4 ປະເທດເຫັນດີ ສືບຕໍ່ເຈລະຈາ ເພື່ອເພີ່ມທະວີ ການຮ່ວມມື ດ້ານສັນຕິພາບ-ຄວາມໝັ້ນຄົງໃນພາກພື້ນອາຊີຕາເວັນຕົກ

27/10/2026 14:14
Email Print 271
KPL ອີ​ຣານ, ອ​າ​ຣັບ​ບີ​ຊາ​ອຸ​ດິດ, ຕຸ​ຣາ​ເຄຍ ແລະ ປາ​ກິດ​ສະ​ຖານ​ໄດ້​ຈັດ​ກອງ​ປະ​ຊຸມ​ຄວາມ​ໝັ້ນ​ຄົງ​ຢູ່​ນະ​ຄອນຫຼວງ​ເຕ​ເຮ​ຣານ​ຂອງ​ອີ​ຣານ ພ້ອມ​ທັງ​ບັນ​ລຸ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ​ວ່າ: ຈະ​ສືບ​ຕໍ່​ດຳ​ເນີນ​ການ​ເຈ​ລະ​ຈາ ເພື່ອ​ເພີ່ມ​ທະ​ວີ​ການ​ຮ່ວມ​​ມື​ດ້ານ​ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ​ໃນ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ຕົກ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນ​ທີ 26 ຕຸ​ລາ​ນີ້, ອີ​ຣານ, ອ​າ​ຣັບ​ບີ​ຊາ​ອຸ​ດິດ, ຕຸ​ຣາ​ເຄຍ ແລະ ປາ​ກິດ​ສະ​ຖານ​ໄດ້​ຈັດ​ກອງ​ປະ​ຊຸມ​ຄວາມ​ໝັ້ນ​ຄົງ​ຢູ່​ນະ​ຄອນຫຼວງ​ເຕ​ເຮ​ຣານ​ຂອງ​ອີ​ຣານ ພ້ອມ​ທັງ​ບັນ​ລຸ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ​ວ່າ: ຈະ​ສືບ​ຕໍ່​ດຳ​ເນີນ​ການ​ເຈ​ລະ​ຈາ ເພື່ອ​ເພີ່ມ​ທະ​ວີ​ ການ​ຮ່ວມ​​ມື ​ດ້ານ​ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ​ໃນ​ພາກ​ພື້ນ​ ອາ​ຊີ ​ຕາ​ເວັນ​ຕົກ.ຫລັງ​ຈ​າກ​ ສິ້ນ​ສຸດ​ກອງ​ປະ​ຊຸມ 4 ປະ​ເທດ​ດັ່ງ​ກ່າວ​ແລ້ວ, ທ່ານ​ໂມ​ເຊນ ເຣ​ຊາ​ອີ ເລ​ຂາ​ຄະ​ນະ​ກຳ​ມະ​ການ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ສູງ​ສຸດ​ອີ​ຣານກ່າວ​ວ່າ: ​ແຕ່​ລະ​ຝ່າຍ​ມີ​ຄວາມ​ເຫັນ​ເປັນ​ເອ​ກະ​ພາບ​ກັນ​ວ່າ: ຄວາມ​ໝັ້ນ​ຄົງ​ຢູ່​ອາ​ຊີ​ຕາ​ເວັນ​ຕົກ​ຕ້ອງ​ອາ​ໄສ​ກຳ​ລັງ​ຂອງ​ຕົນ ແລະ ຫຼີກ​ລ່ຽງ​ບໍ່​ໃຫ້​ປະ​ເທດ​ອື່ນ​ເຂົ້າ​ມາ​ແຊກ​ແຊງ.ອີງ​ຕາມ​ຖະ​ແຫລງ​ ການ​ທີ່​ເປີດ​ເຜີຍ​ໂດຍ​ເວັບ​ໄຊ​ຫ້ອງ​ການ​ປະ​ທາ​ນາ​ທິ​ບໍ​ດີອີ​ຣານ ​ແຈ້ງ​ໃຫ້​ຮູ້​ວ່າ: ໃນ​ເວ​ລາ​ພົບ​ປະ​ກັບ​ຜູ້​ຕາງ​ໜ້າ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ດັ່ງ​ກ່າວ, ທ່ານ​ ມາ​ຊຸດ ເປ​ເຊ​ສ​ກຽນ ປະ​ທາ​ນາ​ທິ​ບໍ​ດີ​ອີ​ຣານ ກ່າວ​ວ່າ: ອີ​ຣານ​ສະ​ໜັບ​ສະ​ໜູນ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ​​ໃນທຸກບັນ​ຫາ​ທີ່​ມີ​ຜົນ​ດີ​ຕໍ່​ການ​ຊຸກ​ຍູ້​ຄວາມ​ສາ​ມັກ​ຄີ, ການ​ປະ​ສານ​ງານ, ຄວາມ​ໝັ້ນ​ຄົງ ແລະ ການ​ພັດ​ທະ​ນາ​ຂອງ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ຕົກ ພ້ອມ​ທັງ​ ກ່າວ​ເນັ້ນ​ໜັກ​ຄວາມ​ຈຳ​ເປັນ ​ໃນ​ການ​ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ ແລະ ການ​ປະ​ສານ​ງານ​ລະ​ຫວ່າງ​ປະ​ເທດ​ອິດ​​ສະ​ລາມ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top