ສປ ຈີນ ຄັດຄ້ານທຸກອິດ ທິກຳລັງທີ່ສວຍໂອກາດໃຊ້ອຳນາດ ບໍ່ຖືກຕ້ອງໃນກອງປະຊຸມເປີດກວ້າງ ລັດຖະມົນຕີກະຊວງປ້ອງກັນປະເທດອາຊຽນ

27/10/2026 14:13
Email Print 255
KPL ທ່ານ​ ກົ່ວ​ເຈ່ຍ​ຄຸນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ​ໄດ້​ຈັດ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ແລະ ມີ​ນັກ​ຂ່າວ​ຖາມ​ບັນ​ຫາ​ກ່ຽວ​ກັບ​ກອງ​ປະ​ຊຸມ​ເປີດ​ກວ້າງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອາ​ຊຽນ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນ​ທີ 26 ຕຸ​ລາ​ນີ້, ທ່ານ​ ກົ່ວ​ເຈ່ຍ​ຄຸນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ​ໄດ້​ຈັດ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ແລະ ມີ​ນັກ​ຂ່າວ​ຖາມ​ບັນ​ຫາ​ກ່ຽວ​ກັບ​ກອງ​ປະ​ຊຸມ​ເປີດ​ກວ້າງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອາ​ຊຽນ. ຕໍ່​ເລື່ອງ​ນີ້, ທ່ານ​ກົ່ວ​ເຈ່ຍ​ຄຸນ​ກ່າວ​ວ່າ: ກອງ​ປະ​ຊຸມ​ເປີດ​ກວ້າງ​ ລັດ​ຖະ​ມົນ​ຕີ​ ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອາ​ຊຽນ​ ຄວນ​ເສີມ​ຂະ​ຫຍາຍ​ ບົດ​ບາດ​ອັນ​ຕັ້ງ​ໜ້າ​ເພື່ອ​ໃຫ້​ປະ​ເທດ​ ໃນ​ພາກ​ພື້ນ​ເພີ່ມ​ທະ​ວີ ​ການ​ສົນ​ທະ​ນາ​ກັນ, ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ ແລະ ຊຸກ​ຍູ້​ການ​ຮ່ວມ​ມື​ກັນ. ຈີນ​ຄັດ​ຄ້ານ​ທຸກ​ອິດ​ທິ​ກຳ​ລັງ​​ ຢາກ​ສວຍ​ໃຊ້​ໂອ​ກາດ​ນີ້ ​ເພື່ອ​ສ້າງ​ຄວາມ​ວຸ້ນ​ວາຍ ແລະ ໃຊ້​ອຳ​ນາດ​ໃນ​ທາງ​ທີ່​ບໍ່​ຖືກ​ຕ້ອງ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top