ຂປລ
ທ່ານ ເທດຣໍສ ອັດຮານອມ ເກເບຣເຢຊຸສ(Tedros Adhanom Ghebreyesus)ຜູ້ອຳນວຍການໃຫຍ່ ອົງການ ອະນາໄມ ໂລກ (WHO) ແລະ ທ່ານ ຟ້າມມິງຈິງ, ນາຍົກລັດຖະມົນຕີ ຫວຽດນາມ ຢັ້ງຢືນວ່າ ສສ ຫວຽດນາມ ຍາມໃດ ກໍ່ຖື ເປັນສຳຄັນ ການພັດທະນາ ກັບ WHO ເພື່ອຮັບປະກັນ ສຸຂະພາບ ການແພດ ປະຊາຄົມ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ,ເມື່ອບໍ່ດົນມານີ້ ຢູ່ບຣາຊິນ, ທ່ານ ເທດຣໍສ ອັດຮານອມ ເກເບຣເຢຊຸສ(Tedros Adhanom Ghebreyesus)ຜູ້ອຳນວຍການໃຫຍ່ ອົງການ ອະນາໄມໂລກ (WHO) ແລະ ທ່ານ ຟ້າມມິງຈິງ, ນາຍົກລັດຖະມົນຕີ ຫວຽດນາມ ຢັ້ງຢືນວ່າ ສສ ຫວຽດນາມ ຍາມໃດ ກໍ່ຖື ເປັນສຳຄັນ ການພັດທະນາ ກັບ WHO ເພື່ອຮັບປະກັນ ສຸຂະພາບ ການແພດ ປະຊາຄົມ. ທ່ານ ຟ້າມມິງຈິງ ສະເໜີ WHO ຈັດສົ່ງ ນັກຊ່ຽວຊານ ຊ່ວຍເຫລືອ ໃຫ້ຄຳປຶກສາ ຫາລື ແກ່ ສສ ຫວຽດນາມ ເພື່ອສ້າງລະບອບ ລະບຽບການ ນະໂຍບາຍ ໃຫ້ສົມບູນແບບ, ພັດທະນາ ລະບົບ ການແພດ ຮາກຖານ, ປັບປຸງ ສະພາບແວດລ້ອມ, ການດຳລົງຊີວິດ ຂອງປະຊາຊົນ ສ້າງການຫັນປ່ຽນ ໃຫ້ແກ່ ການພັດທະນາ ການແພດ ປະຊາຄົມ ແບບຍືນຍົງ. ສ່ວນ ທ່ານ ຜູ້ອຳນວຍການໃຫຍ່ WHO ໄດ້ຕີລາຄາສູງ ບັນດານະໂຍບາຍ, ຄວາມມານະ ພະຍາຍາມ ຖືກທິດຂອງ ສສ ຫວຽດນາມ ໃນການຮັບມືກັບ ພະຍາດ ລະບາດ, ພັດທະນາ ການແພດ ຮາກຖານ, ເບິ່ງແຍງດູແລ ສຸຂະພາບ ທົ່ວປວງຊົນ ແລະ ຢັ້ງຢືນ ພ້ອມແລ້ວ ທີ່ຈະໜູນຊ່ວຍ ແລະ ໃຫ້ຄຳປຶກສາ ຫາລື ແກ່ ສສ ຫວຽດນາມ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL