ຂປລ
ຂປລ. ເພື່ອຮັບປະກັນຄວາມສະອາດ ແລະ ຄວາມເປັນລະບຽບຮຽບຮ້ອຍ ໃນນະຄອນຫລວງວຽງຈັນ ໃນໄລຍະສະເຫລີມສະຫລອງບຸນປີໃໝ່ລາວ ປະຈຳປີ 2026 ນີ້, ຜູ້ປະກອບການບໍລິການເກັບມ້ຽນຂີ້ເຫຍື້ອ ກໍຄື ບໍລິສັດ ສະມໍລບີ ໄດ້ບໍລິການເກັບມ້ຽນຂີ້ເຫຍື້ອຖ້ຽວພິເສດ ເພື່ອຮອງຮັບປະລິມານຂອງຂີ້ເຫຍື້ອທີ່ຈະເພິ່ມຂຶ້ນ.

ຂປລ. ເພື່ອຮັບປະກັນຄວາມສະອາດ ແລະ ຄວາມເປັນລະບຽບຮຽບຮ້ອຍ ໃນນະຄອນຫລວງວຽງຈັນ ໃນໄລຍະສະເຫລີມສະຫລອງບຸນປີໃໝ່ລາວ ປະຈຳປີ 2026 ນີ້, ຜູ້ປະກອບການບໍລິການເກັບມ້ຽນຂີ້ເຫຍື້ອ ກໍຄື ບໍລິສັດ ສະມໍລບີ ໄດ້ບໍລິການເກັບມ້ຽນຂີ້ເຫຍື້ອຖ້ຽວພິເສດ ເພື່ອຮອງຮັບປະລິມານຂອງຂີ້ເຫຍື້ອທີ່ຈະເພິ່ມຂຶ້ນ.

ທ່ານ ນາງ ດີນ້າ ສົມສະໝຸດ ຫົວໜ້າສາຍງານວຽກການຕະຫລາດ ຂອງບໍລິສັດ ສະມໍລບີ ທີ່ປຶກສາດ້ານການລົງທຶນ ຈຳກັດ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນເມື່ອມໍ່ໆນີ້ວ່າ: ໄລຍະສະເຫລີມສະຫລອງ ບຸນປີໃໝ່ລາວ ປະຈຳປີ 2026 ລະຫວ່າງວັນທີ 14-16 ເມສາ 2026 ນີ້, ບໍລິສັດ ສະມໍລບີ (ໃຫ້ບໍລິການເກັບມ້ຽນຂີ້ເຫຍື້ອ) ຈະຫລຸດຜ່ອນຈຳນວນຖ້ຽວລົດເກັບມ້ຽນຂີ້ເຫຍື້ອບາງພື້ນທີ່ຢູ່ເມືອງໄຊທານີ (ເຂດນອກ) ແລະ ບາງບ້ານ ຢູ່ເມືອງຈັນທະບູລີ, ແຕ່ຈະໃຫ້ບໍລິການ ຖ້ຽວລົດເກັບມ້ຽນຂີ້ເຫຍື້ອພິເສດ (ເກັບຄ່າບໍລິການ) ຖ້າຫາກຫົວໜ່ວຍທຸລະກິດ, ຜູ້ປະກອບການ ຫລື ຄົວເຮືອນໃດ ທີ່ມີຄວາມຕ້ອງການຢາກເກັບມ້ຽນຂີ້ເຫຍື້ອ ທີ່ມີຈຳນວນເພີ່ມຂຶ້ນກວ່າປົກກະຕິ ສາມາດຕິດຕໍ່ສາຍດ່ວນ 1436 ຫລື ເບີໂທ 02054158513 ເພື່ອໃຫ້ບໍລິສັດມາເກັບຂີ້ເຫຍື້ອ ຕາມທີ່ຕ້ອງການ. ຢ່າງໃດກໍຕາມ, ພາຍຫລັງເທສະການປີໃໝ່ລາວ, ທາງບໍລິສັດຈະເພີ່ມຖ້ຽວລົດ ແລະ ເພີ່ມທີມເກັບຂີ້ເຫຍື້ອ ເພື່ອສຸມໃສ່ເກັບມ້ຽນຂີ້ເຫຍື້ອ ທີ່ຕົກຄ້າງທັງໝົດໃຫ້ສຳເລັດໂດຍໄວ.

ໂອກາດນີ້, ທ່ານ ນາງ ດີນ້າ ສົມສະໝຸດ ຍັງຍົກໃຫ້ເຫັນຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ໃນການບໍລິການເກັບມ້ຽນຂີ້ເຫຍື້ອ ໄລຍະເທສະການປີໃໝ່ລາວ ຊຶ່ງອາດຈະເກີດຄວາມສ່ຽງ ຕໍ່ການເກີດອຸບັດເຫດໃນຂະນະທີ່ເກັບມ້ຽນຂີ້ເຫຍື້ອ. ສະນັ້ນ, ການຫລຸດຜ່ອນຖ້ຽວບໍລິການດັ່ງກ່າວ ກໍເພື່ອແນໃສ່ຄວາມປອດໄພຂອງພະນັກງານ ຊຶ່ງຖືເປັນຫລັກການສໍາຄັນ ໃນການບໍລິຫານຈັດການວຽກບໍລິການສາທາລະນະ ຕາມມາດຕະຖານຄວາມປອດໄພ ແລະ ຫລີກລ່ຽງບັນຫາການຈະລາຈອນແອອັດ. ພ້ອມທັງສະແດງຄວາມຫວັງວ່າ ສັງຄົມຈະເຂົ້າໃຈເຖິງຄວາມຈຳເປັນ ໃນການປັບແຜນດຳເນີນງານຊົ່ວຄາວຄັ້ງນີ້, ເພື່ອຄວາມປອດໄພຂອງທຸກພາກສ່ວນ ແລະ ເພື່ອຮ່ວມກັນພັດທະນາການບໍລິຫານ ຈັດການຂີ້ເຫຍື້ອໃນນະຄອນ ຫລວງວຽງຈັນ ໃຫ້ມີຄວາມສະອາດ ແລະ ຍືນຍົງຕະຫລອດໄປ.
ໂດຍ: ກິດຕາ
KPL