ຂປລ
ຈີນ ໄດ້ຍົກລະດັບ ຄວາມພະຍາຍາມ ກໍ່ສ້າງລະບົບເສດຖະກິດ-ນິເວດວິທະຍາ ລວມທັງ ການສ້າງຕົວ ຂັບເຄື່ອນ ການເຕີບໂຕ ແລະ ຂໍ້ໄດ້ປຽບໃໝ່ ສຳລັບ ການພັດທະນາ ຜ່ານການປົກປ້ອງ ຄຸ້ມຄອງ ສິ່ງແວດລ້ອມ ໃນລະດັບສູງ ຕະຫລອດໄລຍະເວລາ 20 ກວ່າປີ ຜ່ານມາ.
ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ວັນທີ 10 ສິງຫາ, ຈີນ ໄດ້ຍົກລະດັບ ຄວາມພະຍາຍາມ ກໍ່ສ້າງລະບົບເສດຖະກິດ-ນິເວດວິທະຍາ ລວມທັງ ການສ້າງຕົວ ຂັບເຄື່ອນ ການເຕີບໂຕ ແລະ ຂໍ້ໄດ້ປຽບໃໝ່ ສຳລັບ ການພັດທະນາ ຜ່ານການປົກປ້ອງ ຄຸ້ມຄອງ ສິ່ງແວດລ້ອມ ໃນລະດັບສູງ ຕະຫລອດໄລຍະເວລາ 20 ກວ່າປີ ຜ່ານມາ.
ຂະນະດຽວກັນ, ຈີນ ຍັງວາງແນວທາງ ເພື່ອກະຕຸ້ນ ການພັດທະນາ ເສດຖະກິດ ດ້ວຍການໃຊ້ ປະໂຫຍດ ຈາກຂໍ້ໄດ້ປຽບ ທາງດ້ານ ນິເວດວິທະຍາ ຢ່າງເຕັມຮູບແບບ ນັບທັງ ການພັດທະນາ ການກະສິກຳ ທາງລະບົບ ນິເວດ, ການທ່ອງທ່ຽວ ແລະ ອຸດສາຫະກຳ ທາງລະບົບນິເວດ.
ນອກຈາກນີ້ ຈີນ ຍັງເປັນ ຜູ້ນຳໂລກ ດ້ານການອອກ ສິນເຊື່ອ ສີຂຽວ ແລະ ກາສານໜີ້ສີຂຽວ ເຊິ່ງຍອດສິນເຊື່ອສະກຸນເງິນ ສີຂຽວ ພາຍໃນປະເທດ ແລະ ສະກຸນເງິນ ຕ່າງປະເທດ ທີ່ຄົງຄ້າງ ຂອງ ຈີນ ໂດຍມີມູນຄ່າ 36,6 ພັນຕື້ຢວນ ແລະ ມູນຄ່າ ການອອກ ກາສານໜີ້ ສີຂຽວ ທັງໝົດ ຫລາຍກວ່າ 4,1 ພັນຕື້ຢວນ ເມື່ອທ້າຍປີ 2024. /.
KPL