KPL
ໃນວັນທີ 26 ຕຸລາ 2026 ກົງກັບ ມື້ຂຶ້ນ 15 ຄໍ່າ ເດືອນ 11 ຂອງທຸກໆປີ ເປັນມື້ບຸນອອກພັນ ສາປະວໍຣະນາ ຊາວພຸດທະສາສະນິກະຊົນລາວບັນດາເຜົ່າໄດ້ພ້ອມພຽງກັນໃສ່ບາດຖວາຍສັງຄະທານ ແດ່ພະສົງສາມະເນນຢູ່ຕາມວັດວາອາຮາມຕ່າງໆໃນຂອບເຂດທ່ົວປະເທດ ຕາມຮີດຄອງປະເພນີທີ່ໄດ້ ສືບທອດກັນມາແຕ່ບູຮານ ຈົນຮອດປັດຈຸບັນ.
ຂປລ. ສະເພາະຢູ່ນະຄອນຫລວງວຽງຈັນ ຊາວພຸດທະສາສະນິກະຊົນ ກໍໄດ້ຮ່ວມກັນໃສ່ບາດຖວາຍສັງຄະທານແດ່ພະສົງສາມະເນນ ຢູ່ຕາມວັດແຫ່ງຕ່າງໆຢ່າງຄຶກຄື້ນຕາມຮີດຄອງປະເພນີ. ໃນນ້ັນ, ຢູ່ວັດສີສະເກດບັນດາການນໍາພັກ, ລັດນຳໂດຍທ່ານ ກິແກ້ວ ໄຂຄຳພິທູນ ປະທານສູນກາງແນວລາວສ້າງຊາດ, ພ້ອມດ້ວຍມວນຊົນທັງພາຍໃນ ແລະ ຕ່າງປະເທດ ໄດ້ຮ່ວມໃສ່ບາດຖວາຍສັງຂະທານແກ່ພະສົງຕາມຮີດຄອງປະເພນີ. ກ່ອນຈະໃສ່ບາດກໍໄດ້ມີພິທີທາງສາສະໜາຕ່າງໆນຳໂດຍພະອາຈານໃຫຍ່ມະຫາເວດ ມະເສໄນ ປະທານອົງການພຸດທະສາສະນາສຳພັນ ແຫ່ງ ສປປ ລາວ, ມີພະອາຈານໃຫຍ່ ອິນຊູນ (Yin Shun) ຮອງປະທານຄະນະປະຈໍາສະມາຄົມພຸດທະສາສະໜາ ແຂວງກວາງຕຸ້ງ, ປະທານສະມາຄົມພຸດທະສາສະໜາ ເມືອງເສີນເຈິນ, ທັງເປັນປະທານຜູ້ກໍຕ້ັງກອງປະຊຸມພຸດສາສະໜາໜານໄຫ່, ເຈົ້າອະທິການວັດຫົງຟ້າ ສປ ຈີນ, ພ້ອມດ້ວຍຄະນະພະສົງຈາກ 29 ປະເທດ ເຂົ້າຮ່ວມໃນໂອກາດເດີນທາງມາເຂ້ົາຮ່ວມກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ່ ຄັ້ງທີ 11 ຢູ່ນະຄອນຫລວງວຽງຈັນ ໃນລະຫວ່າງວັນທີ 25-30 ຕຸລາ 2026.

ວັນບຸນອອກພັນສາ ຫລື ວັນມະຫາປະວໍຣະນາ ເປັນວັນທີ່ສໍາຄັນທາງພຸດທະສາສະໜາເປັນວັນສິ້ນສຸດຂອງການຈໍາພັນສາຄົບ 3 ເດືອນຂອງພະສົງສາມະເນນ ໂດຍສະເພາະພະພິກຂຸສົງ, ພາຍຫລັງອອກພັນສາແລ້ວພະສົງສາມາດອອກໄປເທດສະນາສັ່ງສອນຍາດໂຍມ, ພໍ່ແມ່ ແລະ ຄູບາອາຈານ ໄດ້ຕາມປົກກະຕິ.
ໃນຕອນແລງຂອງວັນດຽວກັນ, ຍັງຈະມີການວຽນທຽນອ້ອມພຸດທະສີມາ ຫລື ອາຮາມຢູ່ຕາມວັດຕ່າງໆ ເພື່ອເປັນການບູຊາພະຣັດຕະນະໄຕຣ ແລະ ເພື່ອເປັນບຸນເປັນກຸສົນແກ່ຜູ້ທີ່ກະທຳ. ພ້ອມກັນນັ້ນ, ຍັງຈະມີການໄຫລເຮືອໄຟ ຫລື ໂຄມໄຟຕາມນ້ຳສາຍຕ່າງໆ ຕື່ມອີກ.
ຂ່າວ: ທະນູທອງ; ພາບ: ເກດສະໜາ
KPL