ຂປລ
ຂປລ. ຫ້ອງວ່າການສູນກາງພັກ ໄດ້ຈັດພິທີປະກາດແຕ່ງຕັ້ງຕໍາແໜ່ງ ບໍລິຫານ ຂັ້ນຮອງຫົວໜ້າຫ້ອງວ່າການສູນກາງພັກ ໃນວັນທີ 7 ກໍລະກົດ 2025 ໂດຍໄດ້ແຕ່ງຕັ້ງ ສະຫາຍ ກິແກ້ວ ຈັນທະບູລີ ເປັນຮອງຫົວໜ້າຫ້ອງວ່າການສູນກາງພັກ, ຮອງຫົວໜ້າຄະນະປະຕິຮູບລັດວິສາຫະກິດ

ຂປລ. ຫ້ອງວ່າການສູນກາງພັກ ໄດ້ຈັດພິທີປະກາດແຕ່ງຕັ້ງຕໍາແໜ່ງ ບໍລິຫານ ຂັ້ນຮອງຫົວໜ້າຫ້ອງວ່າການສູນກາງພັກ ໃນວັນທີ 7 ກໍລະກົດ 2025 ໂດຍໄດ້ແຕ່ງຕັ້ງ ສະຫາຍ ກິແກ້ວ ຈັນທະບູລີ ເປັນຮອງຫົວໜ້າຫ້ອງວ່າການສູນກາງພັກ, ຮອງຫົວໜ້າຄະນະປະຕິຮູບລັດວິສາຫະກິດ, ທັງເປັນຜູ້ປະຈຳການ ໂດຍການເປັນປະທານຂອງ ສະຫາຍ ເພັດ ພົມພິພັກ ເລຂາຄະນະພັກ, ຫົວໜ້າຫ້ອງວ່າການສູນກາງພັກ, ພ້ອມດ້ວຍພະນັກງານ ພາຍໃນຫ້ອງວ່າການສູນກາງພັກ ເຂົ້າຮ່ວມ.

ໃນໂອກາດນີ້, ສະຫາຍ ເພັດ ພົມພິພັກ ໄດ້ກ່າວວ່າ: ການແຕ່ງຕັ້ງຕໍາແໜ່ງບໍລິຫານ ໃນຄັ້ງນີ້, ແມ່ນມີຄວາມໝາຍສໍາຄັນຫລາຍ ແລະ ຖືເປັນເລື່ອງປົກກະຕິຂອງການຈັດຕັ້ງພັກ, ລັດ ແນໃສ່ປັບປຸງ ບຸກຄາລາກອນ ໃຫ້ສອດຄ່ອງສົມຄູ່ກັບຄວາມຮຽກຮ້ອງຕ້ອງການ ຂອງວຽກງານໃນແຕ່ລະໄລຍະ ແລະ ຮັບປະກັນໃນການຈັດຕັ້ງປະຕິບັດ ໜ້າທີ່ວຽກງານຕາມການມອບໝາຍໃຫ້ສໍາເລັດ ເຊິ່ງສະຫາຍ ທີ່ໄດ້ຮັບການແຕ່ງຕັ້ງໃນຄັ້ງນີ້, ເປັນຜູ້ທີ່ມີຄວາມຮູ້, ຄວາມສາມາດ ແລະ ໄດ້ຜ່ານການທົດສອບ ໃນຂະບວນການຈັດຕັ້ງ ປະຕິບັດໜ້າທີ່ວຽກງານຕົວຈິງ, ໄດ້ຮັບຄວາມໄວ້ເນື້ອເຊື້ອໃຈ ຈາກຂັ້ນເທິງ ເພື່ອມາຊ່ວຍວຽກງານ ຢູ່ຫ້ອງວ່າການສູນກາງພັກ. ພ້ອມນີ້, ຍັງເນັ້ນໃຫ້ສະຫາຍທີ່ໄດ້ຮັບໜ້າທີ່ໃໝ່ ເອົາໃຈໃສ່ຍົກສູງລະດັບຄວາມຮູ້, ຄວາມສາມາດ ດ້ານວຽກງານຂອງຕົນຢູ່ສະເໜີ ເພື່ອຮັບປະກັນໃນການ ເປັນເສນາທິການຮອບດ້ານ ໃນການປະຕິບັດລະບອບ ແລະ ແບບແຜນເຮັດວຽກງານ ໃຫ້ການນໍາຂັ້ນສູງ ໃນແຕ່ລະໄລຍະມີຜົນສໍາເລັດຕາມຄາດໝາຍ, ສົມທົບກັບພາກສ່ວນກ່ຽວຂ້ອງຄົ້ນຄວ້າ, ກໍາແໜ້ນແນວທາງນະ ໂຍບາຍ, ມະຕິ-ຄໍາສັ່ງຂອງພັກ-ລັດ ເພື່ອເຮັດໃຫ້ການສັງລວມຮ່າງເນື້ອໃນບົດຄໍາເຫັນ, ບົດໂອ້ລົມ, ບົດສູນທອນພົດ ແລະ ອື່ນໆ ມີເນື້ອໃນຄົບຖ້ວນ ແລະ ປະສານສົມທົບພາກສ່ວນກ່ຽວຂ້ອງ ເພື່ອຕິດຕາມ ແລະ ອໍານວຍຄວາມສະດວກ ໃນການເຄື່ອນໄຫວວຽກງານ, ການເບິ່ງແຍງສຸຂະພາບ, ການດໍາລົງຊີວິດ, ການປະຕິບັດນະໂຍບາຍຕໍ່ການນໍາ, ຮັກສາຄວາມປອດໄພ ໃຫ້ເປັນປົກກະຕິປະຈໍາວັນ ລວມທັງຄວາມປອດໄພ ໃນໄລຍະການເຄື່ອນໄຫວ ວຽກງານຢູ່ທ້ອງຖິ່ນ-ຕ່າງປະເທດ ແລະ ວຽກງານອື່ນຕາມການມອບໝາຍຂອງສູນກາງພັກ.

ຂ່າວ: ກິດຕາ
ພາບ: ເກດສະໜາ
KPL