ເສັ້ນທາງລົດໄຟລາວ-ຈີນ ໄດ້ຂົນສົ່ງຜູ້ໂດຍສານທັງໝົດຫລາຍກວ່າ 60.000.000 ເທື່ອຄົນ

13/10/2025 09:44
Email Print 123
ຂປລ ນັບ​ແຕ່​ ເສັ້ນ​ທາງ​ລົດ​ໄຟ​ ລາວ-ຈີນ ເປີດ​ບໍ​ລິ​ການ​ ເປັນ​ຕົ້ນ​ມາ ໄດ້​ແລ່ນ​ລົດ​ໂດຍ​ສານ ທັງ​ໝົດ 84.000 ຂະ​ບວນ ແລະ ໄດ້​ຂົນ​ສົ່ງ​ຜູ້​ໂດຍ​ສານ ຫລາຍກວ່າ 60.000.000 ລ້ານ​ເທື່ອ​ຄົນ ເຊິ່ງ​ໄດ້​ເປັນ​ການ​ຄ້ຳ​ປະ​ກັນ ​ທີ່​ເຂັ້ມ​ແຂງ​ໃຫ້​ແກ່​ ການ​ຊຸກ​ຍູ້​ການ​ເຊື່ອມ​ໂຍງ ​ເຊື່ອມ​ຈອດ​ກັນ​ ຂອງ​ພາກ​ພື້ນ ແລະ ຊຸກ​ຍູ້​ການ​ພັດ​ທະ​ນາ ​ເສດ​ຖະ​ກິດ-ສັງ​ຄົມ ​ຢູ່​ລຽບ​ຕາມ ​ເສັ້ນ​ທາງ​ລົດ​ໄຟ ດັ່ງ​ກ່າວ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ກຸ່ມບໍ​ລິ​ສັດ​ ທາງ​ລົດ​ໄຟ​ຈີນ​ ສາ​ຂາ​ຄຸນ​ໝິງ​ໃຫ້​ຮູ້​ວ່າ: ນັບ​ແຕ່​ ເສັ້ນ​ທາງ​ລົດ​ໄຟ​ ລາວ-ຈີນ ເປີດ​ບໍ​ລິ​ການ​ ເປັນ​ຕົ້ນ​ມາ ໄດ້​ແລ່ນ​ລົດ​ໂດຍ​ສານ ທັງ​ໝົດ 84.000 ຂະ​ບວນ ແລະ ໄດ້​ຂົນ​ສົ່ງ​ຜູ້​ໂດຍ​ສານ ຫລາຍກວ່າ 60.000.000 ລ້ານ​ເທື່ອ​ຄົນ ເຊິ່ງ​ໄດ້​ເປັນ​ການ​ຄ້ຳ​ປະ​ກັນ ​ທີ່​ເຂັ້ມ​ແຂງ​ໃຫ້​ແກ່​ ການ​ຊຸກ​ຍູ້​ການ​ເຊື່ອມ​ໂຍງ ​ເຊື່ອມ​ຈອດ​ກັນ​ ຂອງ​ພາກ​ພື້ນ ແລະ ຊຸກ​ຍູ້​ການ​ພັດ​ທະ​ນາ ​ເສດ​ຖະ​ກິດ-ສັງ​ຄົມ ​ຢູ່​ລຽບ​ຕາມ ​ເສັ້ນ​ທາງ​ລົດ​ໄຟ ດັ່ງ​ກ່າວ.ນັບ​ແຕ່ ​ເສັ້ນ​ທາງ​ລົດ​ໄຟລາວ-ຈີນ ​ເປີດ​ບໍ​ລິ​ການ​ເປັນ​ຕົ້ນ​ມາ ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຈາກ 115 ປະ​ເທດ​ ແລະ ເຂດ​ແຄ້ວນ​ທົ່ວ​ໂລກ, ໃນ​ນັ້ນ, ມີ​ນັກ​ທ່ອງ​ທ່ຽວ ຫລາຍກວ່າ 595.000 ຄົນ​ໃຊ້​ບໍ​ລິ​ການ​ ຂະ​ບວນ​ລົດ​ໄຟ ​ໂດຍ​ສານ​ສາ​ກົນ ​ຂ້າມ​ຊາດ. ນັບ​ແຕ່​ຕົ້ນ​ປີ​ນີ້ ມາ​ຮອດ​ ວັນ​ທີ 8 ຕຸ​ລາ​ນີ້, ໄດ້​ຂົນ​ສົ່ງ​ຜູ້​ໂດຍ​ສານທັງ​ໝົດ​ 15.480.000 ເທື່ອ​ຄົນ, ເພີ່ມ​ຂຶ້ນ 2,38% ເມື່ອ​ທຽບ​ໃສ່​ ໄລ​ຍະ​ດຽວ​ກັນ ​ຂອງ​ປີ 2024, ໃນ​ນັ້ນ​ ມີ​ຜູ້​ໂດຍ​ສານ​ຂ້າມ​ຊາດ ​ເກືອບ 200.000 ເທື່ອ​ຄົນ, ເພີ່ມ​ຂຶ້ນ 3,17% ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ ​ເຖິງ​ບົດ​ບາດ​ທີ່​ເປັນ​ຊ່ອງ​ທາງ​ຄຳ​ ຂອງ​ເສັ້ນ​ທາງ​ລົດ​ໄຟລາວ-ຈີນ​ ນັບ​ມື້ ນັບ​ພົ້ນ​ເດັ່ນ​ຂຶ້ນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top