ຂປລ
ສູນຂໍ້ມູນເຄືອຂ່າຍ ອິນເຕີເນັດຂອງຈີນ ລາຍງານວ່າ: ຈີນມີຈຳນວນຜູ້ໃຊ້ ອິນເຕີເນັດຈຳນວນ 1,125 ຕື້ຄົນ ໃນທ້າຍປີ 2025, ຂະນະທີ່ອັດຕາການເຂົ້າເຖິງອິນເຕີເນັດເພີ່ມຂຶ້ນສູ່ລະດັບ 80,1% ຂອງປະຊາກອນທັງໝົດ.
ຂປລ.ສຳນັກຂ່າວອິນໂຟເຄວສ: ສູນຂໍ້ມູນເຄືອຂ່າຍ ອິນເຕີເນັດຂອງຈີນ ລາຍງານວ່າ: ຈີນມີຈຳນວນຜູ້ໃຊ້ ອິນເຕີເນັດຈຳນວນ 1,125 ຕື້ຄົນ ໃນທ້າຍປີ 2025, ຂະນະທີ່ ອັດຕາການເຂົ້າເຖິງ ອິນເຕີເນັດເພີ່ມຂຶ້ນ ສູ່ລະດັບ 80,1% ຂອງປະຊາກອນທັງໝົດ.
ນອກນີ້ເຈົ້າໜ້າທີ່ ກ່ຽວຂ້ອງ ຍັງສະແດງໃຫ້ເຫັນ ເຖິງການໃຊ້ງານ ເຕັກໂນໂລຊີ generative AI ຢ່າງຫລາຍຂຶ້ນ ທັງໃນສ່ວນຂອງຜູ້ບໍລິໂພກ ແລະ ພາກອຸດສາຫະກຳ ໃນປະເທດຈີນ ດ້ວຍຈຳນວນຜູ້ໃຊ້ງານ ສູງເຖິງ 602 ລ້ານຄົນ.
ພາກສ່ວນອິນເຕີເນັດ ຂອງຈີນ ມີຄວາມກ້າວໜ້າ ຢ່າງຊັດເຈນໃນໄລຍະປີ 2021-2025 ຊຶ່ງເປັນຜົນມາຈາກ ການຂະຫຍາຍການຄວບຄຸມ ຂອງສັນຍານອິນເຕີເນັດ, ການປະຍຸກໃຊ້ ຢ່າງລົງເລິກ ຫລາຍຂຶ້ນ ແລະ ການພັດທະນາ ນະວັດຕະກຳ ທາງເຕັກໂນໂລຊີຢ່າງຕໍ່ເນື່ອງ./.
KPL