ສປ ຈີນ ຈະຍົກເວັ້ນວີຊາຕໍ່ປະເທດຕ່າງໆໃນໂລກຫລາຍຂຶ້ນຕື່ມອີກ

04/06/2025 16:15
Email Print 311
ຂປລ ນັບ​ແຕ່​ຕົ້ນເດືອນ ມິ​ຖຸ​ນາ​ນີ້​ ເປັນ​ຕົ້ນ​ໄປ, ສປ ຈີນ ​ໄດ້​ຍົກ​ເວັ້ນ​ວີ​ຊາ​ ຕໍ່​ປະ​ເທດ​​ໃນພາກ​ພື້ນ​ ອາ​ເມ​ຣິ​ກາ ​ລາ​ຕິນ ແລະ ກາ​ຣາ​ອິບ​ ແຕ່​ຝ່າຍ​ດຽວ ເປັນ​ຄັ້ງ​ທຳ​ອິດ ເຊິ່ງ​ໄດ້​ຍົກ​ເວັ້ນ​ວີ​ຊາ​ ແຕ່​ຝ່າຍ​ດຽວ​ຕໍ່ 43 ປະ​ເທດ​ໃນ​ໂລກ.

ຂປລ.ວິທະຍຸສາກົນແຫ່ງ ສປ ຈີນ, ທ່ານ ຫລິນ​ຈ້ຽນ, ໂຄ​ສົກ​ກະ​ຊວງ​ ການ​ຕ່າງ​ປະ​ເທດ​ຈີນ​ ​ຖະ​ແຫລງ​​ວ່າ: ​ ນັບ​ແຕ່​ຕົ້ນເດືອນ ມິ​ຖຸ​ນາ​ນີ້​ ເປັນ​ຕົ້ນ​ໄປ, ສປ ຈີນ ​ໄດ້​ຍົກ​ເວັ້ນ​ວີ​ຊາ​ ຕໍ່​ປະ​ເທດ​​ໃນພາກ​ພື້ນ​ ອາ​ເມ​ຣິ​ກາ ​ລາ​ຕິນ ແລະ ກາ​ຣາ​ອິບ​ ແຕ່​ຝ່າຍ​ດຽວ ເປັນ​ຄັ້ງ​ທຳ​ອິດ ເຊິ່ງ​ໄດ້​ຍົກ​ເວັ້ນ​ວີ​ຊາ​ ແຕ່​ຝ່າຍ​ດຽວ​ຕໍ່ 43 ປະ​ເທດ​ໃນ​ໂລກ. ສປ ຈີນ​ໄດ້​ຍົກ​ເວັ້ນ​ວີ​ຊາ ​ຕໍ່​ປະ​ເທດ​ຕ່າງໆ ​ນັບ​ມື້​ ນັບຫລາຍ​ຂຶ້ນ ເຊິ່ງ​ສະ​ແດງ​ ໃຫ້​ເຫັນ​ວ່າ ສປ ຈີນ ​ມີ​ຄວາມ​ຕັດ​ສິນ​ໃຈ ​ອັນ​ເດັດ​ດ່ຽວ​ໃນ​ການ​ສືບ​ຕໍ່​ ຊຸກ​ຍູ້​ ການ​ເປີດ​ປະ​ຕູ ​ສູ່​ພາຍນອກ​ ໃນ​ລະ​ດັບ​ສູງ.​ໃນ​ຕໍ່​ໜ້າ, ສປ ຈີນ​ ຈະ​ສືບ​ຕໍ່​ປັບ​ປຸງ ​ນະ​ໂຍ​ບາຍ ​ກ່ຽວ​ກັບ​ ການເຂົ້າ​ເມືອງ​ຂອງ​ ສປ ຈີນ ​ໃຫ້​ດີ​ຂຶ້ນ​ຕື່ມ​ອີກ, ຍົກ​ເວັ້​ນ​ວີ​ຊາ​ ຕໍ່​ປະ​ເທດ​ອື່ນໆ​ອີກ, ສ້າງ​ຄວາມ​ຈະ​ເລີນ ​ຮຸ່ງ​ເຮືອງ ​ຮ່ວມ​ກັນ​ ກັບ​ປະ​ເທດ​ຕ່າງໆ ດ້ວຍ​ການ​ເປີດ​ປະ​ຕູ​ ສູ່​ພາຍນອກ​ ທີ່​ມີ​ຂອບ​ເຂດກວ້າງ​ຂວາງ ແລະ ມີ​ການ​ຮ່ວມ​ມື​ ທີ່​ເລິກ​ເຊິ່ງ ກວ່າ​ເກົ່າ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top