ອົງການຮ່ວມມືຊຽງໄຮ ຮ່ວມກັນສ້າງບ້ານເມືອງທີ່ດີງາມກວ່າເກົ່າ

05/07/2024 17:25
Email Print 274
KPL ທ່ານ ສີ ຈິ້ນຜິງ, ປະທານ ປະເທດຈີນ ໄດ້ເຂົ້າຮ່ວມ ກອງປະຊຸມ ສຸດຍອດ “ອົງການ ຮ່ວມມື ຊຽງໄຮ+” ຢູ່ນະຄອນຫລວງ ອັດສະຕານາ ຂອງກາຊັກສະຖານ ແລະ ກ່າວຄໍາປາໄສທີ່ ສໍາຄັນ ພາຍໃຕ້ ຫົວຂໍ້ “ຮ່ວມກັນສ້າງ ບ້ານເມືອງ ທີ່ດີງາມກວ່າເກົ່າ ຂອງອົງການ ຮ່ວມມື ຊຽງໄຮ”.

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ທ່ານ ສີ ຈິ້ນຜິງ, ປະທານ ປະເທດຈີນ ໄດ້ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ອົງການ ຮ່ວມມື ຊຽງໄຮ+ຢູ່ນະຄອນຫລວງ ອັດສະຕານາ ຂອງກາຊັກສະຖານ ແລະ ກ່າວຄໍາປາໄສທີ່ ສໍາຄັນ ພາຍໃຕ້ ຫົວຂໍ້ຮ່ວມກັນສ້າງ ບ້ານເມືອງ ທີ່ດີງາມກວ່າເກົ່າ ຂອງອົງການ ຮ່ວມມື ຊຽງໄຮ”. ເນື້ອໃນ ຄໍາປາໄສ ຂອງທ່ານ ສີ ຈິ້ນຜິງ ຊີ້ໃຫ້ເຫັນວ່າ: ປັດຈຸບັນ, ການປ່ຽນແປງ ຂອງໂລກ, ການປ່ຽນແປງ ຂອງຍຸກສະໄໝ ແລະ ການປ່ຽນແປງ ຂອງປະຫວັດ ສາດ ພວມດໍາເນີນ ດ້ວຍຮູບແບບ ທີ່ບໍ່ເຄີຍມີ ມາກ່ອນ.ດັ່ງນັ້ນ ເພື່ອຮັບມືກັບ ສະພາບ ການປ່ຽນແປງ ຄືແນວນີ້, ທ່ານ ສີຈິ້ນຜິງ ໄດ້ສະເໜີ ຂໍ້ສະເໜີ 5 ຂໍ້ຄື: 1, ສ້າງບ້ານເມືອງ ຮ່ວມກັນ ທີ່ສາມັກຄີ ແລະ ໄວ້ເນື້ອເຊື່ອໃຈກັນ. ຈີນສະເໜີ ໃຫ້ບັນດາ ປະເທດ ສະມາຊິກ ອົງການ ຮ່ວມມື ຊຽງໄຮ ເພີ່ມທະວີ ການແລກ ປ່ຽນບົດຮຽນ ດ້ານການບໍລິຫານ ປະເທດ ແລະ ການຄຸ້ມຄອງລັດ, ຊອກຫາໂອກາດ ທີ່ເໝາະສົມ ຈັດເວທີ ປຶກສາຫາລື ພັກການເມືອງ ອົງການຮ່ວມມືຊຽງໄຮ. 2, ສ້າງບ້ານເມືອງ ຮ່ວມກັນ ທີ່ມີສັນຕິພາບ ແລະ ຄວາມສະຫງົບ. ຄວນປັບປຸງ ມາດຕະການ ແລະ ກົນໄກ ຮ່ວມມື ດ້ານຄວາມໝັ້ນຄົງໃຫ້ສົມບູນຂຶ້ນ, ເລັ່ງລັດ ສ້າງສູນ ສັງລວມ ເພື່ອຮັບມືກັບ ໄພຂົ່ມຂູ່ ແລະ ສິ່ງທ້າທາຍ ດ້ານຄວາມໝັ້ນຄົງ ກໍຄື ອົງການ ຈັດຕັ້ງ ທີ່ຂຶ້ນກັບ ສູນດັ່ງກ່າວ.3, ສ້າງບ້ານເມືອງ ຮ່ວມກັນທີ່ມີຄວາມຈະເລີນ ຮຸ່ງເຮືອງ. ສປ ຈີນ ລິເລີ່ມສ້າງຕັ້ງ ສະຫະພັນ ການສຶກສາ ດິຈິຕອນ ອົງການ ຮ່ວມມື ຊຽງໄຮ ເພື່ອຊຸກຍູ້ ລະບົບ ຄຸ້ມຄອງ ຂອງອົງການ ຮ່ວມມື ຊຽງໄຮ ໃຫ້ກາຍເປັນ ແບບທັນສະໄໝ.4, ສ້າງບ້ານເມືອງ ຮ່ວມກັນ ຖານບ້ານໃກ້ ເຮືອນຄຽງ ທີ່ດີຕໍ່ກັນ ແລະ ຂໍ້ສຸດທ້າຍ ແມ່ນ ສ້າງບ້ານເມືອງ ຮ່ວມກັນ ທີ່ມີຄວາມຍຸຕິທໍາ ແລະ ຄວາມເປັນທໍາ. ຮ່ວມກັນ ສົ່ງເສີມ ການຫັນເປັນ ຫລາຍຂົ້ວ ຂອງໂລກ ທີ່ມີຄວາມສະເໝີພາບ ແລະ ເປັນລະບຽບ ກໍຄື ເສດຖະກິດ ໂລກາພິວັດ ທີ່ໃຫ້ຜົນປະໂຫຍດ ຢ່າງທົ່ວເຖິງ ແລະ ກວມລວມ, ຈັດຕັ້ງປະຕິບັດລັດທິ ຫລາຍຝ່າຍ ທີ່ແທ້ຈິງ.ຈາກນັ້ນ ທ່ານ ຄາຊິມ ໂຈມາດ ໂຕຄາເຢັຟ, ປະທານາທິບໍດີກາ ຊັກສະຖານ ເຊິ່ງເປັນປະເທດ ປະທານ ໝູນວຽນ ຂອງອົງການ ຮ່ວມມື ຊຽງໄຮ ໄດ້ເປັນປະທານ ກອງປະຊຸມຄັ້ງນີ້, ທ່ານ ອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ ອົງການ ສະຫະ ປະຊາຊາດ ພ້ອມດ້ວຍ ບັນດາຜູ້ຮັບຜິດຊອບ ອົງການ ຈັດຕັ້ງສາກົນ ແລະ ພາກພື້ນ ໄດ້ເຂົ້າຮ່ວມ ກອງປະຊຸມ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top