ສ.ອາເມລິກາ ຢືນຢັນບໍ່ເກັບພາສີຄຳ

12/08/2025 17:33
Email Print 258
ຂປລ ທ່ານ ໂດນັລ ທຣຳ ປະທານາທິບໍດີ ສ.ອາເມລິກາ ເຜີຍແຜ່ຂໍ້ຄວາມຜ່ານ ແພລດຟອມ ທຣູ ໂຊຊຽວ ໂດຍມີເນື້ອໃນວ່າ ຈະບໍ່ເກັບພາສີ ໂລຫະຄຳ.

ຂປລ. ສຳນັກຂ່າວຕ່າງປະເທດ ລາຍງານ ຈາກນະຄອນຫລວງ ວໍຊິງຕັນ ປະເທດ ສ.ອາເມລິກາ ເມື່ອວັນທີ 12 ສິງຫາ,  ທ່ານ ໂດນັລ ທຣຳ ປະທານາທິບໍດີ ສ.ອາເມລິກາ ເຜີຍແຜ່ຂໍ້ຄວາມຜ່ານ ແພລດຟອມ ທຣູ ໂຊຊຽວ ໂດຍມີເນື້ອໃນວ່າ ຈະບໍ່ເກັບພາສີ ໂລຫະຄຳ.

ເຖິງຢ່າງໃດກໍ່ຕາມ ການເຄື່ອນໄຫວ ດັ່ງກ່າວ ຂອງ ທ່ານ ໂດນັລ ທຣຳ ເກີດຂຶ້ນ ຫລັງຈາກ ໂລກອອນລາຍ ໃນ    ສ.ອາເມລິກາ ໄດ້ສົ່ງເອກະສານ ທີ່ ອ້າງວ່າ ເປັນຂອງ ສຳນັກງານ ພາສີ ແຫ່ງຊາດ ວ່າ ຄຳແທ່ງ ທີ່ມີນໍ້າໜັກ ມາດຕະຖານ 2 ຂະໜາດ ຄື: 1 ກິໂລກຣາມ ແລະ 100 ອອນ ຫລື 2,8 ກິໂລກຣາມ ຄວນຖືກ ຈັດປະເພດ ເປັນສິນຄ້າ ທີ່ມີ ຄວາມສ່ຽງ ດ້ານພາສີ ນຳເຂົ້າ ສົ່ງຜົນໃຫ້ ສັນຍາຊື້-ຂາຍຄຳ ລ່ວງໜ້າ ໃນຕະຫລາດ ສ.ອາເມລິກາ ເພີ່ມຂຶ້ນ ເປັນຕົວເລກ ສະຖິຕິ ສູງສຸດ ເມື່ອວັນທີ 31 ກໍລະກົດ ຜ່ານມາ.

ນອກຈາກນັ້ນ ສື່ຫລາຍແຫ່ງ ລາຍງານວ່າ, ທ່ານ ໂດນັລ ທຣຳ ຈະລົງນາມ ໃນຄຳສັ່ງ ຝ່າຍບໍລິຫານ ກ່ຽວກັບການເກັບພາສີ ໂລຫະຄຳ ເພີ່ມຂຶ້ນ ສ້າງຄວາມກັງວົນ ໃຫ້ແກ່ ບັນດາ ນັກລົງທຶນ ເນື່ອງຈາກວ່າ ປະເທດສະວິດ ເປັນໜຶ່ງໃນປະເທດ ຮັ່ງມີທີ່ສຸດ ຂອງ ໂລກ ແລະ ນານາຊາດ ຝາກໂລຫະຄຳ ຊຶ່ງເປັນ ບ່ອນຝາກ ຊັບສິນ ທີ່ມີ ຄວາມປອດໄພ ຍັງຕ້ອງຜະເຊີນກັບ ອັດຕາພາສີສູງ ເຖິງ 39% ຂອງ ໂລຫະຄຳ./

KPL

ຂ່າວອື່ນໆ

ads
ads

Top