KPL
ອົງການປະກັນສັງຄົມແຫ່ງຊາດ ຈັດກອງປະຊຸມວິຊາການວຽກງານປົກປ້ອງສັງຄົມ ໃນວັນທີ 23 ຕຸລາ 2026 ຜ່ານມາ, ເພື່ອຫາລື ແລະ ຊຸກຍູ້ການຂະຫຍາຍຕາໜ່າງຄວາມປອດໄພທາງສັງຄົມ ແລະ ຫຼຸດຜ່ອນຄວາມເຫຼື້ອມລ້ຳຢ່າງຍືນຍົງ.
ທ່ານ ນາງ ບົວຫອມ ພົມມະຈັນ ຮັກສາການຫົວໜ້າອົງການປະກັນສັງຄົມແຫ່ງຊາດ ໄດ້ກ່າວວ່າ: ວຽກງານປົກປ້ອງສັງຄົມ (Social Protection) ຖືເປັນເສົາຄ້ຳອັນສຳຄັນ ແລະ ເປັນຄວາມຈຳເປັນພື້ນຖານໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ຊຶ່ງມີບົດບາດສຳຄັນໃນການຫຼຸດຜ່ອນຄວາມທຸກຍາກ, ສະໜອງສິດຜົນປະໂຫຍດຂັ້ນພື້ນຖານ, ສ້າງຄວາມສາມັກຄີປອງດອງ, ຄວາມຍຸຕິທຳທາງສັງຄົມ, ພ້ອມທັງຮັບປະກັນການພັດທະນາແບບຍືນຍົງຕາມຫຼັກການ “ບໍ່ປະຖິ້ມຜູ້ໃດໄວ້ຂ້າງຫຼັງ”. ໄລຍະຜ່ານມາ, ລະບົບປົກປ້ອງສັງຄົມຂອງ ສປປ ລາວ ໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ໂດຍສາມາດປົກຄຸມພະນັກງານ-ລັດຖະກອນ, ພະນັກງານລັດວິສາຫະກິດ ແລະ ຜູ້ປະກອບອາຊີບອິດສະລະ ລວມທັງໝົດປະມານ 927.000 ຄົນ (ຄິດເປັນ 12,5% ຂອງພົນລະເມືອງທັງໝົດ) ຈາກຫຼາຍກວ່າ 7.310 ຫົວໜ່ວຍແຮງງານ. ປະຊາຊົນທີ່ຢູ່ໃນລະບົບສາມາດເຂົ້າເຖິງການປິ່ນປົວສຸຂະພາບ, ໄດ້ຮັບການປົກປ້ອງດ້ານແຮງງານ, ຄວາມປອດໄພ ແລະ ສະຫວັດດີການຕ່າງໆຢ່າງເປັນຮູບປະທຳ.
ເຖິງຢ່າງໃດກໍຕາມ, ວຽກງານດັ່ງກ່າວຍັງຕ້ອງປະເຊີນກັບສິ່ງທ້າທາຍຫຼາຍດ້ານ ເປັນຕົ້ນແມ່ນດ້ານຄວາມຮັບຮູ້ ແລະ ຄວາມເຂົ້າໃຈຂອງສັງຄົມຕໍ່ຄວາມສຳຄັນຂອງການປະກັນສັງຄົມທີ່ຍັງຕໍ່າ ເມື່ອທຽບໃສ່ຈຳນວນປະຊາກອນທັງໝົດ. ນອກນີ້, ຍັງມີຂໍ້ຈຳກັດດ້ານເງື່ອນໄຂອາຊີບ, ລາຍຮັບທີ່ບໍ່ໝັ້ນຄົງ, ຄວາມຜັນຜວນທາງເສດຖະກິດ ແລະ ຄ່າຄອງຊີບທີ່ສູງຂຶ້ນ. ພ້ອມນີ້, ຍັງມີບັນດາສິ່ງທ້າທາຍໃໝ່ໆ ເຊັ່ນ: ການເຄື່ອນຍ້າຍແຮງງານ, ໄພພິບັດທາງທຳມະຊາດ, ການປ່ຽນແປງໂຄງສ້າງປະຊາກອນ ແລະ ການຫັນປ່ຽນທາງດ້ານດີຈິຕອນ.
ກອງປະຊຸມໃນຄັ້ງນີ້ ຈັດຂຶ້ນເພື່ອເປັນເວທີສຳຄັນໃນການແລກປ່ຽນບົດຮຽນ, ປະສົບການຕົວຈິງທັງພາຍໃນ ແລະ ຕ່າງປະເທດ, ພ້ອມທັງເປີດໂອກາດໃຫ້ທຸກພາກສ່ວນໄດ້ຕີລາຄາບັນຫາທ້າທາຍຢ່າງກົງໄປກົງມາ ເພື່ອຊອກຫາວິທີທາງແກ້ໄຂ ແລະ ສ້າງນະໂຍບາຍປົກປ້ອງສັງຄົມໃຫ້ມີຄວາມສົມບູນ, ເຂັ້ມແຂງ ແລະ ສອດຄ່ອງກັບສະພາບຕົວຈິງຂອງປະເທດຊາດຍິ່ງໆຂຶ້ນໃນອະນາຄົດ.
ຂ່າວ-ພາບ: ຂ່າວສານ ຮສສ
KPL