ຂປລ
*ດັ່ງທີ່ຮູ້ນຳກັນແລ້ວວ່າ, ການອອກກຳລັງກາຍເປັນສິ່ງທີ່ດີ ແລະ ມີປະໂຫຍດຕໍ່ສຸຂະພາບ. ນອກຈາກຈະເຮັດໃຫ້ສຸຂະພາບແຂງແຮງດີແລ້ວ, ການກຳລັງກາຍຢ່າງສະໝໍ່າສະເໝີ

*ດັ່ງທີ່ຮູ້ນຳກັນແລ້ວວ່າ, ການອອກກຳລັງກາຍເປັນສິ່ງທີ່ດີ ແລະ ມີປະໂຫຍດຕໍ່ສຸຂະພາບ. ນອກຈາກຈະເຮັດໃຫ້ສຸຂະພາບແຂງແຮງດີແລ້ວ, ການກຳລັງກາຍຢ່າງສະໝໍ່າສະເໝີ ແລະ ເຮັດຢ່າງເປັນປົກກະຕິໃນແຕ່ລະເດືອນຈະຊ່ວຍເພີ່ມຈໍານວນເຮໂມໂກຣບິນ (hemoglobin)ໃນຮ່າງກາຍເພີ່ມລະດັບພູມຕ້ານທານ, ເພີ່ມປະສິດທິພາບຂອງສະໝອງ, ຫົວໃຈ ແລະ ປອດ, ຊ່ວຍຫລຸດນໍ້າໜັກ ແລະ ປ້ອງກັນບໍ່ໃຫ້ເສັ້ນເລືອດແດງແຂງຕົວ ເພື່ອຫລຸດອັດຕາການເປັນພະຍາດຫລອດເລືອດຫົວໃຈ, ແຕ່ສຳລັບຜູ້ທີ່ເປັນພະຍາດຫົວໃຈຄວນອອກກຳລັງກາຍແນວໃດ?, ອອກໃຫ້ຖືກວິທີນັ້ນ, ມື້ນີ້ຄໍລຳສຸຂະພາບຈະມານຳສະເໜີຂໍ້ມູນທີ່ເປັນພື້ນຖານໃຫ້ກັບຜູ້ທີ່ເປັນພະ ຍາດຫົວໃຈ ເຊິ່ງມີລາຍລະອຽດດັ່ງນີ້:
ຍ່າງຂຶ້ນຂັ້ນໄດ: ຄົນທີ່ເປັນພະຍາດຫລອດເລືອດຫົວໃຈສາມາດຍ່າງຂຶ້ນຂັ້ນໄດໄດ້ເລື້ອຍໆ, ບໍ່ພຽງແຕ່ສາມາດປ້ອງກັນພະຍາດຫລອດເລືອດຫົວໃຈເທົ່ານັ້ນ, ຍັງສາມາດຊ່ວຍຫລຸດນ້ຳໜັກຕື່ມອີກ, ການຍ່າງຂຶ້ນຂັ້ນໄດ 30 ນາທີ ສາມາດເຜົາຜານພະລັງງານໄດ້ 260 ກິໂລແຄລໍຣີ ເທົ່າກັບ 10 ເທົ່າຂອງການນັ່ງ, 4 ເທົ່າ ຂອງການຍ່າງຫລິ້ນ ຫລື ເທົ່າກັບການແລ່ນຊ້າ 800-1.500 ແມັດ.
ການແລ່ນຊ້າບໍ່ພຽງແຕ່ມີຜົນດີໃນການກະຕຸ້ນການລະບາຍເຫື່ອໃນຮ່າງກາຍເທົ່ານັ້ນ, ຍັງຊຸກຍູ້ການໝູນວຽນຂອງເລືອດ ແລະ ເຜົາຜານພະລັງງານ. ສຳລັບຜູ້ເປັນພະຍາດຫລອດເລືອດຫົວໃຈບໍ່ຄວນແລ່ນໄວ, ຖ້າຮູ້ສຶກຜິດປົກກະຕິກໍ່ຄວນຢຸດແລ່ນໃນທັນທີ. ຍ່າງຫລິ້ນການຍ່າງຫລິ້ນສາມາດເຮັດໃຫ້ກ້າມເນື້ອຫົວໃຈຫົດເຂົ້າ ແລະ ໃຫ້ຫລອດເລືອດທີ່ອ້ອມຢູ່ທາງນອກຢືດອອກ,ເພີ່ມປະສິດທິພາບການເຮັດວຽກຂອງຫົວໃຈຫລຸດຄວາມດັນເລືອດ ແລະ ປ້ອງກັນພະຍາດຫລອດເລືອດຫົວໃຈ. ຄວນຍ່າງຫລິ້ນໃຫ້ໄດ້ເທື່ອລະ 20 ນາທີ ຫາ 1 ຊົ່ວໂມງ ຈະເປັນການດີທີ່ສຸດ, ມື້ລະ 1 ເທື່ອ ຫລື ຈະຍ່າງ 800-2.000 ແມັດຕໍ່ມື້ກໍ່ໄດ້ ແລະ ຟ້ອນມວຍໄທເກັກຂອງຈີນ: ການຟອນມວຍໄທເກັກຈີນມີບົດບາດທັງໃນແງ່ການປ້ອງກັນ ແລະ ປົວພະຍາດຄວາມດັນເລືອດສູງ ແລະ ພະຍາດຫົວໃຈ.
ຮຽບຮຽງໂດຍ: ແສງສະຫວັນ
KPL