ຂປລ
ກອງປະຊຸມ ມໍລະດົກໂລກ ຄັ້ງທີ 47 ໄດ້ໄຂຂຶ້ນ ຢູ່ສຳນັກງານໃຫຍ່ ອົງການ ອຸຍແນັສໂກ ຂອງອົງການ ສະຫະປະຊາຊາດ ທີ່ນະຄອນຫລວງປາຣີ ປະເທດຝຣັ່ງ.

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ວັນທີ 7 ກໍລະກົດນີ້, ກອງປະຊຸມ ມໍລະດົກໂລກ ຄັ້ງທີ 47 ໄດ້ໄຂຂຶ້ນ ຢູ່ສຳນັກງານໃຫຍ່ ອົງການ ອຸຍແນັສໂກ ຂອງອົງການ ສະຫະປະຊາຊາດ ທີ່ນະຄອນຫລວງປາຣີ ປະເທດຝຣັ່ງ. ກອງປະຊຸມຄັ້ງນີ້ ຈະພິຈາລະນາ ໂຄງການ ຂໍເຂົ້າເປັນ ມໍລະດົກໂລກ 30 ໂຄງການ ແລະ ຍັດຕິ ສອງສະບັບ ກ່ຽວກັບ ການປັບປຸງ ພື້ນທີ່ ມໍລະດົກໂລກ 2 ແຫ່ງ ທີ່ຖືກຈັດເຂົ້າ ໃນບັນຊີລາຍຊື່ ມໍລະດົກໂລກແລ້ວ.ກອງປະຊຸມຄັ້ງນີ້ ຈະດຳເນີນ ເປັນເວລາ 11 ວັນ, ນອກຈາກ ພິຈາລະນາ ໂຄງການ ຂໍເຂົ້າເປັນ ມໍລະດົກໂລກແລ້ວ, ຍັງຈະປຶກສາຫາລື ກ່ຽວກັບ ໄພຂົ່ມຂູ່ ຕໍ່ມໍລະດົກໂລກ ຈາກການປ່ຽນແປງ ຂອງດິນຟ້າອາກາດ, ການປະທະກັນ ດ້ວຍກຳລັງອາວຸດ, ໄພທຳມະຊາດ ແລະ ປັດໄຈອື່ນໆ, ພ້ອມກັນນັ້ນ ຈະປະເມີນ ກ່ຽວກັບ ສະພາບການປົກປັກຮັກສາ ແຫລ່ງມໍລະດົກໂລກ ຈຳນວນໜຶ່ງ ທີ່ໄດ້ຮັບໄພຂົ່ມຂູ່, ຄົ້ນຄວ້າ ປຶກສາຫາລື ເພື່ອຫາວິທີ ເພີ່ມທະວີ ການຮ່ວມມື ສາກົນ, ຍົກສູງລະດັບ ຄຸ້ມຄອງ ແລະ ປົກປັກຮັກສາ ມໍລະດົກ.ປັດຈຸບັນ, ທົ່ວໂລກ ມີມໍລະດົກໂລກ ລວມທັງໝົດ 1.223 ແຫ່ງ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL