KPL
ພາຍຫລັງພັກນໍາພາປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ໃນປີ 1975 ເປັນຕົ້ນມາ. ພັກປະຊາຊົນປະຕິວັດລາວໄດ້ສືບຕໍ່ຍຶດໝັ້ນທິດທາງສັງຄົມນິຍົມ ແລະ ພະຍາຍາມຊອກຄົ້ນເສັ້ນທາງການພັດທະນາທີ່ເໝາະສົມກັບສະພາບການຕົວຈິງຂອງປະເທດຕົນ ໂດຍສະ ເພາະແຕ່ປີ 1986 ເປັນຕົ້ນມາ.
ຂປລ. ພາຍຫລັງພັກນໍາພາປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ໃນປີ 1975 ເປັນຕົ້ນມາ. ພັກປະຊາຊົນປະຕິວັດລາວ ໄດ້ສືບຕໍ່ຍຶດໝັ້ນທິດທາງສັງຄົມນິຍົມ ແລະ ພະຍາຍາມຊອກຄົ້ນເສັ້ນທາງ ການພັດທະນາທີ່ເໝາະສົມກັບສະພາບການຕົວຈິງຂອງປະເທດຕົນ ໂດຍສະເພາະແຕ່ປີ 1986 ເປັນຕົ້ນມາ ເມື່ອໄດ້ເປີດສັງກາດ ແຫ່ງຂະບວນການປ່ຽນແປງໃໝ່ຂອງລາວ ກໍໄດ້ສ້າງເສັ້ນທາງແຫ່ງການພັດທະນາ ການຫັນເປັນທັນສະໄໝສັງຄົມນິຍົມ ທີ່ມີລັກສະນະພິເສດຂອງລາວເທື່ອລະກ້າວ.
ອັນທໍາທິດ, ການຍຶດໝັ້ນການນຳພາຂອງພັກ ຕິດພັນກັບການປະດິດສ້າງທິດສະດີ, ພັກປະຊາຊົນປະຕິວັດລາວ ຍາມໃດກໍຍຶດໝັ້ນຖືເອົາລັດທິມາກ-ເລນິນ ແລະ ແນວຄິດໄກສອນ ພົມວິຫານ ເປັນແນວທາງນຳພາ. ກອງປະ ຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໄດ້ກ່າວວ່າ: ການປ່ຽນແປງໃໝ່ພາຍໃຕ້ການນຳພາຂອງພັກ ແມ່ນໜ້າທີ່ປະຕິວັດທີ່ເລິກເຊິ່ງ ແລະ ຮອບດ້ານ ຊຶ່ງຕ້ອງດຳເນີນຢ່າງຮອບດ້ານ, ຕໍ່ເນື່ອງ ແລະ ໄລຍະຍາວ ເພື່ອຕອບສະ ໜອງ, ຄວາມມຸ່ງມາດປາຖະໜາອັນແຮງກ້າຂອງປະຊາຊົນບັນດາເຜົ່າ ໃນການຍົກສູງ ຊີວິດການເປັນຢູ່ ແລະ ນຳພາປະເທດຊາດກ້າວໄປສູ່ສັງ ຄົມນິຍົມ. ພັກປະຊາຊົນປະຕິວັດລາວ ຍາມໃດກໍຍຶດໝັ້ນທິດທາງການພັດທະນາປະເທດຊາດ, ຖືເອົາການນຳພາທາງດ້ານການເມືອງຂອງພັກ ປະຕິບັດໃຫ້ເປັນຈິງໃນທຸກຂົງເຂດ ຄື: ເສດຖະກິດ, ການເມືອງ, ວັດທະນະທຳ-ສັງຄົມ ແລະ ອື່ນໆ ເພື່ອຮັບປະກັນໃຫ້ການພັດທະນາ ຫັນເປັນທັນສະໄໝ ກ້າວໄປໜ້າຢ່າງໝັ້ນທ່ຽງ ຕາມ ທິດທາງທີ່ຖືກຕ້ອງຂອງສັງຄົມນິຍົມ.
ພັກປະຊາຊົນປະຕິວັດລາວ ຍາມໃດກໍຍຶດໝັ້ນ ການນຳເອົາຫລັກການພື້ນຖານ ຂອງລັດທິມາກ-ເລນິນ ຕິດພັນກັບສະພາບການຕົວຈິງຂອງປະເທດຕົນ ແລະ ໄດ້ເສີມຂະຫຍາຍການປະດິດສ້າງ ດ້ານທິດສະດີຢ່າງບໍ່ຢຸດຢັ້ງ ໂດຍເນັ້ນໜັກວ່າ: "ປະເທດສັງຄົມນິຍົມຕ້ອງເພີ່ມທະວີ ການເຊື່ອມໂຍງທິດສະດີລັດທິມາກ-ເລນິນ ກັບສະພາບຕົວຈິງຂອງຊາດຕົນຕື່ມອີກ ພ້ອມທັງຊອກຄົ້ນເສັ້ນທາງສັງຄົມນິຍົມ ທີ່ເໝາະສົມກັບສະພາບການຕົວຈິງຂອງຊາດຕົນ" ຊຶ່ງໄດ້ສະແດງໃຫ້ເຫັນເຖິງ ຄຸນລັກສະນະທິດສະດີ ທີ່ກ້າວຕາມຍຸກສະໄໝຂອງພັກການເມືອງມາກຊິດ, ເຮັດໃຫ້ລັດທິມາກ-ເລນິນໄດ້ມີຊີວິດຊີວາໃນພຶດຕິກໍາຕົວຈິງຢູ່ລາວ.
ຄຸນລັກສະນະສໍາຄັນຂອງການຫັນເປັນທັນສະໄໝສັງຄົມນິຍົມຂອງລາວ ແມ່ນການຍຶດໝັ້ນການນຳພາຂອງພັກ ແລະ ການຊຸກຍູ້ການປະດິດສ້າງທິດສະດີ ຕິດພັນກັບການສ້າງສັງຄົມນິຍົມ. ການຍຶດໝັ້ນການນຳພາຂອງພັກ ໄດ້ສະໜອງການຮັບປະກັນ ທາງດ້ານການເມືອງ ແລະ ພື້ນຖານດ້ານອົງການຈັດຕັ້ງ ໃຫ້ແກ່ການປະດິດສ້າງດ້ານທິດສະດີ, ເຮັດໃຫ້ການປະດິດສ້າງສືບຕໍ່ ກ້າວໄປໜ້າຕາມທິດທາງສັງຄົມນິຍົມ; ສ່ວນການປະດິດສ້າງດ້ານທິດສະດີນັ້ນ ກໍໄດ້ສ້າງເນື້ອໃນ ຄວາມໝາຍທາງວິທະຍາສາດ ໃຫ້ແກ່ການນຳພາຂອງພັກ, ເຮັດໃຫ້ພັກສາມາດຮັບຮູ້ທ່າອ່ຽງ ແລະ ກົດເກນຂອງການພັດທະນາ ໃນຍຸກສະໄໝ ແລະ ຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງພາກປະຕິບັດຕົວຈິງໄດ້ຢ່າງຖືກຕ້ອງ. ພາຍໃຕ້ຄວາມເປັນອັນໜຶ່ງອັນດຽວກັນ ແບບວິທະຍາສາດຂອງທັງສອງດ້ານນີ້, ຈຶ່ງໄດ້ຊອກຄົ້ນເສັ້ນທາງການພັດທະນາ ການຫັນເປັນທັນສະໄໝສັງຄົມນິຍົມ ທີ່ມີລັກສະນະພິເສດຂອງຕົນຂຶ້ນມາ.
ອັນທີສອງ, ຍຶດໝັ້ນການກຳນົດທິດທາງສັງຄົມນິຍົມ ຕິດພັນກັບກຳລັງແຮງຂອງຕະຫລາດ, ການຊອກຄົ້ນລະບົບເສດຖະກິດ ທີ່ເໝາະສົມກັບລະດັບການພັດທະນາ ຂອງກຳລັງການຜະລິດ ແມ່ນຈຸດສຳຄັນຂອງການຫັນເປັນທັນສະໄໝສັງຄົມນິຍົມຂອງລາວ. ພັກປະຊາຊົນປະຕິວັດລາວ ໄດ້ຮັບຮູ້ຢ່າງເລິກເຊິ່ງວ່າ: ເສດຖະກິດຕະຫລາດ ມີບົດບາດອັນສຳຄັນທີ່ບໍ່ສາມາດປ່ຽນແທນໄດ້ ໃນການຊຸກຍູ້ການພັດທະນາ ກຳລັງການຜະລິດ ແລະ ເພີ່ມທະວີປະສິດທິພາບໃນການຈັດສັນຊັບພະຍາກອນ; ສ່ວນທາດແທ້ຂອງສັງຄົມນິຍົມ ແມ່ນການປົດປ່ອຍ ແລະ ພັດທະນາກຳລັງການຜະລິດ, ກຳຈັດຄວາມທຸກຍາກ ແລະ ບັນລຸຄວາມຮັ່ງມີຮ່ວມກັນ ໂດຍຖືເອົາການຍົກສູງຊີວິດການເປັນຢູ່ຂອງປະຊາຊົນບັນ ດາເຜົ່າໃຫ້ດີຂຶ້ນຢ່າງຕໍ່ເນື່ອງ ເປັນເປົ້າໝາຍພື້ນຖານ. ພັກປະຊາຊົນປະຕິວັດລາວ ໄດ້ຖືເອົາການພັດທະນາກຳລັງການຜະລິດ ເປັນໜ້າທີ່ຕົ້ນຕໍ ຂອງການສ້າງສັງຄົມນິຍົມ, ພ້ອມທັງສະເໜີວ່າ ການສ້າງເສດຖະກິດຕະຫລາດ ທີ່ມີທິດທາງສັງຄົມນິຍົມ ແມ່ນທ່າອ່ຽງທີ່ຈຳເປັນ ແລະ ເປັນໜ້າທີ່ສຳຄັນໃນປັດຈຸບັນ ແລະ ໄລຍະຍາວ. ພາຍໃຕ້ການນຳພາຂອງແນວຄິດດັ່ງກ່າວ, ໂດຍຖືເອົາການສ້າງ "ເສດຖະກິດຕະຫລາດ ຕາມທິດທາງສັງຄົມນິຍົມ" ເປັນພື້ນຖານ, ລາວໄດ້ສົ່ງເສີມໃຫ້ບັນດາ ພາກສ່ວນເສດຖະກິດຕ່າງໆ ດຳເນີນການຕາມກົນໄກຕະຫລາດ ພາຍໃຕ້ການຄຸ້ມຄອງ ແລະ ການຄວບຄຸມຂອງລັດຖະບານ, ໂດຍເນັ້ນວ່າ ບັນດາພາກສ່ວນເສດຖະກິດ ລ້ວນແຕ່ມີຄວາມສະເໝີພາບກັນ ຕາມກົດໝາຍ, ພ້ອມທັງພັດທະນາ ເສດຖະກິດຫລາຍກໍາມະສິດ, ຊຸກຍູ້ການລົງທຶນຂອງພາກເອກະຊົນ ແລະ ການມີສ່ວນຮ່ວມຂອງທຶນຕ່າງປະເທດ ໃນການສ້າງສາພັດທະນາປະເທດຊາດ. ບົນພື້ນຖານດັ່ງກ່າວ, ພັກປະຊາຊົນປະຕິວັດລາວ ໄດ້ຈັດຕັ້ງປະ ຕິບັດ "ກົນໄກເສດຖະກິດໃໝ່" ຢ່າງສ້າງສັນ, ເປີດປະຕູສູ່ການປ່ຽນແປງດ້ານເສດຖະກິດ.
ອັນທີສາມ, ນຳໃຊ້ການເຊື່ອມໂຍງ-ເຊື່ອມຈອດຂອງພາກພື້ນ ເພື່ອແກ້ໄຂຂໍ້ຈຳກັດດ້ານການພັດທະນາ ເພື່ອສືບຕໍ່ຍູ້ແຮງລະດັບການ ເຊື່ອມໂຍງ-ເຊື່ອມຈອດຂອງລາວ ແລະ ປະກອບສ່ວນຊຸກ ຍູ້ການພັດທະນາ ເສດຖະກິດ-ສັງຄົມຂອງລາວໃຫ້ມີຄວາມຍືນຍົງ, ລັດຖະບານລາວ ໄດ້ວາງຍຸດທະສາດ ແລະ ແຜນພັດທະນາ "ຫັນປະເທດທີ່ບໍ່ມີທາງອອກສູ່ທະເລ ໃຫ້ກາຍເປັນປະເທດທີ່ສາມາດເຊື່ອມໂຍງ-ເຊື່ອມຈອດກັບພາກພື້ນ ແລະ ສາກົນ". ການເປີດນຳໃຊ້ລົດໄຟ ລາວ-ຈີນ ແມ່ນຜົນສຳເລັດ ທີ່ເປັນເອກະລັກຂອງຍຸດທະສາດດັ່ງກ່າວ. ທາງລົດໄຟສາຍນີ້ ບໍ່ພຽງແຕ່ໄດ້ຫັນປ່ຽນລາວ ຈາກ "ປະ ເທດທີ່ບໍ່ມີທາງອອກສູ່ທະເລ" ມາເປັນ "ປະເທດທີ່ ເຊື່ອມໂຍງ-ເຊື່ອມຈອດ" ເທົ່ານັ້ນ, ແຕ່ຍັງໄດ້ສ້າງຄວາມສະດວກໃຫ້ແກ່ການຄ້າ ແລະ ການເຄື່ອນໄຫວຂອງປະຊາຊົນ ລະຫວ່າງ ລາວ-ຈີນ ແລະ ບັນດາປະເທດອາຊຽນ ນຳອີກ. ໂດຍໄດ້ນຳເອົາການພັດທະນາ ການຫັນເປັນທັນສະໄໝ ເຂົ້າໃນກອບອັນໃຫຍ່ຫລວງ ຂອງການເຊື່ອມໂຍງເຂົ້າກັນໃນພາກພື້ນ ເພື່ອຊຸກຍູ້ ໃຫ້ມີການສ້າງພື້ນຖານໂຄງລ່າງຂະໜາດໃຫຍ່, ເຮັດໃຫ້ຂໍ້ບົກຜ່ອງດ້ານພູມສາດຂອງຊາດ ກາຍເປັນຂໍ້ໄດ້ປຽບດ້ານທີ່ຕັ້ງ ໃນການເຊື່ອມໂຍງ-ເຊື່ອມຈອດ ກັບທຸກພາກສ່ວນໃນພາກພື້ນ. ຮູບແບບການຫັນເປັນທັນສະໄໝ ແບບເປີດກວ້າງນີ້ ບໍ່ພຽງແຕ່ໄດ້ຊຸກຍູ້ການໝູນ ວຽນຂອງສິນຄ້າ, ປະຊາຊົນ ແລະ ທຶນຮອນ ພາຍໃນປະເທດລາວ ເທົ່ານັ້ນ, ແຕ່ຍັງເຮັດໃຫ້ລາວ ໄດ້ຮັບຜົນປະໂຫຍດ ຈາກກະແສໂລກາພິວັດ ຜ່ານການເພີ່ມທະວີການຮ່ວມມືໃນພາກພື້ນນຳອີກ.
ອັນທີສີ່, ສົ່ງເສີມການພັດທະນາແບບສີຂຽວ ແລະ ຍືນຍົງ ໃນຂະບວນການຫັນເປັນທັນສະໄໝ, ລາວ ໄດ້ນຳເອົາການປົກປັກຮັກສາສິ່ງແວດລ້ອມ ແລະ ການພັດທະນາເສດຖະກິດ ຕິດພັນກັບການລົບລ້າງຄວາມທຸກຍາກ ຊຶ່ງໄດ້ສະແດງໃຫ້ເຫັນເຖິງ "ແນວຄິດແບບສີຂຽວ" ອັນຊັດເຈນຂອງພັກ, ວິໄສທັດການພັດທະນາ ເສດຖະກິດ-ສັງຄົມຂອງລາວ ປີ 2055 ໄດ້ວາງອອກວ່າ: ຈະສ້າງລາວໃຫ້ເປັນສູນກາງພະລັງງານສີຂຽວ ຂອງອາຊີຕາເວັນອອກສ່ຽງໃຕ້ ເປັນຈຸດໝາຍປາຍທາງພັກຜ່ອນ ແລະ ຮັກສາສຸຂະພາບ ທີ່ມີຄວາມດຶງດູດຢ່າງຍິ່ງໃນອາຊີ ແລະ ເປັນຈຸດໝາຍປາຍທາງທ່ອງທ່ຽວ ແບບມໍລະດົກໂລກວັດທະນະທຳ ແລະ ນິເວດວິທະຍາ.
ພັກ ແລະ ລັດຖະບານລາວ ໄດ້ເອົາໃຈໃສ່ຢ່າງສູງຕໍ່ການປົກປັກຮັກສາສິ່ງແວດລ້ອມ ແລະ ໄດ້ນຳເອົາແນວຄິດ "ສີຂຽວ" ເຊື່ອມຊຶມຢ່າງທົ່ວເຖິງ ໃນຂະບວນການພັດທະນາເສດຖະກິດ-ສັງຄົມ, ຖືເອົາສະພາບແວດລ້ອມທີ່ດີ ງາມ ເປັນພື້ນຖານອັນຈຳເປັນ ແລະ ປັດໄຈການຜະລິດທີ່ສຳຄັນ ໃນການຊຸກຍູ້ການສ້າງ ການຫັນເປັນທັນສະໄໝ, ພ້ອມທັງເສີມຂະຫຍາຍບົດບາດຂອງສິ່ງແວດ ລ້ອມທີ່ດີງາມ ໃນຖານະເປັນປັດໄຈ ການຜະລິດທີ່ສຳຄັນ, ຫັນປ່ຽນທ່າໄດ້ປຽບທາງດ້ານນິເວດວິທະຍາ ໃຫ້ກາຍເປັນທ່າໄດ້ປຽບ ດ້ານການພັດທະນາ ຢ່າງແທ້ຈິງ ເຊັ່ນ: ຍຸດທະສາດພະລັງງານສະອາດ ໃນການສ້າງ "ໝໍ້ໄຟແຫ່ງອາຊີຕາເວັນອອກສ່ຽງໃຕ້"; ການພັດທະນາ ກະສິກຳນິເວດວິທະຍາ, ການທ່ອງທ່ຽວຊົນນະບົດ ແລະ ເສດຖະກິດການຄ້າຊາຍແດນ ຊຶ່ງໄດ້ປະກອບສ່ວນຫລຸດຜ່ອນ ອັດຕາຄວາມທຸກຍາກຢ່າງຫລວງຫລາຍ, ຄຽງຄູ່ກັບການປົກປັກຮັກສາສິ່ງແວດລ້ອມທີ່ດີງາມ.
ອັນທີຫ້າ, ການພັດທະນາຮ່ວມກັນຢ່າງກົມກຽວກັນ ລະຫວ່າງສີວິໄລດ້ານວັດຖຸ ແລະ ສີວິໄລດ້ານຈິດໃຈ, ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໄດ້ກ່າວວ່າ: "ໃນໄລ ຍະປີຕໍ່ໜ້ານີ້, ຕ້ອງສືບຕໍ່ຍຶດໝັ້ນ ແລະ ເສີມຂະຫຍາຍຄຸນຄ່າ ວັດທະນະທຳອັນດີງາມຂອງຊາດ ເພື່ອໃຫ້ບັນລຸໄດ້ການພັດທະນາຮ່ວມກັນ ຢ່າງກົມກຽວລະຫວ່າງສີວິໄລດ້ານວັດຖຸ ແລະ ສີວິໄລດ້ານຈິດໃຈ." ການຫັນເປັນທັນສະໄໝ ສັງຄົມນິຍົມຂອງລາວ ໄດ້ຝັງຮາກເລິກຢູ່ໃນດິນແດນວັດທະນະທຳ ອັນອຸດົມສົມບູນຂອງຊາດຕົນ, ການສືບທອດມູນເຊື້ອອັນດີງາມຂອງຊາດ ເພື່ອສະໜັບສະໜູນ ການສ້າງການຫັນເປັນທັນສະໄໝຂອງລາວເອງ.
ພັກປະຊາຊົນປະຕິວັດລາວ ໄດ້ເອົາໃຈໃສ່ຢ່າງສູງໃນການປົກປັກຮັກສາ ແລະ ເສີມຂະຫຍາຍ ວັດທະນະທຳອັນດີງາມຂອງຊາດ, ສຶກສາອົບຮົມໄວໜຸ່ມໃຫ້ຮັກແພງ ແລະ ຮໍ່າຮຽນວັດທະນະທຳ ມູນເຊື້ອຂອງຊາດ, ປົກປັກຮັກສາເອກະລັກ ດ້ານວັດທະນະທຳ, ສົ່ງເສີມການນຸ່ງຖື ຖືກຕາມຮີດຄອງປະເພນີຂອງຊາດ, ປົກປັກຮັກສາສະຖານທີ່ປູຊະນີຍະສະຖານ ແລະ ສ້າງສິ່ງອຳນວຍຄວາມສະດວກດ້ານວັດທະນະທຳ, ເຕົ້າໂຮມກຳລັງແຮງຮ່ວມຂອງປວງຊົນທັງ ຊາດ ເຂົ້າໃນການສ້າງການຫັນເປັນທັນສະໄໝ. ພັກ ໄດ້ເອົາໃຈໃສ່ເຖິງບົດບາດຂອງພຸດທະສາສະໜາ ໃນການຮັກສາຄວາມສະຫງົບສຸກ ແລະ ຄວາມໝັ້ນຄົງຂອງສັງຄົມ, ໄດ້ວາງອອກ ແລະ ປະກາດໃຊ້ນະໂຍບາຍກ່ຽວກັບສາສະໜາທີ່ສອດຄ່ອງກັບສະພາບຕົວຈິງຂອງລາວ ຢ່າງຕັ້ງໜ້າ, ພ້ອມທັງນຳໃຊ້ພຸດທະສາສະໜາ ເພື່ອສຶກສາອົບຮົມຄວາມຮັກຊາດ. ພາຍໃຕ້ກະແສການຫັນເປັນທັນສະໄໝ, ລາວ ທັງໄດ້ຮັບເອົາບັນດາຜົນງານຂອງອາລິຍະທຳສະໄໝໃໝ່, ທັງໄດ້ຮັກ ສາໄວ້ຄວາມເປັນເອກະລາດ ດ້ານວັດທະນະທຳຂອງຊາດ ແລະ ຄວາມສະຫງົບສຸກອັນໝັ້ນຄົງ ຂອງລະບຽບສັງຄົມ, ໄດ້ສ້າງຄວາມສາມັກຄີທາງສັງຄົມທີ່ເປັນເອກະລັກ ແລະ ໝັ້ນທ່ຽງ.
ໂດຍ:ເຊີນຢ້ຽນ
ຫົວໜ່ວຍສັງກັດ:ກຸ່ມສື່ໜັງສືພິມລາຍວັນຢຸນນານ
KPL