KPL
ຕາມດໍາລັດ ວ່າດ້ວຍການປະຢັດ ແລະ ຕ້ານການຟູມເຟືອຍ(ເລກທີ 205/ລບ, ວັນທີ 22 ກໍລະກົດ 2022) ການປະຢັດ ແມ່ນການຫລຸດຜ່ອນ ຄ່າສິ້ນເປືອງ ໃນການນໍາໃຊ້ ງົບປະມານຂອງລັດ, ແຫລ່ງທຶນ, ຊັບສິນ, ແຮງງານ, ເວລາ, ຊັບພະຍາກອນ ທໍາ ມະຊາດ, ພະລັງງານ ແລະ ອື່ນໆ.
ຕາມດໍາລັດ ວ່າດ້ວຍການປະຢັດ ແລະ ຕ້ານການຟູມເຟືອຍ(ເລກທີ 205/ລບ, ວັນທີ 22 ກໍລະກົດ 2022) ການປະຢັດ ແມ່ນການຫລຸດຜ່ອນ ຄ່າສິ້ນເປືອງ ໃນການນໍາໃຊ້ ງົບປະມານຂອງລັດ, ແຫລ່ງທຶນ, ຊັບສິນ, ແຮງງານ, ເວລາ, ຊັບພະຍາກອນ ທໍາ ມະຊາດ, ພະລັງງານ ແລະ ອື່ນໆ ທີ່ມີຢູ່ຢ່າງຈໍາກັດ ໃຫ້ມີປະສິດທິຜົນສູງສຸດ ໂດຍການນໍາໃຊ້ ແຫລ່ງຊັບພະຍາກອນດັ່ງກ່າວ ດ້ວຍແຫລ່ງທຶນທີ່ເທົ່າ ຫລື ໜ້ອຍກວ່າເກົ່າ, ແຕ່ໄດ້ຮັບ ຜົນຕອບແທນຫລາຍ ແລະ ດີກວ່າເກົ່າ ຕາມອັດຕາ ທີ່ຕໍ່າກວ່າກໍານົດໝາຍ, ຫົວໜ່ວຍລາຄາ, ປະລິມານ ແລະ ລະດັບທີ່ໄດ້ກໍານົດໄວ້ ຫລື ຕາມຄວາມຈໍາເປັນ ແຕ່ກໍ່ຍັງສາມາດ ເຮັດໃຫ້ວຽກງານ ບັນລຸຜົນສໍາເລັດໄດ້ຕາມເປົ້າໝາຍ.
ບົດນີ້ຂໍນໍາເອົາມາແລກປ່ຽນ ກ່ຽວກັບການປະຢັດເວລາ. ທັງນີ້ ໄດ້ມີຄາຄິດຄໍາຈາກຜູ້ອ່ານອາວຸໂສຫລາຍທ່ານໃຫ້ແງ່ຄິດມາວ່າ ເວລາແມ່ນສິ່ງທີ່ມີຄ່າທີ່ສຸດໃນຊີວິດຄົນ ຕໍ່ການພັດທະນາ, ຄົນຈໍານວນໜຶ່ງປ່ອຍປະໃຫ້ເວລາຜ່ານໄປຢ່າງໄຮ້ປະໂຫຍດ ຫລື ບໍ່ໄດ້ ໃຫ້ເກີດຜົນຕໍ່ຊີວິິດ, ວຽກງານ...ເທົ່າທີ່ຄວນ, ໃນ ຂະນະດຽວກັນ ຄົນຈໍານວນບໍ່ໜ້ອຍ ໄດ້ນໍາໃຊ້ເວລາ ສະແຫວງຫາ-ພັດທະນາຕົນ, ວຽກງານ, ຄອບຄົວ...ຈົນເກືອບບໍ່ໄດ້ພັກຜ່ອນ ເທົ່າທີ່ຮ່າງກາຍຕ້ອງການ, ຜົນໄດ້ຮັບ ກໍ່ຄືຜົນສໍາເລັດ ກໍ່ໄດ້ດ້ານດຽວ ຄືວັດຖຸ- ຊັບສິນ...ຕາມຕ້ອງການ ແຕ່ເສຍສຸຂະພາບ ກໍ່ມີ ເພາະການບິແບ່ງເວລາ ບໍ່ສົມສ່ວນຕາມທີ່ຄວນ, ວ່າຊັ້ນ. ສະນັ້ນ ການໃຊ້ເວລາຢ່າງປະຢັດ ສົມຄູ່ກັນແມ່ນອັນຈໍາເປັນ, ແຕ່ກໍ່ບໍ່ງ່າຍສໍາລັບຫລາຍຄົນ ກ່ຽວກັບເລື່ອງນີ້.
ການສູນເສຍເວລາອັນມີຄ່າ ກໍ່ຄືການປ່ອຍປະໂອກາດ ເພາະບາງສິ່ງບາງຢ່າງໂອກາດດີໆ ມັນບໍ່ໄດ້ມາເລື້ອຍ, ເຮົາເປັນຜູ້ຕັດສິນ ການໃຊ້ເວລາ ໃຫ້ເປັນປະໂຫຍດ ຫລື ບໍ່ປະໂຫຍດ. ອາຍຸຄົນພໍຮູ້ໄດ້ ແມ່ນສະເລ່ຍໃສ່ກັນ ເລື່ອງຄວາມຍືນ, ແຕ່ໆລະຄົນບໍ່ຮູ້ວ່າ ເວລາ ຈະຈາກໄປນັ້ນ ຍັງອີກເທົ່າໃດ, ມັນຄືການນັບຖອຍຫລັງ? ສະນັ້ນ ໃນ 24 ຊົ່ວໂມງແຕ່ລະວັນ ມີຄຸນຄ່າທັງໝົດ? ນັ້ນແມ່ນຂໍ້ຄິດທີ່ເກັບກໍາມາ.
ກ່ຽວກັບການນໍາໃຊ້ເວລາ ເພື່ອເຮັດວຽກງານໃນອົງການຈັດຕັ້ງລັດ, ອີງໃສ່ຄວາມຮຽກຮ້ອງຕ້ອງການ ໃນໄລຍະໃໝ່ ກໍ່ຕ້ອງໄດ້ຄໍານຶງເຖິງ ຄວາມຮັບປະກັນ ປະສິດທິພາບ ແລະ ປະສິດທິຜົນ ຂອງວຽກງານນັ້ນໆ ເປັນສິ່ງສູງສຸດ ໂດຍບໍ່ຄວນປ່ອຍ ປະເວລາ ເສຍໄປລ້າໆ ວຽກທີ່ຄວນສໍາເລັດໃນຊົ່ວໂມງ, ສອງຊົ່ວໂມງ, ມື້ໜຶ່ງ...ແກ່ຍາວໄປ ບໍ່ແມ່ນການໃຊ້ເວລາທີ່ປະຢັດ, ທັງການຈັດກອງປະຊຸມ, ສໍາມະນາ...ກໍ່ຄວນໃຫ້ໄດ້ ອັນທີ່ເປັນຕັບເປັນບີ. ແຕ່ກ່ອນເຮົາເຄີຍ ເອົາເວລາເຮັດວຽກ ປົກກະຕິໄປ ເຄື່ອນໄຫວກິດຈະກໍາ ສິລະປະ, ກິລາ...ມາດຽວນີ້ກໍ່ຄວນຫັນປ່ຽນໃໝ່. ການເຮັດບຸນສິນກິນທານ, ງານຊາປະກິດສົບ...ກໍ່ເຫັນວ່າໃນປີມໍ່ໆມານີ້ ຫລາຍບ່ອນຫລາຍທີ່ ໄດ້ຫັນປ່ຽນຫຍໍ້ເວລາ ແລະ ຂັ້ນຕອນ ໃຫ້ສັ້ນເຂົ້າ ແຕ່ຄົບເນື້ອໃນ ຈິດໃຈ. ສະເພາະການຈັດງານ ຊາປະນະກິດສົບ ໃນ ມາດຕາ 35, ຂໍ້ 3 ກໍານົດແຈ້ງ ດ້ານເວລາ ພິທີສົ່ງສະການ ບໍ່ຄວນເກີນ 2 ຊົ່ວໂມງ...
ກ່ຽວກັບແນວຄິດ ປະຢັດ, ຜູ້ນໍາຫວຽດນາມ ທ່ານ ໂຮ່ຈີ່ມິງ ເຄີຍເວົ້າວ່າ “ປະຢັດເວລາຕົນເອງ ກໍ່ແມ່ນປະຢັດເວລາຂອງຜູ້ອື່ນ, ເວລາແມ່ນເງິນແມ່ນຄໍາ, ຜູ້ໃດຖິ້ມເວລາກໍ່ແມ່ນຄົນບໍ່ສະຫລາດ...”.
* ຄ້ອງໃໝ່
KPL