ຂປລ
ເຄື່ອງຊ່ວຍເຫລືອ ສຸກເສີນ ດ້ານມະນຸດ ສະທຳ ງວດທີ 7 ທີ່ລັດຖະບານຈີນ ຊ່ວຍເຫລືອ ມຽນມາ ໄດ້ສົ່ງໄປຮອດ ສະໜາມບິນ ສາກົນ ຢາງກຸງແລ້ວ. ເຄື່ອງຊ່ວຍເຫລືອ ງວດນີ້ ລວມມີ ຢາປິ່ນປົວ ພະຍາດ ປະເພດຕ່າງໆ ທີ່ເຂດປະສົບໄພ ຕ້ອງການໂດຍດ່ວນ, ລວມນ້ຳໜັກ 95 ໂຕນ.
ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ເຄື່ອງຊ່ວຍເຫລືອ ສຸກເສີນ ດ້ານມະນຸດ ສະທຳ ງວດທີ 7 ທີ່ລັດຖະບານຈີນ ຊ່ວຍເຫລືອ ມຽນມາ ໄດ້ສົ່ງໄປຮອດ ສະໜາມບິນ ສາກົນ ຢາງກຸງແລ້ວ. ເຄື່ອງຊ່ວຍເຫລືອ ງວດນີ້ ລວມມີ ຢາປິ່ນປົວ ພະຍາດ ປະເພດຕ່າງໆ ທີ່ເຂດປະສົບໄພ ຕ້ອງການໂດຍດ່ວນ, ລວມນ້ຳໜັກ 95 ໂຕນ.ນອກນີ້ ໜ່ວຍງານຖະແຫລງຂ່າວ ຂອງຄະນະ ກຳມະການ ບໍລິຫານ ປະເທດ ມຽນມາ ເປີດເຜີຍ ວັນທີ 20 ເມສານີ້ວ່າ, ໄພພິບັດ ແຜ່ນດິນໄຫວ ຮຸນແຮງ ທີ່ເກີດຂຶ້ນຢູ່ມຽນມາ ໄດ້ເຮັດໃຫ້ມີຜູ້ເສຍຊີວິດ ຫລາຍກວ່າ 3.700 ຄົນ, ບາດເຈັບ 5.108 ຄົນ,ແລະ ສູນຫາຍ 120 ຄົນ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL