ສະເຫລີມສະຫລອງ ຂໍ້ລິເລີ່ມເຊື່ອມໂຍງ ອາຊຽນ ຄົບຮອບ 25 ປີ

12/08/2025 16:19
Email Print 227
ຂປລ ເນື່ອງໃນໂອກາດ ສະເຫລີມ ສະຫລອງ ຂໍ້ລິເລີ່ມ ເຊື່ອມໂຍງ ອາຊຽນ (IAI) ຄົບຮອບ 25 ປີ ໄດ້ດຳເນີນ ໃນວັນທີ 11 ສິງຫາ, ຢູ່ສຳນັກງານ ກອງເລຂາ ອາຊຽນ, ອິນໂດເນເຊຍ, ພາຍໃຕ້ ການເປັນປະທານ ຂອງທ່ານ ນາງ ໂຕນທິງອກ ເຮືອງ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ອາຊຽນ, ຫົວໜ້າກຸ່ມຮັບຜິດຊອບ ວຽກງານຂໍ້ລິເລີ່ມ ເຊື່ອມໂຍງ ອາຊຽນ (IAI).

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ເນື່ອງໃນໂອກາດ ສະເຫລີມ ສະຫລອງ ຂໍ້ລິເລີ່ມ ເຊື່ອມໂຍງ ອາຊຽນ (IAI) ຄົບຮອບ 25 ປີ ໄດ້ດຳເນີນ ໃນວັນທີ 11 ສິງຫາ, ຢູ່ສຳນັກງານ ກອງເລຂາ ອາຊຽນ, ອິນໂດເນເຊຍ, ພາຍໃຕ້ ການເປັນປະທານ ຂອງທ່ານ ນາງ ໂຕນທິງອກເຮືອງ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ອາຊຽນ, ຫົວໜ້າກຸ່ມຮັບຜິດຊອບ ວຽກງານຂໍ້ລິເລີ່ມ ເຊື່ອມໂຍງ ອາຊຽນ (IAI). ງານວາງສະແດງພາບຖ່າຍ “25 ປີແຫ່ງວັນເຊື່ອມໂຍງ” ໄດ້ຫວນຄືນບັນດາຂີດໝາຍສຳຄັນ ນັບແຕ່ເມື່ອ IAI ເລີ່ມເຄື່ອນໄຫວ ທີ່ກອງປະຊຸມສຸດຍອດ ອາຊຽນ ບໍ່ເປັນທາງ ການຄັ້ງທີ 4 ເມື່ອປີ 2000, ດ້ວຍ 862 ໂຄງການ, ລວມມູນຄ່າກວ່າ 170 ລ້ານໂດລາສະຫະລັດ.  ທ່ານ ນາງ ໂຕນທິງອກເຮືອງ ຢັ້ງຢືນວ່າ ການສະເຫລີມ ສະຫລອງ ຂໍ້ລິເລີ່ມ ເຊື່ອມໂຍງ ອາຊຽນ ຄົບ ຮອບ 25 ປີ ແມ່ນໂອກາດ ເພື່ອຢັ້ງຢືນຄືນ ຄວາມຕັດສິນໃຈເພີ່ມທະວີ ການຮ່ວມມື, ຮັດແຄບຊ່ອງຫວ່າງ, ມຸ່ງໄປເຖິງການສ້າງປະຊາຄົມ ອາຊຽນ ຜູກພັນ, ກວມລວມ ແລະ ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ ໃຫ້ທຸກປະເທດ ສະມາຊິກ. ໃນການໂອ້ລົມສົນທະນາ, ບັນດາຜູ້ແທນ ໄດ້ປຶກສາຫາລືວິທີ ເຂົ້າເຖິງຂອງ ອາຊຽນ ສຳລັບ IAI ຫລັງປີ 2025; ເນັ້ນໜັກເຖິງ ຄວາມສຳຄັນ ຂອງການຜູກພັນ IAI ກັບວິໄສທັດປະຊາຄົມ ອາຊຽນ ຮອດປີ 2045./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top