລາຍງານຕ່ໍພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນ.  ສັດນ້ຳ ແລະ ສັດປ່າ ທີ່ນຳມາລ້ຽງບໍ່ເປັນທຸລະກິດແມ່ນບໍ່ໃຫ້ຂຶ້ນທະບຽນແຕ່ຕ້ອງໄດ້ແຈ້ງບັນຊີນຳໜ່ວຍງານປ່າໄມ້ ບ້ານແລ້ວໃຫ້ລາຍງານຕໍ່ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ເທສະບານ.

KPL

ຂ່າວອື່ນໆ


Top