ຂປລ
ຂປລ. ສະຫາຍ ແຫລ້ ເພັງສີ ຮອງເລຂາໜ່ວຍພັກໄດ້ລາຍງານໃນປະຊຸມໃຫຍ່ ໜ່ວຍພັກຫ້ອງການກະສິກຳແລະ ສິ່ງແວ້ດລ້ອມ ເມືອງທ່າພະບາດຄັ້ງທີ I ແຂວງບໍລິຄຳໄຊ ເມື່ອມໍ່ໆນີ້ວ່າ: ໜ່ວຍພັກຂອງຫ້ອງການກະສິກຳ ແລະ ສິ່ງແວ້ດລ້ອມແມ່ນໜ່ວຍພັກໜຶ່ງທີ່ໄດ້ຮັບການແຕ່ງຕັ້ງຂຶ້ນໃໝ່ ພາຍໃຕ້ການນຳ ພາ-ຊີ້ນຳ ຂອງອົງຄະນະພັກເມືອງທ່າພະບາດ

ຂປລ. ສະຫາຍ ແຫລ້ ເພັງສີ ຮອງເລຂາໜ່ວຍພັກໄດ້ລາຍງານໃນປະຊຸມໃຫຍ່ ໜ່ວຍພັກຫ້ອງການກະສິກຳແລະ ສິ່ງແວ້ດລ້ອມ ເມືອງທ່າພະບາດຄັ້ງທີ I ແຂວງບໍລິຄຳໄຊ ເມື່ອມໍ່ໆນີ້ວ່າ: ໜ່ວຍພັກຂອງຫ້ອງການກະສິກຳ ແລະ ສິ່ງແວ້ດລ້ອມແມ່ນໜ່ວຍພັກໜຶ່ງ ທີ່ໄດ້ຮັບການແຕ່ງຕັ້ງຂຶ້ນໃໝ່ ພາຍໃຕ້ການນຳ ພາ-ຊີ້ນຳ ຂອງອົງຄະນະພັກເມືອງທ່າພະບາດ ມີໜ້າທີ່ເປັນເສນາໂດຍກົງ ໃນການຈັດຕັ້ງຜັນຂະຫຍາຍວຽກງານດ້ານກະສິກຳ ແລະ ສິ່ງແວດລ້ອມ ໃຫ້ແກ່ຄະນະພັກເມືອງ ແລະ ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ. ພາຍໃນໜ່ວຍພັກມີສະມາຊິກພັກ ທັງໝົດ 40 ສະຫາຍ, ຍິງ 12 ສະຫາຍ.

ຕະຫລອດໄລຍະຜ່ານມາ ໄດ້ເອົາໃຈໃສ່ນຳພາ-ຊີ້ນຳ ແລະ ສຶກສາອົບຮົມດ້ານການເມືອງ-ແນວຄິດໃຫ້ແກ່ສະມາຊິກພັກ, ພະນັກງານໄດ້ຮັບຮູ້, ເຂົ້າໃຈ ແລະ ໃຫ້ເຫັນຄວາມໝາຍ ຄວາມສຳຄັນຂອງວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ, ຊຸກຍູ້ສົ່ງເສີມ ແລະ ສ້າງເງື່ອນໄຂທາງດ້ານການຜະລິດເປັນສິນຄ້າ ກໍໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ໂດຍສຸມໃສ່ເຕັກນິກທີ່ທັນສະໄໝເຂົ້າຊ່ວຍໃນການຜະລິດເປັນສິນຄ້າ, ອຳນວຍຄວາມສະດວກໃຫ້ແກ່ຊາວກະສິກອນ, ໄດ້ລົງແນະນຳ ຕິດຕາມໃນການປູກຝັງ ລ້ຽງສັດ-ການປະມົງ ໃຫ້ແກ່ປະຊາຊົນ ເຫັນວ່າມີການຂະຫຍາຍຕົວ, ມີປັດໄຈໃໝ່ເພີ່ມຂຶ້ນ ໂດຍສະເພາະແມ່ນການນຳໃຊ້ແນວພັນປັບປຸງ ແລະ ກ້າວໄປລ້ຽງສັດແບບເປັນກຸ່ມ, ເປັນຟາມເພີ່ມຂຶ້ນໃນແຕ່ລະບ້ານ ຊຶ່ງສະແດງອອກໃຫ້ເຫັນໃນສະຖິຕິປີ 2024 ແລະ ຫັນໃຫ້ເຂົ້າສູ່ລະບົບລະບຽບການຢ່າງເຂັ້ມງວດ.

ບັນດາອົງການຈັດຕັ້ງມະຫາຊົນໄດ້ເຄື່ອນໄຫວຕາມພາລະບົບບາດ, ສິດ ແລະ ໜ້າທີ່ຂອງຕົນ, ມີການຮ່ວມຊີວິດ, ເສຍເງິນສະຕິເປັນປົກກະຕິ, ປັບປຸງການຈັດຕັ້ງພັກໃຫ້ມີຄວາມເຂັ້ມແຂງ ໜັກແໜ້ນ ທາງດ້ານການເມືອງ-ແນວຄິດ, ການຈັດຕັ້ງ ແລະ ແບບແຜນວິທີນຳພາໃຫ້ແທດເໝາະກັບຄວາມເປັນຈິງໂດຍສະເພາະຖືສຳຄັນດ້ານການເມືອງ-ແນວຄິດໄດ້ຈັດຕັ້ງດຳເນີນໃນຫລາຍຮູບການ, ເອົາມະຫາຊົນກໍ່ສ້າງພັກ, ດຳເນີນຊີວິດການເມືອງ, ຮ່ວມຊີວິດປະຈຳເດືອນ ຕີລາຄາຈັດປະເພດສະມາຊິກພັກແຂງກວມເອົາ 100% ຂອງສະມາຊິກພັກທັງໝົດ, ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ໜ່ວຍພັກ, ພະນັກງານ-ລັດຖະກອນໄດ້ເຄື່ອນໄຫວຕາມພາລະບົດບາດ, ໜ້າທີ່ ແລະ ຂອບເຂດຂອງແຕ່ລະໜ້າວຽກ ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງບັນດາໜ້າວຽກ. ສະຫາຍ ແຫລ້ ເພັງສີ ກ່າວ.
ກອງປະຊຸມໃຫຍ່ຄັ້ງນີ້ ບັນດາສະມາຊິກພັກໄດ້ໃຊ້ສິດປະຊາທິປະໄຕຂອງຕົນເລືອກເອົາເລຂາໜ່ວຍພັກຊຸດໃໝ່ ຈາກຜູ້ຮັບລົງສະໝັກ 5 ສະຫາຍ, ຍິງ 0 ສະຫາຍ. ໃນນັ້ນ, ເລືອກເອົາ ສະຫາຍ ຄຳເບົ້າ ໄພມະນີວົງ ເປັນເລຂາໜ່ວຍພັກຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງທ່າພະບາດ, ສະຫາຍ ແຫລ້ ເພັງສີ ເປັນຮອງເລຂາ ແລະ ສະຫາຍ ເຄນ ດວງອຸດົມ ເປັນຜູ້ກວດກາ.
ໃຫ້ກຽດເປັນປະທານຮ່ວມຂອງ ສະຫາຍ ອຸດອນ ສອນສຸລິນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ທ່ານ ບຸນເພັງ ຈັນທະວົງສຸກ ຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງບໍລິຄຳໄຊ ແລະ ທ່ານ ຄຳເບົ້າ ໄພມະນີວົງ ເລຂາໜ່ວຍພັກຫ້ອງການກະສິກຳ ແລະ ສິ່ງແວ້ດລ້ອມເມືອງ, ມີບັນດາສະມາຊິກພັກພາຍໃນໜ່ວຍພັກ, ເລຂາໜ່ວຍພັກອ້ອມຂ້າງເມືອງ ແລະ ແຂກຖືກເຊີນກໍໃຫ້ກຽດເຂົ້າຮ່ວມຢ່າງພ້ອມພຽງ.
KPL