ຂປລ
ຂປລ. ຍັງອີກບໍ່ພໍເທົ່າໃດມື້ຂ້າງໜ້າ, ບຸນສົ່ງທ້າຍປີເກົ່າ ພສ 2568 ແລະ ຕ້ອນຮັບປີໃໝ່ລາວ ພສ 2569 ທີ່ກຳລັງໝູນວຽນມາເຖິງອີກຄັ້ງ, ໃນປີນີ້ກໍຄືທຸກໆປີ ການສະເຫລີມສະຫລອງບຸນປີໃໝ່ລາວ ໄດ້ກຳນົດ 3 ວັນ ຄື ວັນທີ 14 ມືສັງຂານລ່ວງ, ວັນທີ 15 ມື້ເນົາ ແລະ ວັນທີ 16 ມື້ສັງຂານຂຶ້ນ.
ຂປລ. ຍັງອີກບໍ່ພໍເທົ່າໃດມື້ຂ້າງໜ້າ, ບຸນສົ່ງທ້າຍປີເກົ່າ ພສ 2568 ແລະ ຕ້ອນຮັບປີໃໝ່ລາວ ພສ 2569 ທີ່ກຳລັງໝູນວຽນມາເຖິງອີກຄັ້ງ, ໃນປີນີ້ກໍຄືທຸກໆປີ ການສະເຫລີມສະຫລອງບຸນປີໃໝ່ລາວ ໄດ້ກຳນົດ 3 ວັນ ຄື ວັນທີ 14 ມືສັງຂານລ່ວງ, ວັນທີ 15 ມື້ເນົາ ແລະ ວັນທີ 16 ມື້ສັງຂານຂຶ້ນ. ຄຽງຄູ່ກັນນັ້ນ, ການສະເຫລີມສະຫລອງບຸນປີໃໝ່ລາວ (ກຸດສົງການ) ປີນີ້ ຕ້ອງຮັກສາໄດ້ຄວາມເປັນລະບຽບຮຽບຮ້ອຍ, ຖືກຕ້ອງຕາມຮີດຄອງປະເພນີ, ເຕັມໄປດ້ວຍຄວາມສາມັກຄີຮັກແພງ, ຮັກສາໄດ້ຄວາມສະຫງົບປອດໄພ ລັດຖະບານ ກໍຄື ຫ້ອງວ່າການສຳນັກງານນາຍົກ ລັດຖະ ມົນຕີ ໄດ້ອອກແຈ້ງການ ເນັ້ນໃຫ້ ການສະເຫລີມສະຫລອງບຸນປີໃໝ່ລາວ ປີນີ້, ໃຫ້ຢູ່ບົນພື້ນຖານປະຢັດ, ໃຊ້ຈ່າຍຢ່າງມີແບບແຜນຄັກແນ່ຫລີກເວັ້ນການໃຊ້ຈ່າຍຟູມເຟືອຍ, ຫລຸດຜ່ອນການເດີນທາງ ຖ້າບໍ່ຈຳເປັນ ຫັນມານໍາໃຊ້ລົດໄຟຟ້າ ເພື່ອເປັນການຊ່ວຍປະຢັດນໍ້າມັນເຊື້ອໄຟ.
ແນວໃດກໍຕາມ, ປີໃໝ່ນີ້ ເປັນອີກປີໜຶ່ງ ທີ່ສະພາບການຂອງໂລກ ແລະ ພາກພື້ນ ຍັງສືບຕໍ່ມີຄວາມສັບສົນ ເຊິ່ງຈະມີຜົນກະທົບຕໍ່ປະເທດຊາດ ແລະ ປະຊາຊົນລາວຢ່າງຫລີກລ່ຽງບໍ່ໄດ້ , ສະນັ້ນ ເພື່ອເຮັດໃຫ້ການຫລິ້ນບຸນສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ລາວ ປະຈຳປີ 2026 ທີ່ເຄີຍ ປະຕິບັດກັນມາທຸກໆປີ ໃຫ້ມີຄວາມເບີກບານມ່ວນຊື່ນ. ສຳລັບປີນີ້, ພັກ-ລັດ ມີຄວາມເປັນຫ່ວງເປັນໄຍຕໍ່ກັບສະພາບການ ການດຳລົງຊີວິດຂອງພໍ່ແມ່ ປະຊາຊົນ, ສະນັ້ນ ຈຶ່ງຮຽກຮ້ອງໃຫ້ພໍ່ແມ່ປະຊົນ ໃຊ້ຈ່າຍເຂົ້າໃນກິດຈະກຳສະເຫລີມສະຫລອງບຸນປີໃໝ່ນັ້ນ, ຕ້ອງເຮັດດ້ວຍຄວາມປະຢັດມັດທະຍັດ ບໍ່ໃຊ້ຈ່າຍ ແບບຟູມເຟືອຍ, ສ່ວນການຫລິ້ບຸນປີໃໝ່ນັ້ນ ຕ້ອງຮັກສາໃຫ້ໄດ້ຮີດຄອງປະເພນີອັນດີງາມ, ການຫົດນໍ້າ ເພື່ອອວຍພອນຊຶ່ງກັນ ແລະ ກັນ ກໍຕ້ອງໃຊ້ນໍ້າທີ່ສະອາດ ແລະ ຕ້ອງໄດ້ຮັບອະນຸຍາດກ່ອນຈຶ່ງຫົດ, ບໍ່ຄວນໃຊ້ນໍ້າເປື້ອນ, ນໍ້າສີ, ຮ່າຍນໍ້າໃສ່ຖົງຢາງ ແລ້ວແກວ່ງໃສ່ກັນໃນເວລາຂີ່ລົດ ແລະ ໃຊ້ບັ້ງສີດ ຊຶ່ງຈະເຮັດໃຫ້ເກີດຄວາມບໍ່ງາມຕາ ແລະ ເກີດອຸບັດເຫດໄດ້.
ດັ່ງນັ້ນ, ຕໍ່ກັບບັນຫາດັ່ງກ່າວ ຖ້າຫາກທຸກຄົນພ້ອມໃຈກັນເອົາໃຈໃສ່ປະຕິບັດ ກໍຈະເຮັດໃຫ້ການສະເຫລີມ ສະຫລອງບຸນປີໃໝ່ (ສົ່ງທ້າຍປີເກົ່າ-ຕ້ອນຮັບປີໃໝ່) ລາວປີນີ້ ມີຄວາມເປັນລະບຽບຮຽບຮ້ອຍ, ມີຄວາມສະ ຫງົບປອດໄພ, ບັນຫາປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມກໍຈະບໍ່ເກີດຂຶ້ນ, ໃນນັ້ນຮີດຄອງປະເພນີອັນດີງາມຂອງ ຊາດລາວພວກເຮົາກໍຈະຄົງຢູ່ຄູ່ກັບຄົນລາວພວກເຮົາຕະຫລອດໄປ ແລະ ທີ່ສຳຄັນຈະສ້າງຄວາມປະທັບໃຈ ໃຫ້ແກ່ແຂກຕ່າງດ້າວທ້າວຕ່າງເມືອງ ທີ່ມາທ່ອງທ່ຽວ ສປປ ລາວ ໃຫ້ເຂົ້າມາຢ້ຽມຢາມ ສປປ ລາວ ນັບມື້ນັບຫລາຍຂຶ້ນ.
KPL