ຂປລ
ຂປລ. ນ້ຳຕົກຕາດແກ້ງຍຸ້ຍ ເປັນອີກໜຶ່ງນ້ຳຕົກຕາດທີ່ມີຄວາມສວຍງາມ ແລະ ທີ່ກຳລັງໄດ້ຮັບຄວາມນິຍົມຫລາຍຈາກນັກທ່ອງທ່ອງທັງພາຍໃນ ແລະ ຕ່າງປະເທດ

ຂປລ. ນ້ຳຕົກຕາດແກ້ງຍຸ້ຍ ເປັນອີກໜຶ່ງນ້ຳຕົກຕາດທີ່ມີຄວາມສວຍງາມ ແລະ ທີ່ກຳລັງໄດ້ຮັບຄວາມນິຍົມຫລາຍຈາກນັກທ່ອງທ່ອງທັງພາຍໃນ ແລະ ຕ່າງປະເທດ ເຊິ່ງເປັນອີກນ້ຳຕົກຕາດທີ່ສ້າງຊື່ສຽງໂດ່ງດັ່ງໃຫ້ກັບເມືອງວັງວຽງ ທີ່ສາມາດດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມເປັນຈຳນວນຫລວງຫລາຍໃນແຕ່ລະອາທິດ. ນ້ຳຕົກຕາດແກ້ງຍຸ້ຍ ຕັ້ງຢູ່ບ້ານນາດ້ວງ ເມືອງວັງວຽງ ແຂວງວຽງຈັນ, ຫ່າງຈາກບ້ານນາດ້ວງ ປະມານ 2,7 ກິໂລແມັດ, ນ້ຳຕົກຕາດດັ່ງກ່າວແມ່ນນ້ຳຕົກທີ່ໄຫລລົງມາຈາກໜ້າຜາທີ່ມີຄວາມສູງປະມານ 32 ແມັດ. ກ່ອນປີ 1960 ນ້ຳຕົກຕາດແກ້ງຍຸ້ຍ ມີຄວາມສູງເຖິງ 45 ແມັດ, ໃນໄລຍະຕໍ່ມາໄດ້ມີດິນເຈື່ອນເກິດຂຶ້ນ ແລະ ມີການເຊາະເຈື່ອນເຮັດໃຫ້ຄວາມສູງຍັງເຫລືອພຽງ 32 ແມັດ ດັ່ງທີ່ໄດ້ເຫັນໃນປັດຈຸບັນ. ການເກີດດິນເຈື່ອນໃນເວລານັ້ນ ໄດ້ເຮັດໃຫ້ອ່າງທີ່ຢູ່ໃຕ້ນ້ຳຕົກຕື່ນຂຶ້ນເຫລືອພຽງ 1 ແມັດເທົ່ານັ້ນ ຈຶ່ງມີຄວາມເໝາະສົມສຳລັບເຮັດເປັນບ່ອນອາບນ້ຳກ້ອງນ້ຳຕົກ.

ນອກຈາກຄວາມສວຍສົດງົດງາມຂອງກະໂຕນ້ຳຕົກແລ້ວ, ຢູ່ບໍລິເວນອ້ອມຮອບຕາດຍັງມີຄວາມອຸດົມສົມບູນຂອງຊີວະນາໆພັນ ໂດຍສະເພາະແມ່ນຄວາມຂຽວງາມອຸ່ມທຸ່ມຕະຫລອດປີຂອງຕົ້ນໄມ້ໃບຫຍ້າທີ່ເຮັດໃຫ້ອາກາດບໍລິເວນດັ່ງກ່າວເຢັນສົດຊື່ນບວກກັບທິວທັດທຳມະຊາດອັນແສນງົດງາມເຫັນແລ້ວອອນຊອນຈິດໃຈອີ່ຫລີ!ພ້ອມນັ້ນໃນບໍລິເວນເຂດນ້ຳຕົກຕາດໄດ້ປັບປຸງຄືນໃໝ່ຢ່າງຈົບງາມເປັນລະບຽບຮຽບຮ້ອຍພ້ອມກັບສິ່ງອຳນວຍຄວາມສະດວກຕ່າງໆໃຫ້ກັບນັກທ່ອງທ່ຽວບໍ່ວ່າຈະເປັນຖະໜົນຫົນທາງ, ສະຖານທີ່ຈອດລົດທີ່ກວ້າງຂວາງ, ມີຮ້ານອາຫານເຄ່ືອງດື່ມໄວ້ຄອຍບໍລິການແຂກ, ມີຫ້ອງນ້ຳສະອາດ, ມີຕູບນັ່ງກິນເຂົ້າກິນນ້ຳຕິດແຄມນ້້ຳທີ່ມີລົມພັດເຢັນສະບາຍມາເປັນບາດໆ, ມີຕັ່ງນັ່ງຢູ່ກ້ອງຮົ່ມໄມ້, ໄດ້ມີການປະດັບປະດາທາງຍ່າງເຂົ້າໄປຫາຕາດດ້ວຍຕົ້ນໄມ້ປະດັບ ແລະ ໂຄມໄຟ,ໃນນັ້ນຢູ່ບໍລິເວນດ້ານໜ້າຍັງມີຈຸດຖ່າຍຮູບທີ່ລະນຶກໄວ້ຄອຍບໍລິການແຂກທີ່ຕ້ອງການຢາກເກັບຮູບພາບງາມຂອງຕົນເອງໄວ້. ສ່ວນດ້ານໃນແມ່ນຮົ່ມເຢັນດ້ວຍຕົ້ນໄມ້ໃຫຍ່ທີ່ຜູ້ປະກອບການໄດ້ອະນຸລັກໄວ້ ຍິ່ງເຮັດໃຫ້ອາກາດເຢັນສົດຊື່ນນັກທ່ອງທ່ຽວທີ່ເຂົ້າມາທ່ຽວໄດ້ສູບດົມ ເອົາອາກາດອັນບໍລິສຸດຢ່າງແທ້ຈິງ. ສຳລັບທາງຍ່າງຂຶ້ນໄປຫານ້ຳຕົກຕາດນັ້ນກໍສະດວກສະບາຍ,ໃນທາງຍ່າງໄປນັ້ນຈະໃຊ້ເວລາດົນເຕີບ ເຊິ່ງລະຫວ່າງທາງຍ່າງຂຶ້ນໄປທັງສອງຟາກທາງ ທ່ານຈະໄດ້ຊົມທຳມະຊາດໄປພ້ອມ, ນອກນັ້ນຢູ່ແຕ່ລະຈຸດຈະມີຕັ່ງນັ່ງພັກເຊົາເມື່ອຍເປັນຈຸດໄປ, ເມື່ອຍ່າງໄປໄດ້ໄລຍະໜ່ຶງກໍຈະມີຂົວຂ້າມນ້ຳ ເຊິ່ງຢູ່ກ້ອງຂົວນັ້ນນັກທ່ອງທ່ຽວສາມາດລົງຫລິ້ນນ້ຳຢູ່ບໍລິເວນນັ້ນໄດ້ເຊິ່ງເປັນອີກຈຸດໜຶ່ງທີ່ນັກທ່ອງທ່ຽວໄປຫລິ້ນນ້ຳຢູ່ນັ້ນ ແລະ ຢູ່ຈຸດນ້ຳຕົກຕາດໃຫຍ່ນັ້ນຈະມີສາລາຊົມທິວທັດທຳມະຊາດໃກ້ໆນ້ຳຕົກທີ່ເຮັດໃຫ້ນັກທ່ອງທ່ຽວສຳຜັດໄດ້ເຖິງຄວາມເຢັນສົດຊື່ນຂອງລະອອງນ້ຳ, ຕື່ນຕາຕື່ນໃຈເມື່ອໄດ້ພົບເຫັນບວກກັບສຽງນ້ຳຕົກລົງມາດັງສະໜັ່ນເນືອງໄປທົົ່ວເຫັນແລ້ວສະອອນໃຈຈົນລືມຄວາມອິດເມື່ອຍພຸ້ນລະ! ນິລະເຂົາວ່າຄວາມສຸກທາງຈິດໃຈທີ່ຫາອັນປຽບໄດ້ຍາກ. ຖ້າວ່າທ່ານໃດມີແຜນຈະໄປທ່ຽວວັງວຽງຢ່າລືມໄປສຳຜັດບັນຍາກາດອັນງົດງາມອີກແຫ່ງຂອງເມືອງວັງວຽງ ໄດ້ທີ່ນ້ຳຕົກຕາດແກ້ງຍຸ້ຍ.
ໂດຍ: ແສງສະຫວັນ

KPL