ສວນນໍ້າທິດາເພັດ ມີຫລາຍກິດຈະກໍາເພື່ອຕ້ອນຮັບນັກທ່ອງທ່ຽວໃນໄລຍະບຸນປີໃໝ່ລາວ

16/04/2026 14:16
ຂປລ ຂປລ. ສວນ​ນໍ້າ​ທິດາ​ເພັດ​​ ຈາກນະຄອນ​ປາກ​​ເຊ ​ແຂວງ​ຈໍາປາ​ສັກ ​ແມ່ນ​ສະຖານ​ທີ່ທ່ອງ​ທ່ຽວ ທີ່​ພວມ​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ ຈາກ​ນັກ​ທ່ອງ​ທ່ຽວທັງ​ພາຍ​ໃນ ​ແລະ ຕ່າງ​ປະ​ເທດ ​ເນື່ອງ​ຈາກ​ວ່າສວນ​ແຫ່ງ​ນີ້​ເປັນ​ສູນ​ລວມການ​ຮຽນຮູ້ ດ້ານ​ການ​ປູກຝັງ-​ລ້ຽງສັດ

ຂປລ. ສວນ​ນໍ້າ​ທິດາ​ເພັດ​​  ຈາກນະຄອນ​ປາກ​​ເຊ ​ແຂວງ​ຈໍາປາ​ສັກ ​ແມ່ນ​ສະຖານ​ທີ່ທ່ອງ​ທ່ຽວ ທີ່​ພວມ​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ ຈາກ​ນັກ​ທ່ອງ​ທ່ຽວທັງ​ພາຍ​ໃນ ​ແລະ ຕ່າງ​ປະ​ເທດ  ​ເນື່ອງ​ຈາກ​ວ່າສວນ​ແຫ່ງ​ນີ້​ເປັນ​ສູນ​ລວມການ​ຮຽນຮູ້ ດ້ານ​ການ​ປູກຝັງ-​ລ້ຽງສັດ ​​ ​ໂດຍ​ມີ​ການ​ຈັດ​​ໂຊນ​ຕ່າງໆຢ່າງ​ສວຍ​ງາມ​ເປັນຕົ້ນ ການປູກເຂົ້າ, ປູກຕົ້ນໄມ້ໃຫ້ໝາກ,  ລ້ຽງສັດ ແລະ  ການທ່ອງທ່ຽວທາງທໍາມະຊາດ ຈະພັດທະນາປັບປຸງແຄມຫ້ວຍໂຕະໂໝະ, ເຮັດກັນເຈື່ອນ, ປູກຕົ້ນໄມ້ປະດັບ​ເພື່ອຮັກສາພື້ນທີ່ ສີຂຽວໃຫ້ມີຄວາມສວຍສົດງົດງາມ.​ແນວ​ໃດ​ກໍ​ດີ,  ​ເພື່ອ​ເປັນ​ການສະ​ເຫ​ລີມສະຫລອງ ບຸນປີ​
ໃໝ່ລາວ​ທີ່​ໃກ້​ຈະ​ມາ​ເຖິງ​ນີ້ ກໍ​ມີ​ຫລາຍ​ກິດຈະ​ກໍາ​ເພື່ອ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​.

ທ່ານ ນາງ ພອນປະດິດ ແພງສັກເມືອງ ຜູ້ພັດທະນາ ສວນນໍ້າທິດາເພັດ ໃຫ້ຮູ້ວ່າ: ເຖິງວ່າທຸລະກິດ ແຫລ່ງທ່ອງທ່ຽວສວນນໍ້າທິດາເພັດ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ແຕ່ຖ້າທຽບໃສ່ຄວາມຮຽກຮ້ອງຕ້ອງການທາງດ້ານການທ່ອງທ່ຽວ ກໍຄື ການຊົມໃຊ້ບໍລິການຂອງນັກທ່ອງທ່ຽວ ເຫັນວ່າຍັງມີບາງດ້ານຕ້ອງໄດ້ປັບປຸງໃຫ້ດີຂຶ້ນ. ສໍາລັບໄລຍະສະເຫລີມສະຫລອງບຸນປີໃໝ່ລາວ ພສ 2569 ທີ່ຈະຈັດຂຶ້ນໃນວັນທີ 14 - 16  ເມສາ 2026 ນີ້, ກໍມີການບໍລິການແບບປົກກະຕິຄືທີ່ຜ່ານມາ, ພິເສດໃນໄລຍະບຸນປີໃໝ່ລາວ ປີນີ້ ຢູ່ສວນນໍ້າທິດາເພັດ ຈະບໍ່ໄດ້ເກັບຄ່າເຂົ້າຊົມ, ບໍ່ໄດ້ເກັບຄ່າຝາກລົດ, ຄ່າບ່ອນນັ່ງ ແລະ ຄ່າຕູບກໍບໍ່ໄດ້ເກັບ, ມີການບໍລິການອາຫານ, ເຄື່ອງດື່ມ, ມີກາເຟແຊບໆ, ນໍ້າ
ໝາກພ້າວຫວານໆ ແຕ່ລາຄາບໍ່ແພງ ເພື່ອບໍລິການລູກຄ້າ. ນອກນີ້
,  ສວນນໍ້າທິດາເພັດ ຍັງມີກິດຈະກໍາດີໆສໍາລັບເດັກນ້ອຍ. ທັງນີ້ ກໍເພື່ອສ້າງໃຫ້ສວນນໍ້າທິດາເພັດ ເປັນສວນຕົວແບບໃຫ້ນັກຮຽນໄດ້ເຂົ້າມາທັດສະນະສຶກສາກ່ຽວກັບປະເພດຕົ້ນໄມ້ຕ່າງໆ ເພື່ອປູກຈິດສໍານຶກໃຫ້ລູກຫລານຮູ້ຮັກທໍາມະຊາດ
, ສິ່ງແວດລ້ອມ ແລະ ເປີດກ້ວາງໃຫ້ອົງກອນຕ່າງໆໄດ້ເຂົ້າມາຈັດກິດຈະກຳ ຕາມເເຕ່ລະໂອກາດວັນສໍາຄັນຕ່າງໆ.

ທ່ານ ນາງ ພອນປະດິດ ກ່າວຕື່ມວ່າ: ການພັດທະນາແຫລ່ງທ່ອງທ່ຽວສວນນໍ້າທິດາເພັດ ແມ່ນພັດທະນາໃນຮູບແບບກະສິກຳ ໂດຍຖືເອົາວຽກງານກະສິກຳ ເປັນບູລິມະສິດໜຶ່ງ ໃນການພັດທະນາ ເພື່ອສົ່ງເສີມການຜະລິດເປັນສິນຄ້າ, ການບໍລິການສ້າງວຽກເຮັດງານທໍາ, ສ້າງລາຍຮັບ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃຫ້ນັບມື້ດີຂຶ້ນ. ສວນນໍ້າທິດາເພັດ ມີຄວາມສວຍສົດງົດງາມ, ມີສາຍນໍ້າທໍາມະຊາດໄຫລຜ່ານຕະຫລອດປີຈິ່ງເໝາະສົມສໍາລັບພັກຜ່ອນ  ແລະ ທ່ອງທ່ຽວໂດຍສະເພາະໃນສະພາບອາກາດຮ້ອນໆແບບນີ້. ສະຖານທີ່ທ່ອງທ່ຽວສວນນໍ້າທິດາເພັດ ຢູ່ບ້ານຫລັກ 40 ເມືອງປະທຸມພອນ ແຂວງຈໍາປາສັກ ໄລຍະປີ 2015 - 2018, ໄດ້ຮັບຄວາມນິຍົມຊົມຊອບຈາກສັງຄົມເປັນຢ່າງດີ ໃນດ້ານການທ່ອງທ່ຽວສີຂຽວ ຈຶ່ງໄດ້ຂະຫຍາຍໃຫ້ມີສະຖານທີ່ບໍລິການໃຫ້ພຽງພໍ ໂດຍເປີດຮ້ານອາຫານບໍລິການ ໃນໄລຍະວັນເສົາ - ວັນອາທິດ ແລະ ເທດສະການວັນສໍາຄັນຕ່າງໆ, ຄຽງຄູ່ກັນນີ້ ກໍໄດ້ເລີ່ມປູກຕົ້ນໄມ້ໃຫ້ໝາກ ແລະ ລ້ຽງສັດຈໍານວນໜຶ່ງ ເຊັ່ນ: ລ້ຽງປາ, ງົວ, ຂົກກະຈອກ ແລະ ໝູປ່າ. ໃນປີ 2019 - 2023, ເຖິງວ່າຈະໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກໄພພິບັດນໍ້າຖ້ວມ ແລະ ການລະບາດຂອງພະຍາດໂຄວິດ-19 ແລະ ວິດກິດການໄພເງີນເຟີ້ ແຕ່ຜູ້ພັດທະນ່ສວນນໍ້າທິດາເພັດ ບໍ່ໄດ້ລົດລະຄວາມພະຍາຍາມ ແລະ ໄດ້ຫັນວິກິດໃຫ້ກາຍເປັນໂອກາດ, ໂດຍໄດ້ມີການປັບປຸງພື້ນທີ່ທໍາການຜະລິດ ໃນຂອບເຂດເນື້ອທີ່ 60 ເຮັກຕາ, ເປັນໂຊນທ່ອງທ່ຽວ 4 ເຮັກຕາ ຂອງຈໍານວນເນື້ອທີ່ທັງໝົດ ເພື່ອໃຫ້ສອດຄ່ອງຕາມແຜນພັດທະນາເສດຖະກິດ ຈິ່ງໄດ້ຂໍອະນຸຍາດຈົດທະບຽນດຳເນີນທຸລະກິດ ເປັນທິດາເພັດຟາມ ຂຶ້ນເຊິ່ງໄດ້ຮັບທຶນສະໜັບສະໜູນຈາກ ທະນາຄານຮ່ວມທຸລະກິດລາວ-ຫວຽດ ຈໍານວນໜຶ່ງ, ເປົ້າໝາຍກໍເພື່ອພັດທະນາເປັນແຫລ່ງທ່ອງທ່ຽວໃນຮູບແບບກະສິກຳ. ເລີ່ມແຕ່ກາງປີ 2024 ຈົນຮອດປະຈຸບັນ ໄດ້ມີການປັບປຸງຮ້ານອາຫານ, ສະຖານທີ່ບໍລິການພັກຜ່ອນ, ມີການບໍລິການແບບແຄ້ມປິ້ງ, ມີສັດລ້ຽງໄວ້ໃຫ້ນັກທ່ອງທ່ຽວໄດ້ທ່ຽວຊົມເປັນຕົ້ນແມ່ນນົກກະຈອກເທບ, ແກະ, ນົກຍຸງ ແລະ ອື່ນໆ.

ໂດຍ: ທູນທອງໃຈ

KPL

ຂ່າວອື່ນໆ

    • ເປີດແຫລ່ງທ່ອງທ່ຽວທໍາມະຊາດ ນໍ້າຕົກຕາດຫ້ວຍກາງ ບ້ານຜາດໍາບົດ-ສາລະຄະດີ

      ເປີດແຫລ່ງທ່ອງທ່ຽວທໍາມະຊາດ ນໍ້າຕົກຕາດຫ້ວຍກາງ ບ້ານຜາດໍາ

      4/16/2026 2:41:59 PM

      ຂປລ. ນໍ້າຕົກຕາດຫ້ວຍກາງ ຕັ້ງຢູ່ບ້ານຜາດໍາ ເມືອງເມິງ ແຂວງບໍ່ແກ້ວ ເຊິ່ງໄດ້ຮັບການສໍາຫລວດໃນປີ 2023 ທັງຖືກກໍານົດເປັນແຫລ່ງທ່ອງທ່ຽວຢູ່ໃນລະດັບຂັ້ນເມືອງ, ມີເນື້ອທີ່ ທີ່ໄດ້ກໍານົດໄວ້ຫລາຍກວ່າ 110 ເຮັກຕາ, ພື້ນທີ່ດັ່ງກ່າວ ເປັນປ່າຫົວນໍ້າ ແລະ ເປັນປ່າສະຫງວນຂອງບ້ານທີ່ມີຄວາມອຸດົມສົມບູນທາງດ້ານຊີວະນາໆພັນນາໆຊະນິດຕ່າງໆ.

    • ປີໃໝ່ ຄວນເອົາໃຈໃສ່ບັນຫາອຸບັດເຫດ ບົດ-ສາລະຄະດີ

      ປີໃໝ່ ຄວນເອົາໃຈໃສ່ບັນຫາອຸບັດເຫດ

      4/16/2026 2:35:44 PM

      ຂປລ. ຍັງອີກບໍ່ພໍເທົ່າໃດມື້ ບຸນຕຸດສົງການ ຫລື ບຸນປີລາວໃໝ່ ໄດ້ໝູນວຽນມາຮອດອີກເທື່ອໜຶ່ງ ຊຶ່ງເປັນບຸນລະດັບຊາດທີ່ໄດ້ຈັດຕັ້ງກັນມາເທົ່າທຸກວັນນີ້ ທັງເປັນບຸນທີ່ພວກເຮົາລໍຄອຍ ທີ່ຈະໄດ້ພົບພໍ້ກັນ ແລະ ອອຍພອນເຊິ່ງກັນ ແລະ ກັນ.

    • ແກ້ງເຊລະນອງ ບ້ານຕະຫລຸງ ເມືອງຕະໂອ້ຍ ຍິນດີຕ້ອນຮັບນັກທ່ອງທ່ຽວທຸກທ່ານໃນໄລຍະບຸນປີໃໝ່ລາວບົດ-ສາລະຄະດີ

      ແກ້ງເຊລະນອງ ບ້ານຕະຫລຸງ ເມືອງຕະໂອ້ຍ ຍິນດີຕ້ອນຮັບນັກທ່ອງທ່ຽວທຸກທ່ານໃນໄລຍະບຸນປີໃໝ່ລາວ

      4/16/2026 2:32:03 PM

      ຂປລ. ແກ້ງເຊລະນອງ ບ້ານຕະຫລຸງ ເມືອງຕະໂອ້ຍ ແຂວງສາລະວັນ ກຽມພ້ອມຕ້ອນຮັບນັກທ່ອງທ່ຽວດ້ວຍຄວາມອົບອຸ່ນ ແລະ ເປັນກັນເອງ ໂດຍໄດ້ພາກັນປຸກຕູບກາງນໍ້າ ຫລາຍກວ່າ 10 ຕູບ ເພື່ອໃຫ້ເປັນບ່ອນພັກຜ່ອນ, ກິນເຂົ້າ, ນັ່ງຫລິ້ນ ແລະ ແຊ່ນໍ້າເຢັນໆ ທ່າມກາງທໍາມະຊາດທີ່ສວຍງາມ ຊຶ່ງສະຖານທີ່ທ່ອງທ່ຽວແຫ່ງນີ້ ເໝາະສໍາລັບການມາທ່ຽວແບບຄອບຄົວ ຫລື ພາໝູ່ຄູ່ມາເປັນທີມ ເພື່ອຜ່ອນຄາຍຮ້ອນ ແລະ ສະເຫລີມສະຫລອງບຸນປີໃໝ່ລາວ ພສ 2569 ຢ່າງເບີກບານມ່ວນຊື່ນ.

    •  ນ້ຳຫວານ ປິຍະດາ   ພ້ອມຄວ້າໂອກາດໃນເວທີປະກວດ ນາງສັງຂານຫລວງພະບາງ 2026ບົດ-ສາລະຄະດີ

      ນ້ຳຫວານ ປິຍະດາ ພ້ອມຄວ້າໂອກາດໃນເວທີປະກວດ ນາງສັງຂານຫລວງພະບາງ 2026

      4/16/2026 2:27:17 PM

      ຂປລ. ຄໍ​ລໍາ​ “ບັນ​ເທີ​ງ” ໜັງສື​ພິມ​ປະ​ເທດ​ລາວ​ມື້ນີ້ ຈະ​ພາ​ບັນດາ​ທ່ານ​ມາ​ສ່ອງ​ເບິ່ງສາວ​ງາມ ຈາກ​ເວ​ທີປະ​ກວດ ນາງສັງຂານຫລວງພະບາງ 2026 ຜູ້ເຂົ້າປະກວດໝາຍເລກ 7 ນາງ ນ້ຳຫວານ ປິຍະດາ ທີ່ພົກພາທັງຄວາມສາມາດຮອບດ້ານ ແລະ ຫົວໃຈທີ່ຮັກໃນຄວາມເປັນຫລວງພະບາງມາເຕັມປ່ຽມ ທີ່​ຈະ​ມາ​ຫາ​ຄວາມ​ຮູ້, ປະສົບ​ການ​ທີ່ ​ແລະ ພ້ອມ​ຄວ້າ​ທຸກ​ໂອກ​າດ ຈາກ​​ກອງ​ປະ​ກວດ​ໃນ​ຄັ້ງ​ນີ້.

    •  ໂຄງການຮ່ວມມືຊຸກຍູ້ສົ່ງເສີມຄວາມຮູ້ທາງດ້ານວິຊາການ ຈະເປັນສ່ວນໜຶ່ງແກ້ໄຂຄວາມທຸກຍາກ ບົດ-ສາລະຄະດີ

      ໂຄງການຮ່ວມມືຊຸກຍູ້ສົ່ງເສີມຄວາມຮູ້ທາງດ້ານວິຊາການ ຈະເປັນສ່ວນໜຶ່ງແກ້ໄຂຄວາມທຸກຍາກ

      4/16/2026 2:23:23 PM

      ຂປລ. ເປັນອີກໜຶ່ງຄວາມພາກພູມໃຈຂອງຊາວກະສິກອນພາຍໃນນະຄອນຫລວງວຽງຈັນ ໂດຍສະເພາະແມ່ນກະສິກອນເມືອງປາກງື່ມ ທີ່ຈະໄດ້ຮຽນຮູ້ທາງດ້ານວິຊາການເຂົ້າໃນການຜະລິດກະສິກຳເປັນສິນຄ້າແກ້ໄຂຄວາມທຸກຍາກໃຫ້ນັບມື້ຫລຸດລົງ ພາຍຫລັງສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ

ads
ads

Top