ສ.ອາເມລິກາ ເປີດອັດຕາພາສີ 14 ປະເທດ ມີຜົນບັງຄັບໃຊ້ ໃນຕົ້ນເດືອນສິງຫານີ້

08/07/2025 13:41
ຂປລ ທ່ານ ໂດນັນ ທຣຳ, ປະທານາທິບໍດີ ສ.ອາເມລິກາ ແຈ້ງໜັງສື ອັດຕາພາສີ 14 ປະເທດ ພ້ອມໜັງສື ລົງນາມ ທີ່ກຳນົດ ອັດຕາພາສີໃໝ່ ຫລາຍປະເທດ ເລີ່ມມີຜົນບັງຄັບໃຊ້ 1ສິງຫາ 2025 ພ້ອມທັງ ຍັງເປີດ ການເຈລະຈາ ກ່ອນພາສີ ມີຜົນບັງຄັບໃຊ້ ຢ່າງເປັນທາງການ

ຂປລ.ຕາມຂ່າວຈາກ ວໍຊີງຕັນ, ທ່ານ ໂດນັນ ທຣຳ, ປະທານາທິບໍດີ ສ.ອາເມລິກາ ແຈ້ງໜັງສື ອັດຕາພາສີ 14 ປະເທດ ພ້ອມໜັງສື ລົງນາມ ທີ່ກຳນົດ ອັດຕາພາສີໃໝ່ ຫລາຍປະເທດ ເລີ່ມມີຜົນ ບັງຄັບໃຊ້ 1ສິງຫາ 2025 ພ້ອມທັງ ຍັງເປີດ ການເຈລະຈາ ກ່ອນພາສີ ມີຜົນບັງຄັບໃຊ້ ຢ່າງເປັນທາງການ ເປັນຕົ້ນ ອັດຕາພາສີ ມີການປັບໃໝ່ ໃນວັນທີ 7ກໍລະກົດ ເມື່ອທຽບໃສ່ ວັນທີ 2ເມສາ2025 ຄືດັ່ງນີ້ ຍີ່ປຸ່ນ ປັບຫລຸດລົງເຫລືອ 24% ຈາກ 25%, ສ.ເກົາຫລີ ຮັກສາ ລະດັບເກົ່າ 25%, ມາເລເຊຍ ປັບຫລຸດລົງ 24% ຈາກ 25%, ອິນໂດເນເຊຍ ຮັກສາ ລະດັບເກົ່າ 32%, ສປປ ລາວ ປັບຫລຸດລົງ 40% ຈາກ 48%, ມຽນມາ ຫລຸດລົງ 40% ຈາກ 44%, ໄທ ລະດັບເກົ່າ 35%, ກຳປູເຈຍ ຫລຸດລົງ 36%ຈາກ 49%, ກາຊັກສະຖານ ປັບເພີ່ມຂຶ້ນເປັນ 27% ຈາກ 25%,ຕຸຍນີຊີ ປັບເພີ່ມຂຶ້ນ 28% ຈາກ25%,ອາຟຣິກາໃຕ້ ລະດັບເກົ່າ 30% ແລະ ບົດສະນີ ປັບເພີ່ມຂຶ້ນ 44% ຈາກ 40%,ບັງກລາເທດ ປັບເພີ່ມຂຶ້ນ 37% ຈາກ 35%, ແຊກບີ ແລະ ເຮີເຊໂກວີນາ ປັບເພີ່ມຂຶ້ນ 37%ຈາກ 35%.ກ່ອນໜ້ານີ້ ທ່ານ ໂດນັນ ທຣຳ ປະກາດ ອັດຕາພາສີ ສສ ຫວຽດນາມ 20% ແລະ ພາສີທີ່ໃຊ້ ສສ ຫວຽດນາມ ເປັນທາງຜ່ານ 40% ເມື່ອທຽບໃສ່ ກ່ອນໜ້ານີ້ 46%.ສ່ວນປະເທດ ທີ່ຍັງເຫລືອ ທາງການ ສ.ອາເມລິກາ ຈະສົ່ງຈົດໝາຍ ໄປຍັງປະເທດອື່ນໆ ທີ່ເຫລືອ ໃນໄວໆນີ້./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top