ລັດຖະມົນຕີ ກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ຫວຽດນາມ

14/02/2025 17:44
Email Print 1954
ຂປລ ຂປລ. ໃນໂອກາດການເດີນທາງໄປຢ້ຽມຢາມ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຢ່າງເປັນທາງການ ໃນວັນທີ 13 ກຸມພາ 2025 ທີ່ນະຄອນຫລວງ ຮ່າໂນ້ຍ, ສະຫາຍ ທອງສະຫວັນ ພົມວິຫານ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂ່ຳນັບ ສະຫາຍ ເລື່ອງ ເກືອງ ປະທານປະເທດ ແຫ່ງ ສສ ຫວຽດນາມ, ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ແລະ ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ຕາມລຳດັບ.





ຂປລ. ໃນໂອກາດການເດີນທາງໄປຢ້ຽມຢາມ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຢ່າງເປັນທາງການ ໃນວັນທີ 13 ກຸມພາ 2025 ທີ່ນະຄອນຫລວງ ຮ່າໂນ້ຍ, ສະຫາຍ ທອງສະຫວັນ ພົມວິຫານ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂ່ຳນັບ ສະຫາຍ ເລື່ອງ ເກືອງ ປະທານປະເທດ ແຫ່ງ ສສ ຫວຽດນາມ, ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ແລະ ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ຕາມລຳດັບ.








ໃນໂອກາດນີ້
, ສະຫາຍ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມປິຕິຍິນດີ ທີ່ໄດ້ມີໂອກາດນຳພາຄະນະ ເຂົ້າຢ້ຽມຂ່ຳນັບ ບັນດາສະຫາຍການນຳຂັ້ນສູງ ພັກ-ລັດຖະບານ ແຫ່ງ ສສ ຫວຽດນາມ ໃນຄັ້ງນີ້, ເຊິ່ງຖືເປັນການຢ້ຽມຢາມຄັ້ງທຳອິດ ພາຍຫລັງທີ່ໄດ້ຮັບການແຕ່ງຕັ້ງ ໃຫ້ດຳລົງຕຳແໜ່ງເປັນລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ຖືໂອກາດນີ້ ນຳເອົາຄຳຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ສະໜິດສະໜົມທີ່ສຸດ ຈາກສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແລະ ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ມາຍັງສະຫາຍ ຄູ່ຮ່ວມຕຳແໜ່ງຝ່າຍ ຫວຽດນາມ. ພ້ອມທັງ ໄດ້ຕີລາຄາສູງຕໍ່ບັນດາຜົນສຳເລັດ ອັນໃຫຍ່ຫລວງ ທີ່ພັກ-ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງຍາດມາໄດ້ ພາຍໃຕ້ການນຳພາ-ຊີ້ນຳອັນສະຫລາດສ່ອງໃສ ຂອງພັກກອມມູນິດຫວຽດນາມ ແລະ ການບໍລິຫານ ອັນເດັດດ່ຽວຂອງລັດຖະບານ ເຮັດໃຫ້ປະເທດຫວຽດນາມ ສືບຕໍ່ມີສະຖຽນລະພາບ ທາງດ້ານການເມືອງຢ່າງໜັກແໜ້ນ, ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໃນລະດັບສູງ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ, ບົດບາດ ແລະ ອິດທິພົນຂອງ ສສ ຫວຽດນາມ ນັບມື້ນັບສູງເດັ່ນຂຶ້ນຢູ່ເວທີພາກພື້ນ ແລະ ສາກົນ. ສະຫາຍ ລັດຖະມົນຕີກະຊວງການຕ່າງປະເທດລາວ ຍັງໄດ້ແຈ້ງໃຫ້ຊາບເຖິງຈຸດປະສົງຂອງການຢ້ຽມຢາມຄັ້ງນີ້, ເຊິ່ງຈະໄດ້ພົບປະປຶກສາຫາລືສອງຝ່າຍ ກັບສະຫາຍ ບຸຍ ແທັງ ເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ໃນການຊຸກຍູ້ເສີມຂະຫຍາຍການພົວພັນຮ່ວມມືສອງປະເທດ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ ໂດຍສະເພາະ ການຊອກຫາມາດຕະການຕ່າງໆ ໃນການຊຸກຍູ້ບັນດາກະຊວງ, ຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນຂອງສອງປະເທດ ໃນການຈັດຕັ້ງຜັນຂະຫຍາຍ ຂໍ້ຕົກລົງຂອງສອງກົມການເມືອງ ກໍຄື ຜົນຂອງກອງປະຊຸມຂອງ ຄະນະກຳມະການຮ່ວມມືທະວິພາຄີ ລະຫວ່າງ ສອງລັດຖະບານ ຄັ້ງທີ 47 ໃຫ້ມີປະສິດທິຜົນ ແລະ ປະສິດທິພາບສູງສຸດ, ປຶກສາຫາລືກ່ຽວກັບ ການພົວພັນຮ່ວມມື ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ໃນການເປັນເສນາທິການ ໃຫ້ແກ່ສອງພັກ, ສອງລັດ ແລະ ແລກປ່ຽນທັດສະນະຢ່າງກົງໄປກົງມາ ຖານສະຫາຍອ້າຍນ້ອງ ກ່ຽວກັບບາງສະພາບການທີ່ພົ້ນເດັ່ນ ໃນພາກພື້ນ ແລະ ສາກົນ. ພິເສດ, ສອງຝ່າຍ ໄດ້ຕີລາຄາສູງຕໍ່ການຈັດຕັ້ງປະຕິບັດ ບັນດາໂຄງການຮ່ວມມື ລະຫວ່າງສອງປະເທດ ທີ່ມີລັກສະນະຍຸດທະສາດ ໃຫ້ມີຄວາມຄືບໜ້າ, ໄດ້ຮັບຜົນສຳເລັດ ແລະ ເປັນຮູບປະທຳ ເຊິ່ງພັກ-ລັດຖະບານ ແລະ ປະຊາຊົນລາວ ໄດ້ຕີລາຄາສູງຕໍ່ການຮ່ວມມື ແລະ ສະໜັບສະໜູນຊ່ວຍເຫລືອ ຈາກພັກ-ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ປະກອບສ່ວນສຳຄັນເຂົ້າໃນ ການພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປ ລາວ ເປັນແຕ່ລະໄລຍະ.






ໃນຂະນະດຽວກັນ
, ບັນດາສະຫາຍການນຳຂັ້ນສູງ ພັກ-ລັດຖະບານ ຫວຽດນາມ ຕ່າງກໍໄດ້ສະແດງຄວາມຍິນດີຕ້ອນຮັບ ສະຫາຍ ທອງສະຫວັນ ພົມວິຫານ ທີ່ນຳພາຄະນະ ມາຢ້ຽມຢາມໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນສຳຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ-ສອງລັດຖະບານ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວອ້າຍນ້ອງ ໃຫ້ນັບມື້ຈະເລີນງອກງາມຍິ່ງໆຂຶ້ນ ພ້ອມທັງສະແດງຄວາມຂອບໃຈ ຕໍ່ການນຳເອົາຄວາມຢື້ຢາມຖາມຂ່າວອັນປະເສີດ ຈາກສະຫາຍການນຳຂັ້ນສູງ ພັກ-ລັດຖະບານລາວ. ພ້ອມນັ້ນ, ກໍໄດ້ສະເໜີໃຫ້ສອງ ກະຊວງການຕ່າງປະເທດ ຫວຽດນາມ-ລາວ ຈົ່ງສືບຕໍ່ຮັດແໜ້ນການຮ່ວມມືກັນຢ່າງໃກ້ຊິດ ໂດຍສະເພາະ ການເປັນເສນາທິການ ໃຫ້ການນຳຂັ້ນສູງຂອງສອງປະເທດ ຫວຽດນາມ-ລາວ ໃຫ້ດີຂຶ້ນກວ່າເກົ່າ, ສືບຕໍ່ເອົາໃຈໃສ່ຊຸກຍູ້ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ໃນການຈັດຕັ້ງຜັນຂະຫຍາຍ ບັນດາຂໍ້ຕົກລົງ ແລະ ເອກະສານຕ່າງໆ ທີ່ໄດ້ລົງນາມຮ່ວມກັນແລ້ວນັ້ນ ໃຫ້ເປັນຮູບປະທຳ ແລະ ມີຜົນສຳເລັດສູງກວ່າເກົ່າ, ສືບຕໍ່ຊຸກຍູ້ສົ່ງເສີມການຮ່ວມມືໃນຂະແໜງ ການອື່ນໆ ທີ່ມີທ່າແຮງຮ່ວມກັນໃຫ້ຫລາຍຍິ່ງໆຂຶ້ນ, ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ, ທັງນີ້ກໍເພື່ອນຳເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນ ທັງສອງປະເທດ ຫວຽດນາມ-ລາວ,  ລາວ-ຫວຽດນາມ, ອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ລາວ ຈົ່ງໝັ້ນຄົງຂະໜົງແກ່ນຕະຫລອດກາລະນານ.

ຂ່າວ-ພາບ: ກຕທ
KPL

ຂ່າວອື່ນໆ

    • ສູນທອນພົດການເມືອງ

      ສູນທອນພົດ

      1/6/2026 2:25:35 PM

      ກ່າວໄຂ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ

    • ທີມແພດກຽມພ້ອມຮອບດ້ານ ຮັບໃຊ້ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກການເມືອງ

      ທີມແພດກຽມພ້ອມຮອບດ້ານ ຮັບໃຊ້ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ

      1/6/2026 2:14:46 PM

      ຂປລ. ກົມປິ່ນປົວ ແລະ ຟຶ້ນຟູໜ້າທີ່ການ ໃນນາມຮັບຜິດຊອບຮັກສາສຸຂະພາບ ແລະ ອາຫານປອດໄພ ຮັບໃຊ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ກຽມຄວາມພ້ອມຮອບ ດ້ານ ໂດຍກຽມກຳລັງທີມແພດຈາກໂຮງໝໍມະໂຫສົດ, ໂຮງໝໍມິດຕະພາບ, ໂຮງໝໍເຊດຖາທິຣາດ, ໂຮງໝໍສູນກາງ 103 ກອງທັບ ແລະ ໂຮງໝໍ 5 ເມສາ ເພື່ອໃຫ້ການບໍລິການປິ່ນປົວ ແລະ ຮັກສາສຸຂະພາບ ຂອງຄະນະຜູ້ແທນ ສະເພາະຢູ່ຫໍປະຊຸມແຫ່ງຊາດ ແບ່ງອອກເປັນ 3 ຈຸດ ຄື: ຈຸດທີ 1 ຢູ່ດ້ານຫລັງຫ້ອງປະຊຸມໃຫຍ່ ແມ່ນຮັບໃຊ້ບັນດາການນຳຂັ້ນສູງ, ຈຸດທີ 2 ດ້ານໜ້າຫ້ອງປະຊຸມ ແມ່ນຮັບໃຊ້ຄະນະຜູ້ແທນ ແລະ ແຂກຖືກເຊີນ, ຈຸດທີ 3 ແມ່ນຮັບໃຊ້ມວນຊົນທົ່ວໄປ. ນອກຈາກນີ້, ຍັງມີທີມແພດ ປະຈຳຢູ່ 6 ໂຮງແຮມ ທີ່ມີຄະນະຜູ້ແທນພັກເຊົ່າ.

    • ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII  ຂອງພັກ ປປ ລາວ ໄຂຂຶ້ນຢ່າງສະຫງ່າຜ່າເຜີຍການເມືອງ

      ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ປປ ລາວ ໄຂຂຶ້ນຢ່າງສະຫງ່າຜ່າເຜີຍ

      1/6/2026 1:52:26 PM

      ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກປະຊາຊົນ ປະຕິວັດລາວ ໄຂຂຶ້ນຢ່າງສະຫງ່າຜ່າເຜີຍ ໃນຕອນເຊົ້າວັນທີ 6 ມັງກອນ 2026 ແລະ ຈະດຳເນີນໄປຈົນຮອດວັນທີ 8 ມັງກອນ 2026 ຢູ່ນະຄອນຫລວງວຽງຈັນ ພາຍໃຕ້ຄໍາຂວັນ: “ຍົກສູງບົດບາດການນຳພາ ທີ່ເຂັ້ມແຂງຂອງພັກ, ຕັ້ງໜ້າສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ” ໂດຍມີ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ມີກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ກຳມະການສູນກາງພັກ, ນັກປະຕິວັດອາວຸ ໂສ, ວິລະຊົນແຫ່ງຊາດ, ພ້ອມດ້ວຍບັນດາສະມາຊິກພັກສົມບູນ ທັງໝົດ 835 ສະຫາຍ, ຍິງ 123 ສະຫາຍ ທີ່ເປັນຕົວແທນໃຫ້ ແກ່ສະມາຊິກພັກທົ່ວປະເທດ 421.865 ສະຫາຍ, ຊຶ່ງຜູ້ແທນກອງປະຊຸມໃຫຍ່ ແມ່ນຮັບປະກັນທາງດ້ານໂຄງປະກອບ, ມີຄຸນນະພາບ, ມີມາດຕະຖານ ແລະ ເງື່ອນໄຂຖືກຕ້ອງຄົບຖ້ວນ, ເປັນຕົວແທນຂອງບັນດາຊັ້ນຄົນ, ຊົນເຜົ່າ, ເພດ-ໄວ ແລະ ໄດ້ຜ່ານການເລືອກຕັ້ງຈາກກອງປະຊຸມໃຫຍ່ອົງຄະນະພັກກະຊວງ, ອົງການທຽບເທົ່າກະຊວງ ແລະ ທ້ອງຖິ່ນ ໃນຂອບເຂດທົ່ວປະເທດ.

    • ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກປະຊາຊົນ ປະຕິວັດລາວ ໄຂຂຶ້ນຢ່າງສະຫງ່າຜ່າເຜີຍການເມືອງ

      ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກປະຊາຊົນ ປະຕິວັດລາວ ໄຂຂຶ້ນຢ່າງສະຫງ່າຜ່າເຜີຍ

      1/6/2026 9:49:15 AM

      ຂປລ. ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກປະຊາຊົນ ປະຕິວັດລາວ ໄຂຂຶ້ນຢ່າງສະຫງ່າຜ່າເຜີຍ ໃນຕອນເຊົ້າວັນທີ 6 ມັງກອນ 2026 ຢູ່ນະຄອນຫລວງວຽງຈັນ ພາຍໃຕ້ຄໍາຂວັນ: “ຍົກສູງບົດບາດການນຳພາ ທີ່ເຂັ້ມແຂງຂອງພັກ, ຕັ້ງໜ້າສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ”.

    • ປະທານປະເທດ ເນັ້ນໃຫ້ປັບປຸງກົນຈັກ-ກົນໄກການບໍລິຫານຂອງລັດວິສາຫະກິດໃຫ້ມີກຳໄລການເມືອງ

      ປະທານປະເທດ ເນັ້ນໃຫ້ປັບປຸງກົນຈັກ-ກົນໄກການບໍລິຫານຂອງລັດວິສາຫະກິດໃຫ້ມີກຳໄລ

      12/18/2025 6:05:32 PM

      ໃນໂອກາດເຂົ້າຮ່ວມ ແລະ ໂອ້ລົມໃນກອງປະຊຸມສະຫລຸບການປະຕິບັດວຽກງານຄະນະປະຕິຮູບລັດວິສາຫະກິດ ປະຈໍາປີ 2025 ແລະ ທິດທາງແຜນວຽກຈຸດສຸມປີ 2026 ໃນວັນທີ 17 ທັນວາ 2025 ນີ້.

ads
ads

Top