ຂປລ
ກະຊວງ ການຄ້າ ສິງກະໂປ ປະກາດວ່າ ຊາວສິງກະໂປ ຫລາຍກວ່າ 1,5 ລ້ານຄົນ ໂດຍສະເພາະ ໃນກຸ່ມ ຜູ້ທີ່ມີລາຍໄດ້ ໜ້ອຍ-ປານກາງ ຈະໄດ້ຮັບ ເງິນອຸດໜູນ ເປັນເງິນສົດ ສູງສຸດ 850 ໂດລາ ສິງກະໂປ/ຄົນ ເລີ່ມໃນວັນທີ 6ສິງຫານີ້ ເປັນຕົ້ນໄປ

ຂປລ.ຕາມຂ່າວຈາກ ສິງກະໂປ, ກະຊວງ ການຄ້າ ສິງກະໂປ ປະກາດວ່າ ຊາວສິງກະໂປ ຫລາຍກວ່າ 1,5 ລ້ານຄົນ ໂດຍສະເພາະ ໃນກຸ່ມ ຜູ້ທີ່ມີ ລາຍໄດ້ໜ້ອຍ-ປານກາງ ຈະໄດ້ຮັບ ເງິນອຸດໜູນ ເປັນເງິນສົດ ສູງສຸດ 850 ໂດລາ ສິງກະໂປ/ຄົນ ເລີ່ມໃນວັນທີ 6ສິງຫານີ້ ເປັນຕົ້ນໄປ ຊຶ່ງເປັນສ່ວນໜຶ່ງ ຂອງໂຄງການGoods and Services Tax Voucher (GSTV),ໂຄງການ ໄດ້ປັບເກນ ລາຍໄດ້ ຂອງບຸກຄົນ ທີ່ຈະໄດ້ຮັບເງິນ ໂຄງການ ດັ່ງກ່າວ. ຈາກກ່ອນໜ້ານີ້ ໃຫ້ກຸ່ມຄົນ ທີ່ມີລາຍໄດ້ ບໍ່ເກີນ 34.000 ໂດລາສິງກະໂປ ຕໍ່ປີ ຂະຫຍາຍເກນ ມາເປັນ ບໍ່ເກີນ 39.000 ໂດລາສິງກະໂປຕໍ່ປີ ເນື່ອງຈາກ ຄົນສິງກະໂປ ທີ່ມີລາຍໄດ້ໜ້ອຍ ແລະ ປານກາງ ມີລາຍໄດ້ດີຂຶ້ນ ຈຶ່ງປັບເກນໃຫ້ ປະຊາຊົນ ມີສິດເພີ່ມຂຶ້ນ. ທັງນີ້ ຊາວສິງກະໂປ ໄວຜູ້ໃຫຍ່ ທີ່ມີລາຍໄດ້ບໍ່ເກີນ 39.000 ໂດລາສິງກະໂປຕໍ່ປີ ແລະ ອາໄສຢູ່ ໃນອະສັງຫາລິມະຊັບ ທີ່ມີມູນຄ່າລາຍປີ ຊຶ່ງເປັນມູນຄ່າ ທີ່ນຳໄປ ຄຳນວນ ພາສີ ຊັບສິນ ບໍ່ເກີນ 21.000 ໂດລາສິງກະໂປ ຈະໄດ້ຮັບເງິນ ສະໜັບ ສະໜູນ 850 ໂດລາສິງກະໂປ ສ່ວນຄົນ ທີ່ຢູ່ໃນເກນ ແລະ ອາໄສຢູ່ໃນເຮືອນ ທີ່ມີມູນຄ່າ ລາຍປີ ລະຫວ່າງ 21.000-31.000 ໂດລາສິງກະໂປ ຈະໄດ້ຮັບເງິນ ສະໜັບສະໜູນ 450 ໂດລາສິງກະໂປ.ນອກນີ້ ຜູ້ສູງອາຍຸ ຊາວສິງກະໂປ ທີ່ໄດ້ຮັບສິດ ດັ່ງກ່າວ ປະມານ 690.000ຄົນ ຍັງໄດ້ຮັບເງິນ ເພີ່ມຕື່ມອີກ ປະມານ 150-450 ໂດລາສິງກະໂປ ຈາກໂຄງການGSTV./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL