ສປ ຈີນ ປະຕິບັດນະໂຍບາຍ ວີຊາອາຊຽນ”ຕໍ່ 10 ປະເທດສະມາຊິກອາຊຽນ-ຕີມໍເລສເຕ

04/06/2025 16:48
Email Print 322
ຂປລ ໃນ​ຊຸມ​ປີ​ຜ່ານ​ມາ, ການ​ສ້າງ​ປະ​ຊາ​ຄົມ ​ຮ່ວມ​ຊາ​ຕາ​ກຳ ​ຈີນ-ອາ​ຊຽນ ​ໄດ້​ຂະ​ຫຍາຍ​ຕົວ​ຂຶ້ນ​ເລື້ອຍໆ ແລະ ການ​ສ້າງ “5 ບ້ານ​ເມືອງ​ໃຫຍ່” ໄດ້​ປະ​ສົບ​ຜົນ​ສຳ​ເລັດ ​ທີ່​ສຳ​ຄັນ.

ຂປລ.ວິທະຍຸສາກົນແຫ່ງ ສປ ຈີນ, ວັນ​ທີ 3 ມິ​ຖຸ​ນາ​ນີ້, ທ່ານ ຫລິນ​ຈ້ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ​ຖະ​ແຫລງ​ວ່າ: ໃນ​ຊຸມ​ປີ​ຜ່ານ​ມາ, ການ​ສ້າງ​ປະ​ຊາ​ຄົມ ​ຮ່ວມ​ຊາ​ຕາ​ກຳ ​ຈີນ-ອາ​ຊຽນ ​ໄດ້​ຂະ​ຫຍາຍ​ຕົວ​ຂຶ້ນ​ເລື້ອຍໆ ແລະ ການ​ສ້າງ “5 ບ້ານ​ເມືອງ​ໃຫຍ່ໄດ້​ປະ​ສົບ​ຜົນ​ສຳ​ເລັດ ​ທີ່​ສຳ​ຄັນ. ການ​ໄປ​ມາ​ຫ​າ​ສູ່​ກັນ​ ລະ​ຫວ່າງ​ ສປ ຈີນ ແລະ ບັນ​ດາ ​ປະ​ເທດ​ໃນ​ອາ​ຊີ ​ຕາ​ເວັນ​ອອກ ​ສຽງ​ໃຕ້(ອາຊຽນ)​ ນັບ​ມື້ ​ນັບ​ແໜ້ນ​ແຟ້ນ ແລະ ການ​ອຳ​ນວຍ​ຄວາມ​ສະ​ດວກ​ ໃຫ້​ແກ່​ ການ​ໄປ​ມາ​ຫ​າ​ສູ່​ກັນ​ຕື່ມ​ອີກ ເປັນ​ຄວາມ​ປາ​ຖະ​ໜາ​ຮ່ວມ​ ຂອງ​ສອງ​ຝ່າຍ. ບົນ​ພື້ນ​ຖານ​ການຍົກ​ເວັ້ນ​ວີ​ຊາ ​ເຊິ່ງ​ກັນ​ ແລະ ​ກັນ ​ກັບ ​ສິງ​ກະ​ໂປ​, ໄທ ແລະ ມ​າ​ເລ​ເຊຍ ແລະ ປະ​ຕິ​ບັດ ​ນະ​ໂຍ​ບາຍ ວີ​ຊາ​ລ້ານ​ຊ້າງ-ແມ່​ຂອງໃຫ້​ແກ່​ ປະ​ເທດ​ ລຸ່ມ​ແມ່​ນ້ຳ​ຂອງ, ເພື່ອ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່ ​ການ​ໄປ​ມາ​ຫາ​ສູ່​ກັນ​ ຂອງ​ພາກ​ພື້ນ, ສປ ຈີນ ​ໄດ້​ປະ​ຕິ​ບັດ​ນະ​ໂຍ​ບາຍ ວີ​ຊາ​ອາ​ຊຽນຕໍ່ 10 ປະ​ເທດ​ ສະ​ມາ​ຊິກ ​ອາ​ຊຽນ ແລະ ຕີ​ມໍ​ເລ​ສ​ເຕ ທີ່​ເປັນ​ປະ​ເທດ​ ສັງ​ເກດ​ການ​ອາ​ຊຽນ, ຈະ​​ອອກ​ວີ​ຊາ ​ເຂົ້າ​ເມືອງ​ຈີນ​ ຕາມ​ປະ​ເພດ​ທີ່​ສົມ​ຄູ່​ກັນ ເພື່ອ​ໃຫ້ສາ​ມາດ​ເຂົ້າ​ເມືອງ​ຈີນ ​ໄດ້ຫລາຍ​ເທື່ອ ແລະ ທຸກ​ເທື່ອ​ສາ​ມາດ​ເຂົ້າ ສປ ​ຈີນ​ ເປັນ​ເວ​ລາ 180 ວັນ ພາຍ​ໃນ 5 ປີ ໃຫ້​ແກ່​ ນັກ​ທຸ​ລະ​ກິດ ພ້ອມ​ດ້ວຍ​ຄູ່​ສົມ​ລົດ ແລະ ລູກ​ຂອງ​ເຂົາ​ເຈົ້າຈາກ 11 ປະ​ເທດ​ດັ່ງ​ກ່າວ ທີ່​ສອດ​ຄ່ອງ​ກັບ​ ຄວາມ​ຮຽກ​ຮ້ອງ​ ຕ້ອງ​ການ​ ທີ່​ກ່ຽວ​ຂ້ອງ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top