KPL
ໃນອາທິດຜ່ານມາ, ທ່ານ ຄຳລາວັນ ຈັນທະລາວັນ ກໍາມະການສູນກາງພັກ, ປະທານອົງການກາແດງແຫ່ງຊາດລາວ ໄດ້ນໍາພາຄະນະລົງມອບເຄື່ອງຊ່ວຍເຫລືອບັນເທົາທຸກໃຫ້ແກ່ປະຊາຊົນຜູ້ທຸກຍາກທີ່ໄດ້ຮັບຜົນກະທົບຈາກໄພ ນໍ້າຖ້ວມໃນ 11 ບ້ານ.
ຂປລ. ຄື: ບ້ານດົງ ໝາກໄຟ, ຊຽງໄຄ, ດ້າງສະຫວັນ, ແກ້ງແວງ, ບຶງເຊ, ຫາດຊາຍສູງ, ກ້າງປາ, ຜັກເຜືອກ, ສະກອງ, ສົມສະອາດ ແລະ ບ້ານຫ້ວຍແຮ່ ເມືອງ ໄຊບູລີ ແຂວງສະຫວັນນະເຂດ ແລະ 7 ບ້ານ ຄື: ບ້ານດອນໝາກເກືອ, ໜອງແສງ, ດອນແດງ, ໂຮງສາຍທອງ, ນາໂພສີ, ປາກສະນົມ ແລະ ບ້ານປາກຕາພານ ເມືອງລະຄອນເພັງ ແຂວງສາລະວັນ ໂດຍໄດ້ລົງພື້ນທີ່ແຈກຢາຍເຄື່ອງ ຈຳນວນ 10 ລາຍການ ເຊັ່ນ: ໝີ່, ປ໋ອງປາ, ເກືອ, ນ້ຳມັນພືດ, ເຂົ້າໜຽວ, ສະບູ, ຢາ ແລະ ແປງຖູແຂ້ວ, ຜ້າອະນາໄມ, ແຟັບ ແລະ ອື່ນໆ ເພື່ອແບ່ງເບົາຄວາມຫຍຸ້ງຍາກ ແລະ ຊ່ວຍເຫລືອບັນເທົາທຸກໃຫ້ປະຊາຊົນຈໍານວນ 266 ຄອບຄົວ, ລວມມູນຄ່າທັງໝົດ 327 ລ້ານກວ່າກີບ.
ການລົງມອບເຄ່ືອງຊ່ວຍເຫລືອໃນຄັ້ງນີ້, ເປັນການສະແດງເຖິງຄວາມເປັນຫ່ວງເປັນໃຍຢ່າງເລິກເຊິ່ງຂອງພັກ-ລັດ ກໍຄືອົງການກາແດງແຫ່ງຊາດລາວ ຊຶ່ງຍາມໃດກໍຢູ່ຄຽງຂ້າງ ແລະ ເປັນທີ່ເພ່ິງຂອງປະຊາຊົນໃນຍາມພົບຄວາມຫຍຸ້ງຍາກ ແລະ ໄພພິບັດຕ່າງໆ ເພື່ອຊ່ວຍໃຫ້ຟື້ນຟູຊີວິດການເປັນຢູ່ ແລະ ສ້າງກຳລັງໃຈໃຫ້ປະຊາຊົນໃນການດຳລົງຊີວິດໃຫ້ດີຂຶ້ນເລື້ອຍໆ.
ໂອກາດນີ້, ທ່ານປະທານອົງການກາແດງແຫ່ງຊາດລາວ ຍັງໄດ້ມີຄຳເຫັນໂອ້ລົມປະຊາຊົນໃຫ້ພ້ອມກັນດຸໝັ່ນທຳມາຫາກິນເພີ່ມພູນຜະລິດຜົນໃນລະດູແລ້ງທ່ີຈະມາເຖິງນ້ີ ເພ່ືອສ້າງຄວາມເຂ້ັມແຂງດ້ວຍຕົນເອງ, ເພິ່ງຕົນເອງ ແລະ ກຸ້ມຕົນເອງໃຫ້ຄອບຄົວມີຢູ່ມີກິນຫລຸດພ້ົນຄວາມທຸກຍາກທັງເປັນການປະກອບສ່ວນໃນການພັດທະນາບ້ານ, ຕາແສງ, ເມືອງ, ແຂວງ ກໍຄື ພັດທະນາປະເທດຊາດ.
ຂໍ້ມູນ-ພາບ: ອົງການກາແດງແຫ່ງ ຊາດລາວ
KPL