ຂປລ
ຂປລ. ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍແມ່ນການເຄື່ອນໄຫວໂດຍເຈດຕະນາທັງທາງກົງ ແລະ ທາງອ້ອມຂອງບຸກຄົນ
ຂປລ. ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍແມ່ນການເຄື່ອນໄຫວໂດຍເຈດຕະນາທັງທາງກົງ ແລະ ທາງອ້ອມຂອງບຸກຄົນ, ນິຕິບຸກຄົນ ຫລື ການຈັດຕັ້ງທີ່ພະຍາຍາມໃຫ້, ຮິບໂຮມ, ຈັດຫາທຶນທີ່ຖືກຕ້ອງ ຫລື ບໍ່ຖືກຕ້ອງ, ທັງໝົດ ຫລື ບາງສ່ວນ ເພື່ອສະໜອງໃຫ້ແກ່ການກໍ່ການຮ້າຍເຖິງວ່າທຶນນັ້ນຈະຖືກນຳໃຊ້ ຫລື ບໍ່ນຳໃຊ້ເຂົ້າໃນການກະທຳຕົວຈິງກໍຕາມ.
ບຸກຄົນທີ່ໄດ້ກະທຳຜິດໃນສະຖານການສະໜອງທຶນໃຫ້ແກ່ການກໍ່ການຮ້າຍທີ່ມີມູນຄ່າຕ່ຳກວ່າ 1.000.000.000 ກີບ ຈະຖືກ ລົງໂທດຕັດອິດສະລະພາບແຕ່ຫ້າປີ ຫາ ແປດປີ ແລະ ຈະຖືກປັບໃໝແຕ່ 500.000.000 ກີບ ຫາ 800.000.000 ກີບ ແລະ ຈະຖືກຮິບຊັບ. ໃນກໍລະນີທີ່ມີມູນຄ່າ ແຕ່ 1.000.000.000 ກີບ ຂຶ້ນໄປຈະຖືກລົງໂທດຕັດອິດສະລະພາບແຕ່ແປດປີ ຫາ ສິບສອງປີ ແລະ ຈະຖືກປັບໃໝແຕ່ 800.000.000 ກີບຫາ 1.000.000.000 ກີບ ແລະ ຈະຖືກຮິບຊັບ. ໃນກໍລະນີທີ່ມີການຈັດຕັ້ງເປັນກຸ່ມ ຫລື ເປັນອາຈິນຈະຖືກລົງໂທດຕັດອິດສະລະພາບແຕ່ສິບຫ້າປີ ຫາ ຊາວປີ ແລະ ຈະຖືກປັບໃໝແຕ່ 800.000.000 ກີບຫາ 1.000.000.000 ກີບ ແລະ ຈະຖືກຮິບຊັບ. ການກະກຽມໃຫ້ແກ່ການກະທຳຜິດ, ຄວາມພະຍາຍາມກໍ່ການກະທຳຜິດກໍຈະຖືກລົງ ໂທດ. ສຳລັບບຸກກຄົນໃດຫາກໄດ້ຜະລິດ, ມີໄວ້ໃນຄອບຄອງ, ຮັກສາ, ໃຊ້ອາວຸດເສິກ ຫລື ວັດຖຸລະເບີດລວມທັງຊິ້ນສ່ວນຂອງອາວຸດເສິກ ຫລື ວັດຖຸລະເບີດ ໂດຍບໍ່ຖືກຕ້ອງຕາມກົດໝາຍຈະຖືກລົງໂທດຕັດອິດສະລະພາບແຕ່ ໜຶ່ງປີຫາ ຫ້າປີ ແລະ ຈະຖືກປັບໃໝແຕ່ 5.000.000 ກີບ ຫາ 50.000.000 ກີບ.
ຫາກບຸກຄົນໃດຫາກໄດ້ຊື້, ຂາຍ, ນຳເຂົ້າອາວຸດເສິກ ຫລື ວັດ ຖຸລະເບີດລວມທັງສານເຄມີທີ່ໃຊ້ ເພື່ອຜະລິດລະເບີດໂດຍບໍ່ຖືກຕ້ອງຕາມກົດໝາຍຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນ ຫາ ຫ້າປີິ ແລະ ຈະຖືກປັບໃໝແຕ່ 5.000.000 ກີບ ຫາ 50.000.000 ກີບ. ໃນກໍລະນີິທີ່ຜູ້ກະທຳຜິດຫາກໄດ້ຖືເອົາການຊື້, ການຂາຍ, ການນຳເຂົ້າອາວຸດເສິກ ຫລື ວັດຖຸລະເບີດລວມທັງສານເຄມີທີ່ໃຊ້ເພື່ອຜະລິດລະເບີດເປັນອາຈິນ, ມີການຈັດຕັ້ງເປັນກຸ່ມ ຫລື ໃນກໍລະນີິທີ່ໄດ້ຊື້, ຂາຍວັດຖຸດັ່ງກ່າວ ເປັນຈຳນວນຫລວງຫລາຍຈະຖືກລົງໂທດຕັດອິດສະລະພາບແຕ່ຫ້າປີ ຫາ ສິບປີ ແລະ ຈະຖືກປັບໃໝແຕ່ 10.000.000 ກີບ ຫາ 100.000.000 ກີບ.
KPL