ເມືອງສາມັກຄີໄຊ ສຳເລັດຫລາຍວຽກງານສຳຄັນ ເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ

17/09/2025 12:38
ຂປລ ຂປລ. ເພື່ອເປັນການສ້າງຜົນງານສ້າງຂະບວນການຕ່າງໆຂໍ່ານັບຮັບຕ້ອງກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງອັດຕະປື ຄັ້ງທີ XII

     ຂປລ. ເພື່ອເປັນການສ້າງຜົນງານສ້າງຂະບວນການຕ່າງໆ ຂໍ່ານັບຮັບຕ້ອງກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງອັດຕະປື ຄັ້ງທີ XII ໃຫ້ເຕັມໄປດ້ວຍເນື້ອໃນຄວາມໝາຍສໍາຄັນ, ປັດຈຸບັນຄະນະພັກ, ອົງການປົກຄອງເມືອງ, ບ້ານ ຕະຫລອດຮອດພະນັກງານ-ລັດຖະກອນ, ທະຫານ-ຕໍາຫລວດ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ໃນຂອບເຂດທົ່ວເມືອງສາມັກຄີໄຊ ໄດ້ສໍາເລັດຫລາຍວຽກງານສໍາຄັນຂອງພັກ-ລັດ ຢ່າງເປັນຂະບວນ ການຟົດຟື້ນ.
      ສະຫາຍ ຄໍາໝັ້ນ ສີສະໝຸດ ເລຂາຄະນະບໍລິຫານງານພັກ ເມືອງສາມັກຄີໄຊ ໄດ້ໃຫ້ສໍາພາດວ່າ: ຕະຫລອດໄລຍະຜ່ານມາຄະນະພັກ, ຄະນະນໍາທຸກຂັ້ນຂອງເມືອງ ໄດ້ພ້ອມກັນສຸມໃສ່ສ້າງຂະບວນການ, ສ້າງຜົນງານເພື່ອຂໍ່ານັບຮັບຕ້ອງກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຢ່າງເປັນຂະບວນການຟົດຟື້ນ ເຊິ່ງພາຍຫລັງສຳເລັດກອງປະຊຸມໃຫຍ່ຜູ້ແທນຂອງອົງຄະນະພັກເມືອງສາມັກຄີໄຊ ຄັ້ງທີ VII ພວກເຮົາກໍ່ໄດ້ມີມະຕິແບ່ງຄວາມຮັບຜິດຊອບໃຫ້ບັນດາສະຫາຍໃນຄະນະປະຈຳ, ກຳມະການພັກເມືອງ, ໄດ້ແຕ່ຕັ້ງບັນດາຫົວໜ້າຫ້ອງການ, ຮອງຫ້ອງການລົງກໍ່ສ້າງຮາກຖານການເມືອງ ຕາມ 4 ເນື້ອໃນ 4 ຄາດໝາຍ ແລະ ລົງກໍ່ສ້າງຮາກຖານຕາມສາຍຕັ້ງຂະແໜງການ ເພື່ອຍູ້ແຮງວຽກງານສຶກສາອົບຮົມການເມືອງແນວຄິດດ້ວຍຫລາຍຮູບການ, ຫລາຍວິທີ, ແທດເໝາະກັບແຕ່ລະເປົ້າໝາຍ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງວຽກງານການເມືອງ-ແນວຄິດເຂົ້າສູ່ຄຸນນະພາບໃໝ່, ໄດ້ເອົາໃຈໃສ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຮັບປະກັນເຮັດໃຫ້ທຸກທ້ອງຖິ່ນ, ຂະແໜງການມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ, ສະກັດກັ້ນ ແລະ ແກ້ໄຂປາກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນ ເພື່ອສ້າງເງື່ອນໄຂໃຫ້ການພັດທະນາເສດຖະກິດ-ສັງຄົມ, ເອົາໃຈໃສ່ການກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ຮັບປະກັນດ້ານຄຸນນະພາບ, ສ້າງໄດ້ສະມາຊິກພັກ ທີ່ດີເດັ່ນ ແລະ ເປັນແບບຢ່າງນຳໜ້າໃຫ້ແກ່ມະຫາຊົນ, ເອົາໃຈໃສ່ບຳລຸງ-ກໍ່ສ້າງພະນັກງານທາງດ້ານທິດສະດີຕິດພັນກັບພຶດຕິກຳຕົວຈິງ, ຫັນພະນັກງານໜຸ່ມແໜ້ນລົງກໍ່ສ້າງຮາກຖານ ເພື່ອຮັບປະກັນເຮັດໃຫ້ພະນັກງານ, ສະມາຊິກພັກມີຄວາມຮູ້, ຄວາມສາມາດ, ມີຄຸນທາດການເມືອງໜັກແໜ້ນ ແລະ ສ້າງໄດ້ພະນັກງານທີ່ມີມາດຕະຖານ, ເງື່ອນໄຂ ເພື່ອສືບທອດປ່ຽນແທນ ຢູ່ຄະນະພັກແຕ່ລະຂັ້ນ, ຊຸກຍູ້ການປະຕິບັດວຽກງານຮອບດ້ານຂອງທ້ອງຖິ່ນ ແລະ ຂະແໜງການ, ຜູ້ແຮງຂະບວນການແຂ່ງຂັນ “ຮັກຊາດ ແລະ ພັດທະນາ” ຕິດພັນກັບວຽກງານ 3 ສ້າງ, ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ປະຕິບັດບັນດາຄຳຂວັນ, ຂໍ້ແຂ່ງຂັນຂອງແຕ່ລະອົງການໃຫ້ກາຍເປັນຮູບປະທຳ, ເອົາໃຈໃສ່ປັບປຸງກົນໄກບໍລິຫານລັດ ເພື່ອເອື້ອອໍານວຍຄວາມສະດວກໃຫ້ແກ່ປະຊາຊົນ, ເອົາໃຈໃສ່ກົນໄກການປະສານງານໃຫ້ມີຄວາມສະດວກ, ວ່ອງໄວ, ທັນສະໄໝ, ສາມາດກວດສອບໄດ້ ແລະ ຫັນເປັນມືອາຊີບເທື່ອລະກ້າວ, ຍູ້ແຮງການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນ ແລະ ຂະແໜງການ ໂດຍສະເພາະແມ່ນບັນດາຄາດໝາຍທີ່ໄດ້ກຳນົດໃນແຜນພັດທະນາເສດຖະກິດ-ສັງຄົມ ທີ່ປະຕິບັດຍັງບໍ່ທັນສຳເລັດຕາມມະຕິກອງປະຊຸມສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງຮັບຮອງ, ເອົາໃຈໃສ່ຊຸກຍູ້ການສ້າງເສດຖະກິດຄອບຄົວ, ຍົກລະດັບຄຸນນະພາບຊີວິດການເປັນ ຢູ່ຂອງສະມາຊິກພັກ-ພະນັກງາານ, ທະຫານ, ຕຳຫລວດ ແລະ ປະຊາຊົນບັນດາເຜົ່າ, ຍູ້ແຮງຂະບວນການຜະລິດເປັນສິນຄ້າ ເພື່ອທົດແທນການນໍາເຂົ້າ, ສ້າງການຫັນປ່ຽນການພັດທະນາເສດຖະກິດ-ສັງຄົມໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງ, ສ້າງຂະບວນການແຂ່ງຂັນສີລະປະ-ວັນນະຄະດີ, ກິລາແບບມວນຊົນໃຫ້ມີບັນຍາກາດຟົດຟື້ນ, ມ່ວນຊື່ນໃຫ້ກາຍເປັນຂະບວນການຂອງມະຫາຊົນຢ່າງກວ້າງຂວາງ, ໄປຄຽງຄູ່ກັບການອອກແຮງງານ, ອະນາໄມ ແລະ ປະດັບປະດາສະຖານທີ່ໃຫ້ມີຄວາມສະອາດ, ຈົບງາມບົນພື້ນຖານປະຕິບັດຕາມນະໂຍບາຍປະຢັດ.

        ສະຫາຍ ຄໍາໝັ້ນ ສີສະໝຸດ ເລຂາຄະນະບໍລິຫານງານພັກເມືອງສາມັກຄີໄຊ ຍັງໄດ້ຖືໂອກາດນີ້ ຮຽກຮ້ອງມາຍັງທຸກພາກສ່ວນທົ່ວສັງຄົມເວົ້າລວມ, ເວົ້າສະເພາະກໍ່ແມ່ນຊາວແຂວງອັດຕະປື ກໍ່ຄື ຊາວເມືອງສາມັກຄີໄຊ ຈົ່ງພ້ອມກັນສຸມໃສ່ການສ້າງຜົນງານສ້າງຂະບວນການຕ່າງໆ ເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຄັ້ງທີ XII ໃຫ້ເປັນຂະບວນການຟົດຟື້ນ, ໂດຍການພ້ອມກັນເຮັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ເປັນຂອງທົ່ວປວງຊົນ, ມີການປ້ອງກັນ, ເວນຍາມຕາມຈຸດຫລໍ່ແຫລມ ເພື່ອຮັບປະກັນຄວາມສະຫງົບປອດໄພ, ຮ່ວມແຮງຮ່ວມໃຈກັນ, ປະດັບປະດາອານະໄມ, ຖາກຖາງຕົບແຕ່ງສໍານັກງານບ້ານເຮືອນຂອງຕົນໃຫ້ມີຄວາມສະອາດຈົບງາມ. 

         ໂດຍ: ທິດປະສົງ

KPL

ຂ່າວອື່ນໆ

ads
ads

Top