ຍອດມູນຄ່າການຈໍລະຈອນສິນຄ້າທົ່ວສັງຄົມຈີນ ເພີ່ມຂຶ້ນ 5,6%

04/06/2025 16:38
Email Print 284
ຂປລ ໃນເດືອນເມສາ, ການຈໍລະຈອນ ສິນຄ້າຂອງ ສປ ຈີນ ໄດ້ຕ້ານທານ ກັບຄວາມກົດດັນ ທີ່ເກີດຂຶ້ນ ຍ້ອນຜົນກະທົບຈາກພາຍນອກ; ສະແດງໃຫ້ເຫັນເຖິງ ຄວາມທົນທານ ແລະ ຄວາມສາມາດບົ່ມຊ້ອນ ທີ່ເຂັ້ມແຂງ ສົມຄວນ ແລະ ຮັກສາທ່າອ່ຽງ ຂອງການພັດທະນາໄປໃນທາງທີ່ດີ ຢ່າງໝັ້ນທ່ຽງ ໂດຍລວມ. ນັບຕ້ັງແຕ່ ເດືອນມັງກອນ ຫາເດືອນເມສາປີນີ້

ຂປລ.ວິທະຍຸ ສາກົນແຫ່ງ ສປ ຈີນ, ວັນທີ 3 ມິຖຸນານີ້, ສະມາຄົມ ການຈໍລະຈອນ ແລະ ການຈັດຊື້ສິນຄ້າຈີນ ໄດ້ປະກາດ ຕົວເລກ ການເຄື່ອນໄຫວ ການຈໍລະຈອນສິນຄ້າ ໃນໄລຍະ 4 ເດືອນທຳອິດ ຂອງປີນີ້ ໂດຍສະແດງໃຫ້ເຫັນວ່າ: ໃນເດືອນເມສາ, ການຈໍລະຈອນ ສິນຄ້າຂອງ ສປ ຈີນ ໄດ້ຕ້ານທານ ກັບຄວາມກົດດັນ ທີ່ເກີດຂຶ້ນ ຍ້ອນຜົນກະທົບຈາກພາຍນອກ; ສະແດງໃຫ້ເຫັນເຖິງ ຄວາມທົນທານ ແລະ ຄວາມສາມາດບົ່ມຊ້ອນ ທີ່ເຂັ້ມແຂງ ສົມຄວນ ແລະ ຮັກສາທ່າອ່ຽງ ຂອງການພັດທະນາໄປ ໃນທາງທີ່ດີ ຢ່າງໝັ້ນທ່ຽງ ໂດຍລວມ. ນັບຕ້ັງແຕ່ ເດືອນມັງກອນ ຫາເດືອນເມສາປີນີ້, ຍອດມູນຄ່າ ການຈໍລະຈອນສິນຄ້າ ໃນທົ່ວສັງຄົມຈີນ ໄດ້ມີເຖິງ 115.300 ຕື້ຢວນ, ເພີ່ມຂຶ້ນ 5,6% ເມື່ອທຽບໃສ່ ໄລຍະດຽວກັນຂອງປີຜ່ານມາ.ເມື່ອເບິ່ງຈາກໂຄງປະກອບແລ້ວເຫັນວ່າ ການຜະລິດ ແລະ ຄວາມຕ້ອງການ ດ້ານການບໍລິໂພກໄດ້ເພີ່ມຂຶ້ນຢ່າງໝັ້ນທ່ຽງ ເຊິ່ງເປັນການຄ້ຳຊູຄວາມຕ້ອງການຂອງການຈໍລະຈອນສິນຄ້າ ພາຍໃນປະເທດ ໃຫ້ມີຄວາມທົນທານ. ເມື່ອເບິ່ງຈາກການບໍລິໂພກແລ້ວ ເຫັນວ່າ ນັບຕັ້ງແຕ່ ເດືອນມັງກອນຫາ ເດືອນເມສາປີນີ້, ຍອດມູນຄ່າ ການຈໍລະຈອນສິນຄ້າ ຈາກຄວາມຕ້ອງການ ຂອງໜ່ວຍງານ ແລະ ປະຊາຊົນ ໄດ້ເພີ່ມຂຶ້ນ 5,9% ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີຜ່ານມາ ແລະ ເພີ່ມຂຶ້ນ 0,1% ເມື່ອທຽບໃສ່ ໄຕມາດທຳອິດ ຂອງປີນີ້./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top