ການແກ້ໄຂໜີ້ສິນ ແລະ ດ້ານການລົງທຶນ ເພື່ອການພັດທະນາຢູ່ ນວ

15/09/2025 20:26
Email Print 298
ຂປລ ຂປລ. ຢູ່ຮ່າງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025)
    ຂປລ. ຢູ່ຮ່າງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ແລະ ທິດທາງແຜນການ 5 ປີ ຄັ້ງທີ X (2026-2030) ຂອງນະຄອນຫລວງວຽງຈັນ (ນວ) ຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ນະຄອນຫລວງວຽງຈັນ ຄັ້ງທີ VIII ໃຫ້ຮູ້ວ່າ: ບັນຫາໜີ້ສິນ ໂດຍສະເພາະໜີ້ສິນໂຄງການລົງທຶນຂອງລັດແຕ່ປີ 2015 ຄືນຫລັງມີທັງໝົດ 78 ໂຄງການລວມມູນຄ່າຄ້າງຊຳລະຕາມໜ້າວຽກສໍາເລັດ 382,07 ຕື້ກີບ, ຜ່ານການຈັດຕັ້ງປະຕິບັດຮອດປັດຈຸບັນສາມາດແກ້ໄຂຊຳລະໜີ້ສິນໄດ້ 34 ໂຄງການລວມມູນຄ່າ 74,15 ຕື້ກີບ ຊຶ່ງເຮັດໃຫ້ໂຄງການໜີ້ສິນແຕ່ປີ 2015 ຄືນຫລັງຫລຸດລົງຈາກ 78 ໂຄງການມາເປັນ 44 ໂຄງການ, ລວມມູນຄ່າຄ້າງຊຳລະຕາມໜ້າວຽກສໍາເລັດ 307,92 ຕື້ກີບ.
   ສຳລັບການແກ້ໄຂໜີ້ສິນສາທາລະນະທີ່ຍັງຄົງຄ້າງ ໂດຍສະເພາະໜີ້ສິນບໍລິຫານຄ່າໄຟຟ້າ ແລະ ນໍ້າປະປາທົ່ວນະຄອນຫລວງວຽງຈັນ ຮອດປີ 2021 ລວມໜີ້ທັງໝົດ 309,77 ຕື້ກີບ, ໃນນີ້ ໜີ້ຄ່າໄຟຟ້າ 303,18 ຕື້ກີບ ແລະ ໜີ້ຄ່ານໍ້າປະປາ 6,59 ຕື້ກີບ, ສາມາດຄົ້ນຄວ້າແກ້ໄຂຊຳລະໜີ້ລວມທັງໝົດ ຮອດປີ 2024 ຈຳນວນ 105,13 ຕື້ກີບ (ໃນນີ້ ຊຳລະຄ່າໄຟຟ້າ 98,54 ຕື້ກີບ ແລະ ຊຳລະຄ່ານໍ້າປະປາ 6,59 ຕື້ກີບ); ເຮັດໃຫ້ໜີ້ຄ່າໄຟຟ້າ, ນໍ້າປະປາຫລຸດລົງ 33,03%. ປັດຈຸບັນຮອດປີ 2025 ຍັງຄ້າງຊຳລະຄ່າໄຟຟ້າ ລວມທັງໝົດ 204,63 ຕື້ກີບ, ໃນນີ້ ໜີ້ຄ່າກະແສໄຟຟ້າສໍານັກງານ-ຫ້ອງການມີ 24,89 ຕື້ກີບ, ໜີ້ຄ່າກະແສໄຟຟ້າ ກະສິກຳ-ຊົນລະປະທານ ມີ 155,37 ຕື້ກີບ ແລະ ໜີ້ຄ່າກະແສໄຟຟ້າເຍືອງທາງ ມີ 24,37 ຕື້ກີບ ສ່ວນໜີ້ຄ່ານໍ້າປະປາແມ່ນສາມາດປິດໜີ້ສິນທັງໝົດສຳເລັດແລ້ວ.
    ສ່ວນດ້ານການລົງທຶນ ເພື່ອການພັດທະນາແມ່ນໄດ້ເອົາໃຈໃສ່ໃນການລະດົມການລົງທຶນທົ່ວສັງຄົມປະຕິບັດໄດ້ 104.783 ຕື້ກີບ, ປະຕິບັດໄດ້ລື່ນແຜນ 28,16% ທຽບໃສ່ (ແຜນ 5 ປີ ໃຫ້ໄດ້ 81.755 ຕື້ກີບ). ໃນນັ້ນ ການລົງທຶນຈາກງົບປະມານພາຍໃນ ປະຕິບັດໄດ້ 1.646,99 ຕື້ກີບ, ປະຕິບັດໄດ້ລື່ນແຜນ 26,6% (ແຜນ 5 ປີ 1.300 ຕື້ກີບ). ນອກຈາກນີ້, ເພື່ອເຮັດໃຫ້ໂຄງການລົງທຶນຂອງລັດ ມີປະສິດທິພາບປະສິດທິຜົນສູງ, ນະຄອນຫລວງວຽງຈັນ ກໍ່ໄດ້ມີການປະສານສົມທົບກັບຄະນະຊ່ຽວຊານຂອງອົງການໄຈກາ ປະຈໍາລາວ (PIMCAP) ເພື່ອສ້າງແຜນການລົງທຶນຂອງລັດ 3 ປີ ແລະ ບົດລາຍງານການວິເຄາະງົບປະມານການລົງທຶນ 3 ປີ (DBAR); ການຊ່ວຍເຫລືອທາງການພັດທະນາ (ODA): ປະຕິບັດໄດ້ 3.619,27 ຕື້ກີບ, ປະຕິບັດໄດ້ລື່ນແຜນ 52,17% (ແຜນ 5 ປີ 3.270 ຕື້ກີບ); ການລົງທຶນຂອງພາກເອກະຊົນປະຕິບັດໄດ້ 99.517 ຕື້ກີບ, ປະຕິບັດໄດ້ລື່ນແຜນ 52,17% (ແຜນ 5 ປີ 65.400 ຕື້ກີບ). 
KPL

ຂ່າວອື່ນໆ

ads
ads

Top