ຂປລ
ສຳນັກ ສື່ສານ ແລະ ການພັດທະນາ ສື່ສານ ຂອງ ສິງກະໂປ ເປີດເຜີຍວ່າ: ເສດຖະກິດ ດິຈິຕອນ ສິງກະໂປ ປະຈໍາ ສົກປີ 2025 ລະບຸວ່າ:ເສດຖະກິດ ດິຈິຕອນ ຂອງ ປະເທດນີ້ ມີອັດຕາສ່ວນ ກວມເອົາ 18,6%

ຂປລ. ສຳນັກຂ່າວ ຊິນຮວາ ລາຍງານ ຈາກ ປະເທດສິງກະໂປ ເມື່ອບໍ່ດົນມານີ້ວ່າ: ສຳນັກ ສື່ສານ ແລະ ການພັດທະນາ ສື່ສານ ຂອງ ສິງກະໂປ ເປີດເຜີຍວ່າ: ເສດຖະກິດ ດິຈິຕອນ ສິງກະໂປ ປະຈໍາ ສົກປີ 2025 ລະບຸວ່າ:ເສດຖະກິດ ດິຈິຕອນ ຂອງ ປະເທດນີ້ ມີອັດຕາສ່ວນ ກວມເອົາ 18,6% ຂອງ ລວມຍອດ ຜະລິດຕະພັນ ພາຍໃນປະເທດ (ຈີດີພີ) ຂອງ ສິງກະໂປ ໃນປີ 2024 ,ເພີ່ມຂຶ້ນ ຈາກ 14,9% ເມື່ອປີ 2019. ໂດຍມີມູນຄ່າຂະຫຍາຍຕົວ 12 ຕື້ໂດລາ ສິງກະໂປ ເມື່ອປີ 2024, ກວມເອົາມູນຄ່າລວມ 128.000 ລ້ານໂດລາ ສິງກະໂປ. ເສດຖະກິດ ດີຈິຕອນ ຫລາຍກວ່າ 2ໃນ 3 ຂອງ ສິງກະໂປ ມາຈາກ ພາກສ່ວນ ຂ່າວສານ ແລະ ການສື່ສານ, ເຊິ່ງສະແດງ ໃຫ້ເຫັນວ່າ ການເຕີບໂຕ ຂອງ ດີຈີຕອນ ໄດ້ແຊກຊືມ ເຂົ້າໃນທຸກຂົງເຂດ ອຸດສາຫະກຳຕ່າງໆ ຫລາຍຂຶ້ນ./
KPL