ຂປລ
ຂປລ. ເມື່ອມໍ່ໆມານີ້, ຄະນະຈັດຕັ້ງ ເມືອງລ້ອງແຈ້ງ ແຂວງໄຊສົມບູນ ໄດ້ເປີດກອງປະຊຸມສະຫລຸບວຽກງານກໍ່ສ້າງພັກພະນັກງານ, ປັບປຸງກົງຈັກການຈັດຕັ້ງ, ວຽກງານກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ປະຈຳປີ 2025 ແລະ ວາງທິດທາງແຜນການປີ 2026

ຂປລ. ເມື່ອມໍ່ໆມານີ້, ຄະນະຈັດຕັ້ງ ເມືອງລ້ອງແຈ້ງ ແຂວງໄຊສົມບູນ ໄດ້ເປີດກອງປະຊຸມສະຫລຸບວຽກງານກໍ່ສ້າງພັກພະນັກງານ, ປັບປຸງກົງຈັກການຈັດຕັ້ງ, ວຽກງານກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ປະຈຳປີ 2025 ແລະ ວາງທິດທາງແຜນການປີ 2026 ຂຶ້ນຢູ່ສະໂມສອນກອງບັນຊາການ ປກສ ເມືອງ ພາຍໃຕ້ການເປັນປະທານຂອງ ສະຫາຍ ເວີນຈອນ ວົງພົມມີ ຮອງເລຂາພັກເມືອງຜູ້ຊີ້ນຳວຽກພັກ ພະນັກງານ, ມີບັນດາສະຫາຍເລຂາ
ໜ່ວຍພັກຮາກຖານ, ເລຂາໜ່ວຍພັກຫ້ອງການ, ກົມກອງ, ຫົວໜ້າຫ້ອງການ, ປະທານຕາແສງ, ເລຂາໜ່ວຍພັກບ້ານ ທີ່ຂຶ້ນກັບຕາແສງຜາມີໄຊເຂົ້າຮ່ວມ.
ສະຫາຍ ວັດທະນາກອນ ສີບຸນເຮືອງ ຮອງຫົວໜ້າຄະນະຈັດຕັ້ງເມືອງ ໄດ້ຜ່ານບົດສະຫລຸບຕີລາຄາວຽກງານກໍ່ສ້າງພັກພະນັກງານ, ປັບປຸງກົງຈັກການຈັດຕັ້ງປີ 2025 ແລະ ວາງທິດທາງແຜນການປີ 2026 ວ່່າ: ປັດຈຸບັນທົ່ວອົງຄະນະພັກເມືອງມີການຈັດຕັ້ງຮາກຖານພັກທັງໝົດ 36 ຮາກຖານພັກ. ໃນນີ້, ມີ 2 ຄະນະພັກຮາກຖານ, ມີ 34
ໜ່ວຍພັກ, ມີ 6 ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ. ຕະຫລອດໄລຍະຜ່ານມາ ໄດ້ເອົາໃຈໃສ່ຂະຫຍາຍສະມາຊິກພັກທາງດ້ານຄຸນນະພາບ ແລະ ຖືກຕ້ອງຕາມກົດລະ ບຽບຂອງພັກສະໄໝທີ XI ໂດຍໄດ້ເລື່ອນສະມາຊິກພັກສຳຮອງຂຶ້ນສົມບູນ 14 ສະຫາຍ, ຍິງ 3 ສະຫາຍ, ຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ 25 ສະຫາຍ, ຍິງ 8 ສະຫາຍ, ໄດ້ຄັດເລືອກເອົາພະນັກງານລັດຖະກອນໄປກໍ່ສ້າງລຳລຸງໄລຍະສັ້ນ ແລະ ໄລຍະຍາວ ຢູ່ພາຍໃນປະເທດ 16 ທ່ານ, ບຳລຸງທິດສະດີຂັ້ນກາງ 6 ສະຫາຍ, ຂັ້ນຕົ້ນ 6 ສະຫາຍ, ຍົກລະດັບວິຊາສະເພາະ 4 ສະຫາຍ ແລະ ໄປກໍ່ສ້າງບຳລຸງຢູ່ຕ່າງປະເທດ 2 ສະຫາຍ, ໄດ້ແຕ່ງຕັ້ງສັບຊ້ອນ, ນຳໃຊ້ພະນັກງານ ແລະ ກົນໄກປະສານງານສາຍຕັ້ງ ສາຍຂວາງ, ປະທານຄະນະກຳມະການປົກຄອງເມືອງໄດ້ອອກຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງພະນັກງານດຳລົງຕຳແໜ່ງບໍລິ ຫານ ປະເພດຕ່າງໆຢູ່ຫ້ອງການ, ອົງການຂອງເມືອງໄດ້ 6 ສະຫາຍ, ຍິງ 2 ສະຫາຍ.

ຂະນະທີ່ ສະຫາຍ ນາງຈັນຫອມ ພຸດທະວົງ ຮອງຫົວໜ້າຄະນະຈັດຕັ້ງເມືອງໄດ້ຂຶ້ນຜ່ານບົດສະ ຫລຸບຕີລາຄາການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025 ແລະ ທິດທາງແຜນປີ 2026 ວ່າ: ໃນປີຜ່ານມາໄດ້ປະເມີນຜົນ ແລະ ຮັບຮອງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໄດ້ 22 ໜ່ວຍພັກ, ເທົ່າກັບ 73,33% ຂອງໜ່ວຍພັກທີ່ໄດ້ຮັບຮອງແຜນ. ໃນນັ້ນ, ມີໜ່ວຍພັກຫ້ອງການ, ອົງການ 10 ໜ່ວຍພັກ, ຄະນະພັກກອງບັນຊາການ ປກສ-ປກຊ 6 ໜ່ວຍພັກ, ໂຮງຮຽນ 2 ໜ່ວຍພັກ ແລະ ບ້ານມີ 4 ໜ່ວຍພັກ, ມີໜ່ວຍພັກທີ່ຜ່ານການປະເມີນແຕ່ບໍ່ບັນລຸເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນມີ 6 ໜ່ວຍພັກ, ໜ່ວຍພັກທີ່ໄດ້ປະກາດຍຸບກ່ອນການປະເມີນ 1 ໜ່ວຍພັກ ບໍ່ໄດ້ຮັບຮອງແຜນການປະເມີນ 5 ໜ່ວຍພັກ, ໄດ້ຮັບຮອງແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນໃນປີ 2026 ຈຳນວນ 29 ໜ່ວຍພັກເທົ່າ 85,29% ໃນຈຳນວນໜ່ວຍພັກທັງໝົດ, ຈັດປະເພດ ສະມາຊິກພັກແຂງ ມີ 338 ສະຫາຍເທົ່າ 80,09%, ຍິງ 61 ສະຫາຍ, ເທົ່າກັບ 14,45%, ສະມາຊິກພັກກາງ 35 ສະຫາຍ, ຍິງ 7 ສະຫາຍ, ສະມາຊິກພັກອ່ອນ 1 ສະຫາຍ, ບໍ່ໄດ້ຈັດປະເພດ 48 ສະຫາຍ, ຍິງ 7 ສະຫາຍ.
ສະຫາຍ ເວີນຈອນ ວົງພົມມີ ກໍ່ໄດ້ເປັນກຽດມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກ ແໜ້ນ ຂອງຄະນະປະຈຳພັກແຂວງ ໃຫ້ແຕ່ລະໜ່ວຍພັກຢ່າງສົມກຽດ ທັງຍັງໄດ້ມີຄຳເຫັນໂອ້ລົມ ໂດຍໄດ້ຍ້ອງຍໍຊົມເຊີຍຜົນງານທີ່ບັນດາໜ່ວຍພັກຫ້ອງການ, ກົມກອງອ້ອມຂ້າງເມືອງຍາດມາໄດ້ໃນໄລຍະຜ່ານມາ ແລະ ໄດ້ຮຽກຮ້ອງໃຫ້ເພີ່ມທະວີເຮັດວຽກງານການເມືອງແນວຄິດໃຫ້ເປັນປົກກະຕິໃຫ້ແກ່ສະມາຊິກພັກພະ ນັກງານ ໃຫ້ມີຄຸນນະພາບດ້ານການປະຕິບັດໜ້າທີ່ວຽກງານ, ມີຄວາມສາມັກຄີມີຄວາມເປັນເອກະພາບສູງຕໍ່ແນວທາງນະໂຍບາຍຂອງພັກ-ລັດ ພ້ອມກັນມີສະຕິຕໍ່ກົນອຸບາຍມ້າງເພທຳລາຍຂອງກຸ່ມຄົນທີ່ບໍ່ຫວັງດີ. ແຫລ່ງຂໍ້ມູນ: ຈົດໝາຍຂ່າວ ໄຊສົມບູນ.
KPL