ຂປລ
ສສ ຫວຽດນາມ ແລະ ສ.ເກົາຫລີ ສູ້ຊົນ ໃຫ້ວົງເງິນການຄ້າ ສອງຝ່າຍ ບັນລຸ 100 ຕື້ໂດລາ ສະຫະລັດ ໃນປີ 2025 ແລະ 150 ຕື້ໂດລາສະຫະລັດ ພາຍໃນປີ 2030 ພ້ອມທັງ ສືບຕໍ່ເພີ່ມເງິນລົງທຶນ ໜູນຊ່ວຍ ການພັດທະນາ ຢ່າງເປັນທາງ ການ (ODA).

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ສສ ຫວຽດນາມ ແລະ ສ.ເກົາຫລີ ສູ້ຊົນ ໃຫ້ວົງເງິນການຄ້າ ສອງຝ່າຍ ບັນລຸ 100 ຕື້ໂດລາ ສະຫະລັດ ໃນປີ 2025 ແລະ 150 ຕື້ໂດລາສະຫະລັດ ພາຍໃນປີ 2030 ພ້ອມທັງ ສືບຕໍ່ເພີ່ມເງິນລົງທຶນ ໜູນຊ່ວຍ ການພັດທະນາ ຢ່າງເປັນທາງການ (ODA). ພາຍຫລັງ ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ໄດ້ເຂົ້າຮ່ວມເວທີປາໄສ ເສດຖະກິດ ຫວຽດນາມ-ສ.ເກົາຫລີ ດ້ວຍຫົວຂໍ້ “ຮ່ວມມື ພັດທະນາ ລະບົບ ການຜະລິດ ໃນສັງກາດໃໝ່!”. ພ້ອມທັງ ສະເໜີ ໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງ ສສ ຫວຽດນາມ ເພີ່ມທະວີ ການສົນທະນາ ເພື່ອແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດໃຫ້ແກ່ ບັນດານັກລົງທຶນ ສ.ເກົາຫລີ ຢູ່ ສສ ຫວຽດນາມ, ກະກຽມ ບັນດາເງື່ອນໄຂ ເພື່ອດຶງດູດ ນັກລົງທຶນ ແລະ ປາດຖະໜາວ່າ ສ.ເກົາຫລີ ສືບຕໍ່ ໜູນຊ່ວຍ, ຊຸກຍູ້ ການເຄື່ອນໄຫວ ສົນທະນາ, ເຊື່ອມຕໍ່ ການລົງທຶນ; ສ້າງເງື່ອນໄຂ ໃຫ້ແກ່ ບັນດາວິສາຫະກິດ ຫວຽດນາມ ເປີດກວ້າງ ການລົງທຶນ, ດຳເນີນທຸລະກິດຢ່າງມີປະສິດທິຜົນຢູ່ ສ.ເກົາຫລີ, ສິນຄ້າຂອງ ສສ ຫວຽດນາມ ເພື່ອເຂົ້າເຖິງ ຕະຫລາດ ສ.ເກົາຫລີ. ຂະນະທີ່ ສສ ຫວຽດນາມ ແລະ ສ.ເກົາຫລີ ພວມຢືນຢູ່ຕໍ່ໜ້າ ບັນດາກາລະໂອກາດ ຮ່ວມມືໃໝ່, ເລິກເຊິ່ງ ກວ່າເກົ່າ, ຮອບດ້ານ ແລະ ຍຸດທະສາດ ຫລາຍຂຶ້ນ. ນອກນີ້ ຍັງເຊື່ອໝັ້ນວ່າ ດ້ວຍພື້ນຖານຄວາມໄວ້ເນື້ອເຊື່ອໃຈ ດ້ານການເມືອງ, ການເສີມສ້າງໃຫ້ກັນໃນດ້ານເສດຖະກິດ ແລະ ຄວາມຄາດຫວັງ ພັດທະນາແບບຍືນຍົງ, ວິສາຫະກິດ ສອງປະເທດ ຈະແມ່ນຜູ້ພາທາງນຳການພົວພັນ ຫວຽດນາມ-ສ.ເກົາຫລີ ຂຶ້ນສູ່ລະດັບສູງໃໝ່. ປັດຈຸບັນ ສສ ຫວຽດນາມ ຍາມໃດກໍສະໜັບ ສະໜູນ ແລະ ຮ່ວມເດີນທາງ ພ້ອມກັບ ບັນດາວິສາຫະກິດ ສ.ເກົາຫລີ, ໃນຄຳໝັ້ນສັນຍາ ສ້າງສະພາບແວດລ້ອມ ລົງທຶນຍຸຕິທຳ,ໂປ່ງໃສ, ມີສະຖຽນ ລະພາບ ແລະ ສະດວກ ຫລາຍຂຶ້ນ ພ້ອມກັນ ເພີ່ມພູນຄູນສ້າງ ຄວາມໄວ້ເນື້ອເຊື່ອໃຈ, ພ້ອມກັນ ຜ່ານຜ່າ ສິ່ງທ້າທາຍ, ພ້ອມກັນແບ່ງປັນ ຜົນງານພັດທະນາ ແລະ ພ້ອມກັນ ສ້າງສັງກາດໃໝ່ ຂອງການຮ່ວມມື ສສ ຫວຽດນາມ-ສ.ເກົາຫລີ”./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL