ອຸມົງ-ອຸໂມງ, ອຸບມຸງ-ອູບມຸງ

04/07/2024 07:40
Email Print 243
KPL ຄໍາໃນພາສາລາວ ມີຄວາມໝາຍຄ້າຍຄືກັນນັ້ນມີຫລາຍ, ຄໍາຈໍານວນໜຶ່ງເວລາເວົ້າມັກຈະແຍກຍາກວ່າຂຽນແນວໃດ ເພາະບາງທີຟັງຄືບໍ່ມີຕົວສະກົດ ຫລື ຄໍາພະຍາງໜ້າມີຕົວສະກົດທີ່ມີພື້ນສຽງຄ້າຍຄື ຫລື ໃກ້ຄຽງກັບພະຍັນຊະນະແກນຂອງພະຍາງຖັດໄປທີ່ລວມເປັນຄໍາດຽວກັນ.

    *ຄໍາໃນພາສາລາວ ມີຄວາມໝາຍຄ້າຍຄືກັນນັ້ນມີຫລາຍ, ຄໍາຈໍານວນໜຶ່ງເວລາເວົ້າມັກຈະແຍກຍາກວ່າຂຽນແນວໃດ ເພາະບາງທີຟັງຄືບໍ່ມີຕົວສະກົດ ຫລື ຄໍາພະຍາງໜ້າມີຕົວສະກົດທີ່ມີພື້ນສຽງຄ້າຍຄື ຫລື ໃກ້ຄຽງກັບພະຍັນຊະນະແກນຂອງພະຍາງຖັດໄປທີ່ລວມເປັນຄໍາດຽວກັນ. ດັ່ງນັ້ນ ບົດນີ້ຈຶ່ງນໍາເອົາຄໍາເຫັນຂອງຜູ້ຊ່ຽວຊານດ້ານພາສາລາວ ກໍ່ຄືພາສາສາດມາສຶກສາລັກສະນະຫລໍາຄືນອີກເທື່ອໜຶ່ງ. ຕາມຄໍາເຫັນຂອງທ່ານ ແສງຟ້າ ໂຫລານຸພາບ ມະຫາວິທະຍາໄລແຫ່ງຊາດ, ຄະນະອັກສອນສາດ ພາກວິຊາພາສາ ແລະ ວັດທະນະທໍາລາວ ມະຫາວິທະຍາໄລແຫ່ງຊາດແມ່ນ: ຜ່ານມາມີຫລາຍຄົນຫລົງໄປວ່າ ອຸມົງ, ອຸໂມງ, ອຸບມຸງ ແລະ ອູບມຸງ ເປັນຄຳດຽວກັນ ແຕ່ທັງສີ່ຄຳນີ້ຄືກັນ ແລະ ຕ່າງກັນ, ທັງອຸມົງ, ອຸໂມງ ແລະ ອຸບມຸງ, ອູບມຸງ ລ້ວນແຕ່ ມາຈາກເຄົ້າສັບປາລີຄືກັນ. ສັບປາລີອອກສຽງວ່າ ‘Ummanga’ (ອຸມມັງຄະ) ເມື່ອນຳໄປໃຊ້ໃນພາສາຂະແມ ກາຍສຽງເປັນ ‘ummong’ (ອຸມມົງ).

   ເມື່ອຮັບເຂົ້າມາໃຊ້ຢູ່ໃນພາສາລາວແລ້ວ ກໍ່ກາຍສຽງເປັນອຸໂມງ ແລະ ອຸບມຸງດັ່ງໃນວັດຈະນານຸກົມພາສາປາລີ-ລາວ ທີ່ຄົ້ນຄວ້າຮຽບຮຽງໂດຍ ສີສະເຫວີຍ ສຸວັນນີ ໜ້າທີ 126 ໄດ້ບັນຈຸຄຳປາລີອຸມມັງຄະ ເຊິ່ງເປັນຄຳນາມມີຄວາມໝາຍວ່າ ອຸໂມງ, ອຸບມຸງ. ທັງ ອຸໂມງ ແລະ ອຸບມຸງແມ່ນໄດ້ເຄົ້າມາຈາກເຄົ້າປາລີ ເມື່ອນຳເຂົ້າມາໃຊ້ຢູ່ໃນພາສາລາວ ກໍ່ແຍກອອກເປັນສອງຄຳທ່ີມີຄຳໝາຍຕ່າງກັນຄື: ອຸໂມງ ຫລື ອຸມົງໝາຍເຖິງ ທາງທີ່ເຮັດເປັນຮູຢູ່ພື້ນດິນ ຮູໃຫຍ່ໃນພູ ຫລື ຜົ້ງໃນພື້ນດິນ. ຄຳນີ້ທຳອິດຄົງອອກສຽງເປັນອຸມົງແຕ່ຕໍ່ມາສຽງໄດ້ພ້ຽນເປັນ ອຸໂມງ ເພາະອອກສຽງໄດ້ງ່າຍກວ່າ...ສ່ວນຄໍາ ອຸບມຸງ ຫລື ອູບມຸງ ເປັນຄຳນາມໝາຍເຖິງ ພະທາດກໍ່ດ້ວຍດິນຈີ່ ແລະ ປູນຮູບກົມບໍ່ມີຍອດຂ້າງໃນເປັນໂກນ ຫລື ຜົ້ງໃຫຍ່ ສຳລັບບັນຈຸສິ່ງສັກກາລະບູຊາມີພະພຸດທະຮູບ ແລະ ອັດຖິຂອງຜູ້ທີ່ສາສະນິກະຊົນເຄົາລົບ. ຄຳນີ້ທຳອິດກໍ່ຄົງອອກສຽງສັ້ນເປັນ ອຸບມຸງ ຕໍ່ມາສຽງໄດ້ພ້ຽນເປັນ ອູບມຸງ ແລະ ນິຍົມໃຊ້ມາຮອດປັດຈຸບັນ ເຊັ່ນ ບ້ານອູບມຸງ.

   ຄຳວ່າ ອຸໂມງ ແລະ ອູບມຸງ ມີຄວາມໝາຍຈາກເຄົ້າເດີມດຽວກັນ ຢູ່ບ່ອນຄວາມໝາຍວ່າເປັນຜົ້ງຢູ່ໃນຄືກັນ. ແຕ່ທັງສອງຄຳກ່ໍມີຄວາມໝາຍສະເພາະຂອງໃຜຂອງ ມັນໂດຍບໍ່ສາມາດໃຊ້ແທນກັນໄດ້. ຢ່າງໃດກໍ່ດີກໍ່ມີຂໍ້ຖົກຖຽງກັນ ກ່ຽວກັບການຂຽນຈະໃຊ້ໃນຮູບໃດເພາະວັດຈະນານຸກົມພາສາລາວບາງສະບັບກໍ່ຂຽນເປັນອຸມົງ ເປັນຕົ້ນວັດຈະນານຸກົມພາສາລາວ ສະບັບທີ່ຄົ້ນຄວ້າຮຽງຮຽງໂດຍທ່ານ ດຣ. ທອງຄໍາ ອ່ອນມະນີສອນ ພິມປີ 1992 ໂດຍກົມວັນນະຄະດີ ໄດ້ລະບຸໃນຮູບຄໍາດຽວຄື: ອຸມົງ ຄໍານາມ (ປ, ໝາຍເຖິງມີເຄົ້າ ມາຈາກພາສາປາລີ) ໝາຍເຖິງທາງໃຕ້ດິນ, ປ່ອງໃນພູເຂົາ. ພ້ອມດຽວ ກັນກໍ່ມີຄໍາ ອູບມຸງ ຄໍານາມໝາຍເຖິງພະທາດກໍ່ດ້ວຍດິນຈີ່ ແລະ ປູນຮູບກົມບໍ່ມີຍອດຂ້າງໃນເປັນໂກນ ຫລື ຜົ້ງໃຫຍ່...ດ່ັງນ້ັນ ຈ່ຶງນໍາມາເພ່ືອສຶກສາຮ່ວມກັນຄືດັ່ງນີ້ແລ ພໍ້ກັນໃໝ່ບົດຕໍ່ໄປ.

ຮິບໂຮມໂດຍ: ພະກາ

KPL

ຂ່າວອື່ນໆ

    • ຮູບເງົາ"ຜາດຳຄຳໄອ" ຈະສາຍໃນທ້າຍເດືອນນີ້ບົດ-ສາລະຄະດີ

      ຮູບເງົາ"ຜາດຳຄຳໄອ" ຈະສາຍໃນທ້າຍເດືອນນີ້

      7/5/2024 6:30:03 PM

      ຮູບເງົາ “ຜາດໍາຄໍາໄອ່” ໂດຍຜູ້ກໍາກັບຊື້ດັງໝໍ່າຈົກມົກ ຈາກປະເທດເພື່ອນບ້ານ ທີ່ນາງ ສຸພາພອນ ສົມວິຈິດ ຫລື ນຸ້ຍ ມິສຢູນິເວີສຄົນ ທໍາອິດຂອງປະເທດລາວຮ່ວມສະແດງໃນບົດນາງເອກຈະເຂົ້າ ສາຍໃນໂຮງຮູບເງົາລາວ-ໄທ ວັນທີ 25 ກໍລະກົດ 2024 ນີ້.

    • ການຈັດປະເພດ ຫລື ບັນຊີສັດນໍ້າ ແລະ ສັດປ່າບົດ-ສາລະຄະດີ

      ການຈັດປະເພດ ຫລື ບັນຊີສັດນໍ້າ ແລະ ສັດປ່າ

      7/5/2024 4:16:06 PM

      ໃນມາດຕາ 22 ຂອງກົດໝາຍວ່າດ້ວຍສັດນໍ້າ ແລະ ສັດປ່າ ສະບັບ ປີ 2007 ໄດ້ລະບຸໄວ້ວ່າ: ການຈັດປະເພດ ຫລື ບັນຊີແມ່ນການຈັດແບ່ງປະເພດຂອງສັດແຕ່ລະຊະນິດພັນ ທີ່ແຕກຕ່າງກັນໂດຍອີງຕາມສະພາບ ແລະ ທ່າອ່ຽງຂອງຈຳນວນສັດ.

    • ຫລາຍພາກສ່ວນ ເລັ່ງພັດທະນາວຽກງານຕິດພັນກັບສິ່ງແວດລ້ອມບົດ-ສາລະຄະດີ

      ຫລາຍພາກສ່ວນ ເລັ່ງພັດທະນາວຽກງານຕິດພັນກັບສິ່ງແວດລ້ອມ

      7/5/2024 4:07:55 PM

      ປັດຈຸບັນຫລາຍທ້ອງຖິ່ນໄດເລັ່ງພັດທະນາວຽກງານທີ່ຕິດພັນກັບສິ່ງແວດລ້ອມ ໂດຍສະເພາະຊັບພະຍາກອນປ່າໄມ້, ຊັບພະຍາກອນນ້ຳດ້ວຍການສົ່ງເສີມໃຫ້ມີສ່ວນຮ່ວມປົກປັກຮັກສາ ຊັບພະຍາກອນເຫລົ່ານີ້ຢູ່ທ້ອງຖິ່ນຕົນໂດຍໄດ້ສ້າງ ເປັນໂຄງການ, ແຜນການຄຸ້ມຄອງທີ່ປະຊາຊົນມີສ່ວນຮ່ວມ ເພື່ອເຮັດໃຫ້ສະພາບແວດລ້ອມມີຄວາມອຸດົມສົມບູນຍືນຍົງຕະຫລອດໄປ ທັງເປັນການກອບສ່ວນຍົກລະດັບການປົກຫຸ້ມຂອງປ່າໄມ້ໃຫ້ໄດ້ 70% ຂອງເນື້ອທີ່ທົ່ວປະເທດຕາມແຜນການຂອງລັດຖະບານວາງໄວ້.

    • ຢາສະຜົມຈາກສີມືຄົນລາວ ພວມໄດ້ຮັບຄວາມສົນໃຈບົດ-ສາລະຄະດີ

      ຢາສະຜົມຈາກສີມືຄົນລາວ ພວມໄດ້ຮັບຄວາມສົນໃຈ

      7/4/2024 8:02:19 AM

      ໃນສະພາບເສດຖະກິດຫຍຸ້ງຍາກ ແລະ ເງິນເຟີ້ແບບນີ້ ການຊົມໃຊ້ຜະລິດຕະພັນລາວ ແມ່ນອີກວິທີໜຶ່ງທີ່ທຸກຄົນສາມາດເຮັດໄດ້ໃນການຊ່ວຍກະຕຸກຊຸກຍູ້ເສດຖະກິດ ຂອງປະເທດເຮົາໃຫ້ມີບາດກ້າວດີຂຶ້ນ ເຖິງວ່າຈະບໍ່ໄດ້ຮັບໝາກຜົນຮ້ອຍເປີເຊັນ ແຕ່ຖ້າທຸກຄົນຮ່ວມແຮງຮ່ວມໃຈກັນກໍ່ຈະເຮັດໃຫ້ສະພາບ ຄວາມຫຍຸ້ງຍາກຜ່ານພົ້ນໄປໄດ້.

    • ຄວາມຈຳເປັນຂອງການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສບົດ-ສາລະຄະດີ

      ຄວາມຈຳເປັນຂອງການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ

      7/3/2024 10:36:53 AM

      ການສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ແມ່ນການເກັບກໍາຂ້ໍມູນທາງດ້ານຄຸນລັກສະນະຂອງພົນລະເມືອງ, ການຂະຫຍາຍຕົວຂອງພົນລະເມືອງ, ການເກີດ, ການເສຍຊີວິດ, ຄວາມພິການ, ການຍົກຍ້າຍ, ແຮງງານ, ການຈົດທະບຽນການເກີດ, ຄຸນລັກສະນະຂອງທີ່ຢູ່ອາໄສ ແລະ ການເຂົ້າເຖິງການບໍລິການຕ່າງໆຂອງພົນລະເມືອງ ໃນ ສປປ ລາວ ໄລຍະ 10 ປີ ຜ່ານມາ.


Top