ປີ 2026 ໂລກປ່ຽນທິດຈາກສູນກາງເຕັກໂນໂລຊີຕາເວັນຕົກສູ່ຕາເວັນອອກແທ້ ຫລື ບໍ່?

12/01/2026 09:44
ຂປລ ຂປລ. ໂລກປ່ຽນທິດປີ 2026 ຈາກຊີລີຄອນວອນເລຕາເວັນຕົກ (Silicon Valley) ກ້າວສູ່ຊີລີຄອນຕາເວັນອອກ ຫລື ເອີ້ນວ່າ: ສູນກາງດ້ານ ເຕັກໂນ ໂລຊີຂັ້ນສູງ ແລະ ນະວັດຕະກໍາໂລກແຫ່ງໃໝ່ຢູ່ຈີນນີ້ເປັນຄວາມຈິງ ຫລື ບໍ່? ໂດຍສື່ສາກົນຕ່າງກໍລາຍງານ ສິ່ງມະຫັດສະຈັນກ່ຽວກັບ ຈີນປະສົບຜົນສໍາ ເລັດໃນການສ້າງເຄື່ອງຈັກຜະລິດຊິບຂັ້ນ ສູງດ້ວຍຕົນເອງໄດ້ແລ້ວ.





 



         ຂປລ. ໂລກປ່ຽນທິດປີ 2026 ຈາກຊີລີຄອນວອນເລຕາເວັນຕົກ (Silicon Valley) ກ້າວສູ່ຊີລີຄອນຕາເວັນອອກ ຫລື ເອີ້ນວ່າ: ສູນກາງດ້ານເຕັກໂນໂລຊີຂັ້ນສູງ ແລະ ນະວັດຕະກໍາໂລກແຫ່ງໃໝ່ຢູ່ຈີນນີ້ ເປັນຄວາມຈິງ ຫລື ບໍ່? ໂດຍສື່ສາກົນຕ່າງກໍລາຍງານ ສິ່ງມະຫັດສະຈັນກ່ຽວກັບ ຈີນປະສົບຜົນສໍາເລັດ ໃນການສ້າງເຄື່ອງຈັກຜະລິດຊິບຂັ້ນ ສູງດ້ວຍຕົນເອງໄດ້ແລ້ວຊື່ວ່າ: ອີຢູວີ (EUV) ພ້ອມນີ້ຈີນຍັງກາຍເປັນຜູ້ນໍາການສົ່ງອອກ ລົດໄຟຟ້າ ອັນດັບ 1 ຂອງໂລກແຊງໜ້າຍີ່ປຸ່ນ ແລະ ປະເທດຕາເວັນຕົກ ໄດ້ສໍາເລັດ ແລະ ເປີດນໍາໃຊ້ໂທລະສັບມືຖື ດ້ວຍສັນຍານຈາກດາວທຽມໂດຍກົງ, ເປັນຜູ້ນໍາດ້ານພະລັງງານໄຟຟ້າສະອາດຂອງໂລກ, ເປັນຜູ້ນໍາດ້ານການສົ່ງອອກຫຸ່ນຍົນຂອງໂລກ ແລະ ອື່ນໆ ເຊິ່ງສະທ້ອນໃຫ້ເຫັນວ່າຊາດຕາເວັນຕົກ ໄດ້ສິ້ນສຸດການຜູກຂາດອໍານາດດ້ານເຕັກໂນໂລຊີ ແລະ ນະວັດຕະກໍາທັນສະໄໝມາຫລາຍທົດສະວັດແລ້ວ.

ນັບແຕ່ທ້າຍປີ 2025 ຮອດປັດຈຸບັນສື່ບຣຸມເບີກ, ເອເອັບພີ ແລະ ອື່ນໆໄດ້ລາຍງານເປັນກະແສຂ່າວລຽນຕິດວ່ານີ້ ແມ່ນທົດສະວັດແຫ່ງການສູນຫາຍອໍານາດຄວາມເປັນຜູ້ນໍາໂລກ ເລີ່ມຈາກການປ່ຽນແປງບໍ່ເຄີຍເຫັນມາກ່ອນ ໃນປະຫວັດສາດຈາກ Silicon Valley ຂອງຂົ້ວໂລກຕາເວັນຕົກ ທີ່ຄອງໂລກມາຍາວນານປ່ຽນມາເປັນ Silicon Valley ຂົ້ວໂລກຕາເວັນອອກໂດຍຈີນ ເປັນຜູ້ນໍາໜ້າໃໝ່ຂອງໂລກ ເຊິ່ງບໍ່ພຽງແຕ່ມີຄວາມສໍາເລັດ ອັນໃຫຍ່ຫລວງໃນການວາງຮາກຖານດີ ເລີດກ່ຽວກັບເສັ້ນທາງສາຍໄໝແຫ່ງສະຕະວັດທີ 21 ທີ່ສ້າງເຄືອຂ່າຍກວມເອົາ 150 ກວ່າປະເທດທົ່ວໂລກ, ໄດ້ຄອງແຊັມການຂາຍຍານພາຫະນະພະລັງງານ ໃໝ່ເປັນອັນດັບທີ 1 ຂອງໂລກ 10 ປີຕິດຕໍ່ກັນ, ປະສົບ ຄວາມສໍາເລັດດ້ານອາວະກາດ, ແຕ່ຫາກຢັ້ງຢືນເຖິງຄວາມສໍາເລັດໃໝ່ອ່ຽມອີກ ໄດ້ເຮັດໃຫ້ຊາວໂລກປະຫລາດໃຈທີ່ສຸດ ໃນໄລຍະສົ່ງທ້າຍປີ 2025 ຕ້ອນຮັບປີ 2026 ຄື: ຈີນໄດ້ປະກາດຄວາມສໍາເລັດ ການສ້າງເຄື່ອງຈັກຜະລິດຊິບຂັ້ນສູງໄດ້ແລ້ວຊື່ວ່າ: ອີຢູວີ ທີ່ເປັນສ່ວນສໍາຄັນນໍາໃຊ້ເຂົ້າ ໃນການຜະລິດວັດຖຸສິ່ງຂອງອື່ນໆທີ່ທັນສະໄໝ ເຊິ່ງຄວາມສໍາ ເລັດຄັ້ງນີ້ ແມ່ນສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ 14 ແລະ ສືບຕໍ່ປູພື້ນຖານສໍາຄັນໜັກແໜ້ນ ຕໍ່ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ 15 (2026-2030) ພາຍໃຕ້ເນື້ອໃນຈິດໃຈຂອງພັກກອມມູນິດຈີນລະບຸວ່າ: ຍຶດ​ໝັ້ນ​ການ​ເປີດປະ​ຕູ​ສູ່​ພາຍນອກ, ການ​ຮ່ວມ​ມື ແລະ ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ເປັນຄວາມ​ຮຽກຮ້ອງ​ຕ້ອງ​ການ​ທີ່​ຈຳ​ເປັນ​ ຂອງ​ຄວາມ​ທັນ​ສະ​ໄໝ​ແບບ​ຈີນ, ເລັ່ງ​ລັດ​ການ​ເພິ່ງ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ​ ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ໃນ​ລ​ະ​ດັບ​ສູງ ແລະ  ນຳ​ພາ​ການ​ພັດ​ທະ​ນາ​ກຳ​ລັງ​ການ​ຜະ​ລິດ ໃນ​ຄຸນ​ນະ​ພາບ​ໃໝ່, ກະ​ຕຸ​ກ​ຊຸ​ກ​ຍູ້​ພະ​ລັງ​ຊີ​ວິດ​ການ​ປະ​ດິດ​ສ້າງ​ໃໝ່ ແລະ ການ​ປະ​ດິດ​ຄິດ​ສ້າງດ້ານ​ວັດ​ທະ​ນະ​ທຳ​ ຂອງ​ທົ່ວ​ຊົນ​ຊາດ​ຈີນ, ເລັ່ງ​ລັດ​ການ​ພັດ​ທະ​ນາ​ເສດ​ຖ​ະ​ກິດ-ສັງ​ຄົມ ​ໃຫ້​ຫັນເປັນ​ສີ​ຂຽວ​ຢ່າງ​ຮອບ​ດ້ານ, ​ສ້າງ​ປະ​ເທດ​ຈີນ​ທີ່​ສວຍ​ງາມ ໃນການ​ພັດ​ທະ​ນາ​ແບບ​ສີ​ຂຽວ ແມ່ນ​ສີ່ພື້ນ​ຖານ​ທີ່​ສົດ​ໃສ​ ແຫ່ງ​ຄວາມ​ທັນ​ສະ​ໄໝ​ແບບ​ຈີນ ແລະ ອື່ນໆ. ພ້ອມດຽວກັນນີ້ຍັງ ໄດ້ຢໍ້າເຕືອນວ່າຈີນ ປົດແອກອອກຈາກການກົດໜ່ວງຖ່ວງດຶງ ແລະ ຂົ່ມເຫັງຂອງບາງຊາດຕາເວັນຕົກພາຍ ໃຕ້ຂໍ້ບັງ ຄັບຈໍາກັດຫ້າມຂາຍຊິບຕ່າງໆນາໆແລ້ວ.


ໄລຍຜ່ານມານີ້, ເກືອບທຸກປະເທດທົ່ວໂລກໄດ້ຮັບຜົນກະທົບ ຈາກສົງຄາມການຄ້າ-ສົງຄາມພາສີ, ເສດຖະກິດຜັນຜວນ, ການເມືອງໃນບາງຂົງເຂດ ບໍ່ໝັ້ນຄົງ ໄດ້ສັ່ນຄອນ ແລະ ແກ່ດຶງໃຫ້ມວນມະນຸດຕົກ ຢູ່ໃກ້ຂອບເຫວອັນຕະລາຍທີ່ສຸດ ແຕ່ໃນປີ 2026 ນີ້ກົງກັບ ປີມ້າ ຫລື ມະເມຍມີບັນດານັກສັງ ເກດການຄາດ ຄະເນຕາມ ຄວາມ
ເຊື່ອວ່າປີມ້າແມ່ນຕົວແທນແຫ່ງກໍາລັງວັງຊາ ແລ່ນສູ່ເປົ້າໝາຍໃໝ່ ແລະ ກ້າວໄປຂ້າງໜ້າຢ່າງກ້າຫານ. ການຄາດຄະເນດັ່ງກ່າວ ບໍ່ແມ່ນເລື່ອງເສກສັນປັ້ນແຕ່ງຂີ້ຕົວະ ແລະ ບໍ່ແມ່ນມະໂນພາບເອົາເອງ ແຕ່ສັນຍານຕ່າງໆດ້ານບວກໄດ້ຢັ້ງຢືນໃຫ້ເຫັນສະພາບລວມຄວບຄູ່ກັບວິທະຍາສາດຍຸກສະໄໝດັ່ງທີ່ຫລາຍ ທ່ານຮັບຮູ້ວ່າປີ
2025 ຜ່ານມາເຖິງວ່າ ບາງ ຊາດຕາເວັນຕົກໃຊ້ມາດຕະການກີດກັ້ນ ການຄ້າດ້ວຍການເຮັດສົງຄາມພາສີ-ການຄ້າ ສົ່ງຜົນກະທົບໄປທົ່ວໂລກຢ່າງດຸເດືອດຮຸນແຮງ ແຕ່ຈັງຫວະການຂະຫຍາຍຕົວເສດຖະກິດ ໂລກຍັງຮັກສາໄດ້ເຖິງ 3,2% ໃນປີ 2025 ຖືວ່າເປັນສິ່ງທີ່ເພິ່ງພໍໃຈສົມຄວນ ເຊິ່ງຄວາມສໍາເລັດທີ່ເປັນຜົນງານຕົວຈິງ ເຮັດໃຫ້ເສດຖະກິດໂລກ ຂະຫຍາຍຕົວໝັ້ນທ່ຽງ ແລະ ບໍ່ຕົກລົງຂອບເຫວໃນປີຜ່ານມານັ້ນອາດ ບໍ່ສາມາດເກີດຂຶ້ນໄດ້ຖ້າປັດສະຈາກຈີນເປັນຜູ້ນໍາພ້ອມ ບັນດາປະເທດເພື່ອນມິດສາກົນ ເຮັດວຽກຮ່ວມກັນຢືນຢູ່ປ້ອມດ່ານໜ້າ ແລະ ດ້ານຫລັງປົກ ປ້ອງເສດຖະກິດໂລກໃຫ້ເດີນໄປຕາມທິດທາງ ທີ່ຖືກຕ້ອງໝັ້ນຄົງ ແລະ ຊ່ວຍຫລຸດຜ່ອນຄວາມຜັນຜວນດ້ານການຄ້າ, ການລົງທຶນ ແລະ ຫ່ວງໂສ້ການສະໜອງ ຈາກຜົນກະທົບຂອງສົງຄາມພາສີ-ການຄ້າ.

ອົງການເພື່ອຄວາມຮ່ວມມືດ້ານເສດຖະກິດ ແລະ ການພັດທະນາສາກົນ (Organisation For Economic Cooperation and Development or OECD) ໄດ້ເຜີຍແຜ່ບົດລາຍງານຄາດຄະເນຫລ້າສຸດວ່າປີ 2025 ຜ່ານມາ ເສດຖະກິດໂລກ ຂະຫຍາຍຕົວພຽງ 32% ແລະ ຄາດວ່າປີ 2026 ການຂະຫຍາຍ ຕົວເສດຖະກິດໂລກຈະຫລຸດລົງເຖິງ 2,9% ໃນຂະນະທີ່ບັນດາປະເທດມະຫາອໍານາດດ້ານເສດຖະກິດກໍມີຕົວເລກຄາດຄະເນປ່ຽນ ແປງໄປຕາມຈັງຫວະຂອງການຂະຫຍາຍຕົວເສດຖະກິດໂລກເຊັ່ນກັນ ໃນນັ້ນ ປີ 2025 ເສດຖະກິດຈີນໄດ້ຂະຫຍາຍຕົວປະມານ 5% ແລະ ຄາດວ່າ ປີ 2026 ຈະຂະຫຍາຍຕົວປະມານ 4%-5%, ເສດຖະກິດ ອາເມລິກາໃນປີ 2025 ຂະຫຍາຍຕົວ 2,0% ແລະ ປີ 2026 ຈະຂະຫຍາຍຕົວພຽງ 1,7%, ເສດຖະກິດຍີ່ປຸ່ນໃນປີ 2025 ຂະຫຍາຍຕົວ 1,3% ແລະ ປີ 2026 ຈະຂະຫຍາຍຕົວເຫລືອພຽງ 0,9% ພ້ອມນີ້ອົງການ OECD ເຕືອນວ່າເສດຖະກິດໂລກ ກຳລັງຜະເຊີນໜ້າກັບສະພາບທີ່ບອບບາງ ແລະ ທ້າທາຍຈາກຄວາມບໍ່ແນ່ນອນ ດ້ານນະໂຍບາຍ ການຄ້າ, ການເມືອງ, ການເງິນສົ່ງຜົນເຮັດໃຫ້ການລົງທຶນ ແລະ ຄວາມເຊື່ອໝັ້ນຫລຸດລົງ.  ແຕ່ເຖິງແນວໃດກໍດີ, ລາຍງານນີ້ຍັງໃຫ້ແງ່ມຸມວິເຄາະວ່າ: ຈີນ, ອິນເດຍ ແລະ ຫລາຍປະເທດໃນໂລກ ຍັງຈະເປັນຕົວແບບທີ່ດີຄື: ເປັນຫົວຈັກສໍາຄັນຊ່ວຍຂັບເຄື່ອນເສດຖະກິດ ແລະ ການສົ່ງອອກຂອງໂລກຕ້ານທານ ແຮງກົດດັນຈາກສົງຄາມການຄ້າ ແລະ ບາງ ນະໂຍບາຍທີ່ບໍ່ສ້າງສັນ ຂອງຊາດຕາເວັນຕົກໄດ້ຢ່າງຕໍ່ເນື່ອງ.

ບັນດານັກວິເຄາະໃຫ້ທັດສະນະວ່າ ການເຮັດສົງຄາມບໍ່ວ່າຈະເປັນວິທີໃດກໍລ້ວນແຕ່ສ້າງຄວາມເສຍຫາຍ ແລະ ເຈັບປວດຕໍ່ທຸກຝ່າຍເປັນຕົ້ນດ້ານຊັບສິນ, ເຮັດໃຫ້ພິການ, ເສຍຊີວິດ ແລະ ເສຍໂອກາດຢ່າງໃຫຍ່ຫລວງ, ສະນັ້ນທຸກຊາດໃນໂລກຄວນໃຫ້ຄວາມສໍາຄັນຕໍ່ການພັດທະນາ, ການປົກປັກຮັກສາສັນຕິພາບ ແລະ ສ້າງຄວາມ ຈະເລີນຮຸ່ງເຮືອງສີວິໄລຮ່ວມກັນໃຫ້ຫລາຍກວ່າການກໍ່ສົງຄາມ ແລະ ສ້າງຄວາມຂັດແຍ່ງ. ຫລາຍທົດສະວັດຜ່ານມາເຖິງແມ່ນວ່າມວນມະນຸດມີຄວາມພະຍາຍາມສູງປະກອບສ່ວນສະຕິປັນຍາ ແລະ ເຫື່ອແຮງເຂົ້າໃນການພັດທະນາສິ່ງໃໝ່ໆ ແຕ່ເບິ່ງຄືວ່າມີບາງຊາດຕາວັນຕົກຊໍ້າພັດໃຊ້ອໍານາດບາດໃຫຍ່ທີ່ເປັນລັດທິຟາດຊິດຍຸກໃໝ່, ມີແນວຄິດ ແລະ ທັດສະນະຄະຕິຈຳກັດຮັດແຄບ ສ້າງແຕ່ສິ່ງກີດຂວາງດ້ານການຄ້າເພີ່ມຂຶ້ນ, ສ້າງອຸປະສັກຂັດຂວາງຕໍ່ການໄປມາຫາສູ່ກັນ, ສ້າງຂໍ້ຂັດແຍ່ງ ແລະ ແບ່ງແຍກຄວາມປອງດອງລະຫວ່າງປະເທດຢ່າງຕໍ່ເນື່ອງ. ໃນຂະນະທີ່ ຫລາຍຊາດກໍາລັງພັດທະນາ ທີ່ຮັກຫອມສັນຕິພາບ ແລະ ຮັກການພັດທະນາຊໍ້າພັດມຸ່ງໜ້າ ສູ້ຊົນບຸກບືນພັດທະນາຊາດ ຕົນເອງ ຕາມແບບຂອງໃຜມັນໂດຍ ຖືເອົາການ ສ້າງຄູ່ຮ່ວມມືທີ່ໝັ້ນຄົງ, ແບ່ງປັນການພັດທະນາ ແລະ ຜົນປະໂຫຍດ ຮ່ວມກັນ, ປຶກສາຫາລື ແລະ ແລກປ່ຽນຄວາມຄິດເຫັນຮ່ວມກັນ ຢ່າງສ້າງສັນໄປພ້ອມໆກັບການສ້າງສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງ ທີ່ຍືນຍົງ ເຊິ່ງນີ້ເຮັດໃຫ້ບັນດາປະເທດກໍາລັງພັດທະນາໄປວ່ອງໄວກວ່າ ແລະ ມີຄວາມໝັ້ນຄົງກວ່າ.




ຍຸກປັດຈຸບັນເປັນຍຸກດິຈິຕອນທັນສໄໝ ດັ່ງນັ້ນ​ ບັນດາປະເທດຕ່າງໆ ພວມປັບປຸງ ແລະສຸມໃສ່ ພັດທະນາເຕັກໂນໂລຊີໃຫ້ທັນສະໄໝ ແລະ​ ໂດດເດັ່ນທີ່ສຸດ ເພື່ອຍາດແຍ່ງສ່ວນແບ່ງຕະຫລາດໂລກ ແນໃສ່ໃຫ້ກາຍເປັນປະເທດນຳໜ້າດ້ານເຕັກໂນໂລຊີທັນສະໄໝລະດັບໂລກ. ທ່ານ ດຣ ອາທິບ ອັສວານັນ (Atip Asvanund), ຜູ້ອໍານວຍການສະຖາບັນດີຈິຕອນເພື່ອເສດຖະກິດ ແລະ ສັງຄົມແຫ່ງປະເທດໄທໄດ້ຂຽນບົດຄວາມໃຫ້ທັດສະນະກ່ຽວກັບການແຂ່ງຂັນການພັດທະນາເຕັກໂນໂລຊີ ແລະ ນະວັດຕະກໍາທັນສະໄໝລະຫວ່າງຈີນ-ອາເມລິກາໃຜຈະກໍາ ໄຊຊະນະ ແລະ ໄດ້ປຽບຜ່ານສື່ຕ່າງໆລະບຸໄວ້ 5 ດ້ານໜ້າສົນໃຈຄື ໜຶ່ງ: ດ້ານພະລັງງານແມ່ນຈີນໄດ້ປຽບອາເມລິກາຄື: ຈີນມີພະລັງງານໄຟຟ້າສໍາຮອງ ຫລາຍກວ່າອາເມລິກາ 2 ເທົ່າ ແຕ່ບັນຫາຂອງອາເມລິກາ ພວມຈະນໍາໂຮງງານອຸດສາຫະກໍາຂອງຕົນເອງກັບມາປະເທດ (ໂຮງງານຜະລິດຊິບ, ຊຸບເປີຄອມພີວເຕີ້, ເດຕ້າເຊັນເຕີສໍາລັບເອໄອ) ເຊິ່ງທຸກຢ່າງນີ້ ກໍ່ກິນໄຟຟ້າມະຫາສານ, ຕໍ່ເລື່ອງນີ້ ທ່ານ ເຈນເຊັນຫວງ ປະທານບໍລິສັດເອັນວີເດຍໄດ້ກ່າວວ່າ: ຜ່ານມາເອເມລິກາ ເຮັດໃຫ້ພະລັງງານກາຍເປັນຂໍ້ຈໍາກັດ ຫລື ເປັນສິ່ງອັນຕະລາຍໂດຍມີກົດລະບຽບຫລວງຫລາຍທີ່ຂັດຂວາງການພັດທະນາ, ແລະ ຂັດແຍ່ງກັບເປົ້າໝາຍການພັດທະນາເອໄອ ຂະນະທີ່ຈີນອຸດໜູນໄຟຟ້າໃຫ້ກັບບໍລິສັດເຕັກໂນໂລຊີ ເຮັດໃຫ້ຕົ້ນທຶນການຝຶກ ແລະ ພັດທະນາເອໄອຖືກຫລາຍ ເຊິ່ງຈຸດນີ້ເຮັດໃຫ້ຈີນເຕີບໃຫຍ່ຂຶ້ນເລື້ອຍໆ, ສ່ວນອາເມລິກາ ຍັງຄົງທີ່; ສອງ ເລື່ອງຊິບ ໂດຍທ່ານ ເຈນເຊັນຫວງ ຍອມຮັບວ່າອາເມລິກາຍັງນໍາຫລັງຢູ່ຫລາຍລຸ້ນໂດຍສະເພາະຊິມິຄອນດັກເຕີ ຄືການຜະລິດ ແລະ ສະໜອງ ເຫັນວ່າຈີນເກັ່ງເລື່ອງການຜະລິດຫລາຍທີ່ສໍາຄັນເລື່ອງຂອງຕົ້ນທຶນ ຄື: ຈີນ ອຸດໜູນທຶນໃຫ້ຫລາຍທາງທັງໄຟຟ້າ, ການຂົນສົ່ງ ແຕ່ຕົ້ນທຶນຜະລິດຊິບໃນອາເມລິກາອາດ ແພງ ກວ່າຈີນເຖິງ 8 ເທົ່າ. ເຕັກໂນໂລຊີໃນປັດຈຸບັນ ອາເມລິກາຍັງນໍາໜ້າຢູ່, ແຕ່ຈີນກໍນໍາມາແບບຕິດໆ; ສາມພື້ນຖານໂຄງລ່າງ: ນີ້ແມ່ນຈີນໄດ້ປຽບຢ່າງຈະແຈ້ງ,ທ່ານ ເຈນເຊັນຫວງ ຍົກຕົວຢ່າງວ່າຖ້າອາເມລິກາມີແນວຄິດຈະສ້າງສູນຂໍ້ມູນເອໄອໃຫຍ່ທີ່ສຸດ (ດາຕາເຊັນເຕີເອໄອໃຫຍ່) ນັ້ນອາເມລິກາອາດເລີ່ມຕົ້ນຕັ້ງເສົາເຂັມເພື່ອກໍ່ສ້າງ ແລະ ເປີດໃຊ້ງານ ຈະໃຊ້ເວລາ 3 ປີ  ແຕ່ໃນຈີນບໍ່ມີຂັ້ນຕອນຫລາຍ ແລະ ວ່ອງໄວກວ່າ ດັ່ງຕົວຢ່າງເກີດຂຶ້ນໃນຈີນຄື: ສາມາດສ້າງໂຮງໝໍໄດ້ບໍ່ພຽງທໍ່ໃດວັນ, ຈີນຄືຊາດນັກສ້າງ, ສາມາດລະດົມຊັບພະຍາກອນ ແລະ ລົງມືສ້າງສິ່ງຕ່າງໆ ໄດ້ຢ່າງວ່ອງໄວ, ໃນໂລກຂອງການແຂ່ງຂັນເອໄອກໍເປັນເຊັ່ນນັ້ນ, ຕໍ່ບັນຫາ ນີ້ຖືວ່າຈີນໄດ້ປຽບໃນພື້ນຖານໂຄງລ່າງທີ່ສໍາຄັນ; ສີ່: ຮູບແບບ ເອໄອ ຫລື ໂມເດວ ເອໄອ: ແບ່ງອອກເປັນ 2 ສ່ວນຄື ໂມເດວລະດັບແຖວໜ້າເປັນໂມເດວທັນສະໄໝທີ່ສຸດຂອງອາເມລິການັ້ນອາດນໍາໜ້າຈີນພຽງ 6 ເດືອນ; ແຕ່ວ່າ ໂມເດວໂອເພັນຊອດໂຕນີ້ຈີນອາດນໍາໜ້າອາເມລິກາ ເພາະເປັນໂມເດວໂອເພັນຊອດມັນຈຶ່ງສໍາຄັນຍ້ອນວ່າກຸ່ມຜູ້ປະກອບການ, ສະຕາດອັບ ແລະ ບັນດາມະຫາວິທະຍາໄລຕ່າງໆ ທົ່ວໂລກ ຕ້ອງການນໍາໃຊ້ ເຂົ້າໃນວຽກງານຕົວຈິງ, ການສິດສອນ, ໃຫ້ຄວາມຮູ້ຕໍ່ນັກຮຽນ, ໃຊ້ຄົ້ນຄວ້າ ແລະ ວິໄຈເຊັ່ນກັນ, ພ້ອມນີ້ບັນດາອຸດສາຫະກໍາຕ່າງໆຕ້ອງເອົາໄປນໍາໃຊ້ຕໍ່ຍອດອື່ນໆ. ຖ້າບໍ່ມີລະບົບເອໄອໂອເພັນຊອດຈະເຮັດໃຫ້ນິເວດຂອງເອໄອບໍ່ເຕີບໂຕ,ສະນັ້ນຈິ່ງເວົ້າໄດ້ວ່າ ເອເມລິກາ ອາດນໍາໜ້າແບບໂມເດວປິດ ແລະ ຈີນ ອາດນໍາໜ້າ ແບບໂມເດວໂອ ເພັນຊອດ. ລະບົບໂອເພັນຊອດຄືຮາກຖານຂອງການນໍາ ນັກພັດທະນາຮຸ່ນໃໝ່ ແລະ ເປີດໂອກາດໃຫ້ມວນມະນຸດມີສ່ວນຮ່ວມໃນການພັດທະນາທົ່ວໂລກ ຢ່າງຍືນຍົງ ແລະ ຫ້າ: ອັນສຸດທ້າຍອາດ ເປັນຂໍ້ສໍາຄັນທີ່ສຸດກໍວ່າໄດ້ຄືການ ເກີດທັດສະນະ ຄະຕິຂອງສັງຄົມຕໍ່ເອໄອ, ຍົກຕົວຢ່າງຜົນສໍາຫລວດລາຍງານວ່າຖ້າຖາມ ຄົນຈີນວ່າ ເອໄອຈະສ້າງ ຜົນປະໂຫຍດ ຫລື ທໍາຮ້າຍບໍ່? ປາກົດວ່າປະມານ 80% ຂອງຄົນຈີນຕອບວ່າມັນຈະນໍາຜົນປະໂຫຍດທາງບວກຫລາຍ ກວ່າທາງລົບ. ແຕ່ໃນອາເມລິກາຜົນສໍາຫລວດພັດກົງກັນຂ້າມກັນວ່າ: ຄົນອາເມລິກາຢ້ານເອໄອຫລາຍກວ່າການແນມເຫັນປະໂຫຍດ, ນອກຈາກນັ້ນອາເມລິກາມັກຈະເວົ້າເຖິງຄວາມຮຸນແຮງອັນຕະລາຍຫລາຍເກີນໄປ, ມີກົດລະບຽບຕ່າງໆນາໆທີ່ຈະ ອອກໃໝ່ຢ່າງຫລວງຫລາຍເຮັດໃຫ້ຄົນບໍ່ກ້ານໍາເອົາເອໄອໄປໃຊ້ຈິງໃນຊີວິດປະຈໍາວັນ. ບາງທັດສະນະເວົ້າວ່າ: ຜູ້ທີ່ນໍາເອົາເຕັກໂນໂລຊີໄປໃຊ້ກ່ອນຢ່າງ ກວ້າງຂວາງຄື: ຜູ້ຊະນະການປະຕິວັດອຸດສາຫະກໍາ, ຕົວຢ່າງວ່າ: ໃນອະດີດໄຟຟ້າທີ່ຄົ້ນຄວ້າໃນອັງກິດ ແຕ່ອາເມລິການນໍາເອົາໄປໃຊ້ຢ່າງວ່ອງໄວ ແລະ ທົ່ວເຖິງກ່ອນຈິ່ງກາຍເປັນຜູ້ນໍາການພັດທະນາ. ສໍາລັບຄໍາຖາມຄືໃນຍຸກເອໄອນີ້ໃຜຈະນໍາເອົາເຕັກໂນໂລຊີໄປໃຊ້ວ່ອງໄວ ແລະ ກວ້າງຂວາງກວ່າ?  ເຈນເຊັນຫວງຍັງວາດພາບໃຫຍ່ສໍາລັບລະບົບນິເວດການນໍາໃຊ້ເອໄອໃນຈີນ ວ່າ: ນັກຄົ້ນຄວ້າ, ນັກວິທະຍາສາດ ແລະ ນັກວິສາວະກອນຊັ້ນນໍາ ຂອງໂລກປັດຈຸບັນນີ້ໂດຍສ່ວນໃຫຍ່ແມ່ນຊາວຈີນ ໃນນັ້ນນັກວິໄຈຊັ້ນນໍາ ກວມເອົາ 50% ຂອງ ໂລກແມ່ນຊາວຈີນ, ປີ 2024 ໄດ້ມີການຈົດທະບຽນສິດທິບັດເອໄອ 70% ກໍມາຈາກຈີນ, ນັກພັດທະນາຊອບແວ ແລະ ລະບົບນິເວດໃນຈີນເຂັ້ມແຂງຫລາຍ. ທີ່ສໍາຄັນເມື່ອອາເມລິກາ ຖອນຕົວອອກຈາກຕະຫລາດຈີນ ຜ່ານມາດຕະການຫ້າມສົ່ງອອກ ແລະ ຈໍາກັດຫລາຍຢ່າງ, ຈີນກໍຈະເລັ່ງສ້າງ ແລະ ພັດທະນາລະບົບເອໄອເປັນຂອງຕົນເອງຄົບຊຸດ, ຫລັງຈາກນັ້ນກໍ ຈະນໍາໃຊ້ພາຍໃນປະເທດ ແລະ ສົ່ງອອກໄປທົ່ວໂລກ ເຊື່ອມໂຍງເຂົ້າກັບເຄືອຂ່າຍໂທລະຄົມທັນສະໄໝ  ແລະ  ຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງກໍ່ຈະກາຍເປັນ ກໍາລັງ ແຮງປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ, ແກ້ໄຂຄວາມທຸກຍາກ, ສ້າງວຽກເຮັດງານທຳ ແລະ ກະຈາຍການພັດທະນາໄປທົ່ວໂລກ.

ແນວໃດກໍດີ, ທ່າມກາງສະພາບເສດຖະກິດໂລກຜັນຜວນ, ສະພາບການເມືອງໂລກຜັນແປໄປຢ່າງສັບສົນ, ການແຂ່ງຂັນບໍ່ມີຄວາມຍຸຕິທໍາ ແລະ ການແຜ່ອໍານາດບາດໃຫຍ່ຂອງບາງຊາດຕາເວັນຕົກ, ຈີນໄດ້ຕີລາຄາວ່າການປະດິດສ້າງໃໝ່ຍັງຈະສືບຕໍ່ຊຸກຍູ້ການກຳເນີດຂອງກຳລັງການຜະລິດໃນຄຸນນະພາບໃໝ່ ແລະ ເພີ່ມພະລັງແຮງຂັບເຄື່ອນ ເຂົ້າໃນການພັດທະນາທີ່ມີຄຸນນະພາບສູງຕໍ່ພາຍໃນ ແລະ ທົ່ວໂລກ ລວມຍອດເສດຖະກິດຂອງຈີນຄາດວ່າຈະບັນລຸເຖິງ 140.000 ຕື້ຢວນ. ພ້ອມດຽວກັນນີ້, ໃນປະຫວັດສາດເມື່ອຜະເຊີນໜ້າກັບການປ່ຽນແປງ ແລະ ຄວາມວຸ້ນວາຍອັນສະຫລັບຊັບຊ້ອນໃນໂລກ, ຈີນຈະຢືນຢູ່ຂ້າງຝ່າຍຖືກຕ້ອງຢ່າງສະເໝີຕົ້ນສະເໝີປາຍ, ຍິນດີຮ່ວມມືກັບບັນດາປະ ເທດຕ່າງໆ, ເກາະແຂນກັນຊຸກຍູ້ສັນຕິພາບ ແລະ ການພັດທະນາຂອງໂລກ, ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດຢ່າງເປັນເຈົ້າການ.



ໂດຍ: ເກີດຂວັນໃຈ ມາລີຈັນສີ


KPL

ຂ່າວອື່ນໆ

ads
ads

Top