ຂປລ
ຄະນະ ກຳມະການ ຄຸ້ມຄອງ ການເລືອກຕັ້ງ ສູນກາງ ສ.ເກົາຫລີ ໄດ້ຈັດກອງປະຊຸມ ຄົບຄະນະ ແລະ ໄດ້ລົງຄະແນນສຽງ ຜ່ານການຮັບຮອງ ຍັດຕິ ກ່ຽວກັບ ຜົນການເລືອກຕັ້ງ ປະທານາທິບໍດີ. ອີງຕາມຜົນການລົງຄະແນນສຽງ ໄດ້ຢືນຢັນ ທ່ານ ລີເຈມຽງ ຜູ້ສະໝັກຮັບເລືອກຕັ້ງ ທີ່ສັງກັດພັກປະຊາທິປະໄຕ ເປັນຜູ້ໄດ້ຮັບ ເລືອກຕັ້ງ ປະທານາທິບໍດີ ສ.ເກົາຫລີ ຢ່າງເປັນທາງການ

ຂປລ.ວິທະຍຸສາກົນແຫ່ງ ສປ ຈີນ, ຄະນະ ກຳມະການ ຄຸ້ມຄອງ ການເລືອກຕັ້ງ ສູນກາງ ສ.ເກົາຫລີ ໄດ້ຈັດກອງປະຊຸມ ຄົບຄະນະ ແລະ ໄດ້ລົງຄະແນນສຽງ ຜ່ານການຮັບຮອງ ຍັດຕິ ກ່ຽວກັບ ຜົນການເລືອກຕັ້ງ ປະທານາທິບໍດີ. ອີງຕາມ ຜົນການລົງຄະແນນສຽງ ໄດ້ຢືນຢັນ ທ່ານ ລີເຈມຽງ ຜູ້ສະໝັກ ຮັບເລືອກຕັ້ງ ທີ່ສັງກັດ ພັກປະຊາທິປະໄຕ ເປັນຜູ້ໄດ້ຮັບ ເລືອກຕັ້ງ ປະທານາທິບໍດີ ສ.ເກົາຫລີ ຢ່າງເປັນທາງການ, ອາຍຸຕຳແໜ່ງ ຂອງທ່ານ ລີເຈມຽງ ທີ່ເປັນປະທານາທິບໍດີ ສ.ເກົາຫລີ ຊຸດທີ 21 ແມ່ນເລີ່ມ ແຕ່ເວລາ 6 ໂມງ 21 ນາທີຂອງວັນທີ 4 ມິຖຸນານີ້ ຢ່າງເປັນທາງການ, ອຳນາດ ທັງໝົດ ທີ່ຂຶ້ນກັັບປະທານາທິບໍດີ ຕັ້ງແຕ່ກ່ອນ ເຊິ່ງລວມທັງ ອຳນາດບັນຊາກອງທັບສູງສຸດ ໄດ້ໂອນໃຫ້ ທ່ານລີເຈມຽງ ໂດຍອັດຕະໂນມັດ. ໃນໄລຍະນັບບັດເລືອກຕັ້ງຢູ່ນັ້ນ, ທ່ານ ລີເຈມຽງ ໄດ້ເດີນທາງໄປສະຖານທີ່ ຊຸມນຸມຢູ່ຕໍ່ໜ້າ ລັດຖະສະພາ ນະຄອນຫຼວງເຊອຸນ ແລະ ກ່າວຄຳປາໄສວ່າ: ພາຍຫລັງ ຕົນໄດ້ຮັບເລືອກຕັ້ງເປັນປະທານາທິບໍດີ ຢ່າງເປັນທາງການແລ້ວ, ຈະພະຍາຍາມຍຸດຕິ ສະພາບຄວາມວຸ້ນວາຍ ທາງການເມືອງ ໃນປັດຈຸບັນໂດຍໄວເທົ່າທີ່ຈະໄວໄດ້, ຟື້ນຟູເສດຖະກິດຂອງ ສ.ເກົາຫລີ, ເຮັດໃຫ້ຊີວິດ ການເປັນຢູ່ຂອງປະຊາຊົນ ສ.ເກົາຫລີ ຟື້ນຟູຄືນສູ່ຄວາມເປັນປົກກະຕິໂດຍໄວ. ທ່ານ ລີເຈມຽງ ກ່າວຕື່ມວ່າ: ຈະເຮັດໃຫ້ສະຖານະການຢູ່ແຫລມເກົາຫລີ ສະຫງົບລົງໂດຍໄວ, ດຳເນີນ ການສົນທະນາກັບ ສປປ ເກົາຫລີ ເພື່ອສະແຫວງຫາ ການໄປມາຫາສູ່ ທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ. ສຸດທ້າຍນັ້ນ, ທ່ານລີເຈມຽງໄດ້ຮຽກຮ້ອງໃຫ້ປະຊາຊົນ ສ.ເກົາຫລີ ຈົ່ງລຶບລ້າງຄວາມຂັດແຍ້ງກັນ ແລະ ເກາະແຂນກັນກ້າວເດີນໄປໜ້າ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL