ເມືອງລອງ ຜ່ານຮ່າງຂໍ້ຕົກລົງ ກອງທຶນຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ

06/12/2024 23:07
Email Print 734
ຂປລ ຂປລ. ແຫລ່ງຂ່າວຈາກ ແຂວງຫລວງນ້ຳທາ ໃຫ້ຮູ້ວ່າ: ກອງປະຊຸມ ຜ່ານຮ່າງຂໍ້ຕົກລົງ ວ່າດ້ວຍກອງທຶນຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ຈັດຂຶ້ນໃນວັນທີ 4 ພະຈິກ 2024 ທີ່ເມືອງລອງ ເພື່ອໃຫ້ມີເນື້ອໃນ ຄົບຖ້ວນສົມບູນ ແລະ ສອດຄ່ອງກັບສະພາບຕົວຈິງ




   ຂປລ. ແຫລ່ງຂ່າວຈາກ ແຂວງຫລວງນ້ຳທາ ໃຫ້ຮູ້ວ່າ: ກອງປະຊຸມ ຜ່ານຮ່າງຂໍ້ຕົກລົງ ວ່າດ້ວຍກອງທຶນຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ຈັດຂຶ້ນໃນວັນທີ 4 ພະຈິກ 2024 ທີ່ເມືອງລອງ ເພື່ອໃຫ້ມີເນື້ອໃນ ຄົບຖ້ວນສົມບູນ ແລະ ສອດຄ່ອງກັບສະພາບຕົວຈິງ ໂດຍການເຂົ້າຮ່ວມຂອງທ່ານ ພັທ ອາລຸນຍະເດດ ບົວສີສະຫວັດ ຫົວໜ້າພະແນກກວດກາ ແລະ ຄອບຄຸມຢາເສບຕິດ, ມີທ່ານ ນາງ ຈັນຄໍາ ທໍຄໍາເໝົາ ຮອງເຈົ້າເມືອງໆລອງ, ສອງກອງບັນຊາການປກຊ-ປກສ ແລະ ພາກສ່ວນທີ່ກ່ຽວຂ້ອງອ້ອມຂ້າງເມືອງເຂົ້າຮ່ວມ.
  ທ່ານ ຄໍາຮຸ່ງ ກຸໂພຄໍາ ຮອງຫົວໜ້າ ຂະແໜງໂຄສະນາກົດໝາຍ ພະແນກຍຸຕິທໍາແຂວງຫລວງນໍ້າທາ ໄດ້ຜ່ານຂໍ້ຕົກລົງຂອງເຈົ້າແຂວງເລກທີ
1042/ຈຂ, ລົງວັນທີ 4 ຕຸລາ 2024 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ ຮ່າງຂໍ້ຕົກລົງຂອງເຈົ້າແຂວງ, ຜ່ານຮ່າງຂໍ້ຕົກລົງ ວ່າດ້ວຍກອງທຶນຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ປະກອບມີ 8 ໝວດ, 30 ມາດຕາ ຊຶ່ງຂໍ້ຕົກລົງສະບັບນີ້ ໄດ້ກໍານົດຫລັກການ, ລະບຽບການຄຸ້ມຄອງ, ນໍາໃຊ້ ແລະ ກວດກາກອງທຶນ ຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ເພື່ອລະດົມ ແລະ ສະສົມທຶນ ຈາກພາຍໃນ ແລະ ຕ່າງປະເທດ ແນໃສ່ສະໜອງທຶນແກ່ວຽກງານຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ແລະ ວຽກງານອື່ນໆ ທີ່ຕິດພັນກັບຢາເສບຕິດ ໃຫ້ມີຄວາມຍືນຍົງ, ໂປ່ງໄສ ແລະ ສາມາດກວດສອບໄດ້ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
    ທ່ານ ພັທ ອາລຸນຍະເດດ ບົວສີສະຫວັດ ຫົວໜ້າພະແນກກວດກາ ແລະ ຄວບຄຸມຢາເສບຕິດ ໄດ້ຊີ້ແຈ້ງບາງບັນຫາ ແລະ ເນັ້ນໃຫ້ຂະແໜງການທີ່ກ້ຽວຂ້ອງຂັ້ນເມືອງ ຈົ່ງເອົາໃຈໃສ່ເຄື່ອນໄຫວ
, ຈັດຕັ້ງປະຕິບັດ ວຽກງານຄວບຄຸມ, ສະກັດກັ້ນ ແລະ ຕ້ານບັນຫາຢາເສບຕິດ, ສຶກສາອົບຮົມ, ປູກຈິດສໍານຶກໃຫ້ທົ່ວສັງຄົມ, ພໍ່ແມ່ປະຊາຊົນບັນດາເຜົ່າໄດ້ຮັບຮູ້ ແລະ ເຂົ້າໃຈເຖິງພິດໄພຜົນຮ້າຍຂອງຢາເສບຕິດໃຫ້ກວ້າງຂວາງ.

ຂ່າວ: ເຂັມຄໍາ ຄອນມະນີ
KPL

ຂ່າວອື່ນໆ

    • ຂະແໜງການພະລັງງານ-ບໍ່ແຮ່ ຈະສຸມໃສ່ ພັດທະນາພະລັງງານສະອາດ ຢູ່ ລາວວັດທະນະທຳ-ສັງຄົມ

      ຂະແໜງການພະລັງງານ-ບໍ່ແຮ່ ຈະສຸມໃສ່ ພັດທະນາພະລັງງານສະອາດ ຢູ່ ລາວ

      1/16/2025 1:46:20 PM

      ຂປລ. ພິທີເຊັນສັນຍາການຮ່ວມມື (MOA) ການພັດທະນາຕະຫລາດພະລັງງານສະອາດ ຢູ່ ສປປ ລາວ ລະຫວ່າງ ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ (ພບ) ກະຊວງພະລັງງານ ແລະ ບໍ່ແຮ່ ກັບ ບໍລິສັດ Finger Inc ແລະ ບໍລິສັດ CECTE carbon to electric ໄດ້ຈັດຂຶ້ນ

    • ຊາວໜຸ່ມກະຊວງສາທາລະນະສຸກ ຕີລາຄາ ການປະຕິບັດ ວຽກງານໄລຍະ 2020-2024ວັດທະນະທຳ-ສັງຄົມ

      ຊາວໜຸ່ມກະຊວງສາທາລະນະສຸກ ຕີລາຄາ ການປະຕິບັດ ວຽກງານໄລຍະ 2020-2024

      1/16/2025 1:15:06 PM

      ຂປລ. ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມ ກະຊວງສາທາລະນະສຸກ ສະໄໝທີ X ຈັດຂຶ້ນໃນວັນທີ 15 ມັງກອນ 2025 ເພື່ອຕີລາຄາຄືນການຈັດຕັ້ງປະຕິບັດ ວຽກງານຊາວໜຸ່ມໄລຍະ 2020-2024

    • ສປປ ລາວ ກຽມສະເໜີ "ລາບ" ອາຫານພື້ນເມືອງຂອງລາວເຂົ້າເປັນມໍລະດົກໂລກວັດທະນະທຳ-ສັງຄົມ

      ສປປ ລາວ ກຽມສະເໜີ "ລາບ" ອາຫານພື້ນເມືອງຂອງລາວເຂົ້າເປັນມໍລະດົກໂລກ

      1/16/2025 11:54:40 AM

      “ລາບ” ຖືວ່າເປັນອາຫານພື້ນເມືອງຂອງລາວ ທີ່ມີລົດຊາດ ແລະ ເອກະລັກສະເພາະ, ເຂົ້າໜຽວກັບລາບ ໄດ້ກາຍເປັນສ່ວນໜຶ່ງທ່ີສໍາຄັນໃນຊີວິດປະຈໍາວັນຂອງປະຊາຊົນລາວບັນດາເຜົ່າ ເຊິ່ງບັນພະບູລຸດເຮົາໄດ້ມອບໃຫ້ເປັນມໍລະດົກ ແລະ ສືບທອດກັນມາຍາວນານຈົນເຖິງທຸກວັນນີ້.

    • ເປີດກິດຈະກຳວັດທະນະທຳບຸນກຸດຈີນ ເຂົ້າສູ່ປະເທດລາວວັດທະນະທຳ-ສັງຄົມ

      ເປີດກິດຈະກຳວັດທະນະທຳບຸນກຸດຈີນ ເຂົ້າສູ່ປະເທດລາວ

      1/15/2025 8:35:50 PM

      ຂປລ. ພິທີເປີດກິດຈະກຳ ວັດທະນະທຳບຸນກຸດຈີນ ເຂົ້າສູ່ປະເທດລາວ ພາຍໃຕ້ຫົວຂໍ້ “ດື່ມນໍ້າສາຍດຽວ ກົມກຽວດັ່ງຄອບຄົວດຽວກັນ ປີ 2025’’ ຈັດຂຶ້ນໃນວັນທີ 15 ມັງກອນ 2025 ຢູ່ນະຄອນຫລວງວຽງຈັນ ໂດຍມີທ່ານ ນາງ ວິລະວອນ ພັນທະວົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ກ້າວ ອັ່ນມິງ ບັນນາທິການໃຫຍ່ ອົງການພາສາຕ່າງປະເທດແຫ່ງຊາດ ສປ ຈີນ, ທ່ານ ນາງ ຟາງຫົງ ເອກອັກຄະລັດສະທູດ ສປ ຈີນ ປະຈໍາ ລາວ ແລະ ທ່ານ ສະຫວັນຄອນ ລາຊະມຸນຕີ ປະທານສະມາຄົມນັກຂ່າວແຫ່ງປະເທດລາວ ແລະ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    • ກອງທັບ ກຳລັງຫລັກແຫລ່ງ ໃນການປະຕິບັດແນວທາງ ປກຊ-ປກສ ທົ່ວປວງຊົນຮອບດ້ານຂອງພັກວັດທະນະທຳ-ສັງຄົມ

      ກອງທັບ ກຳລັງຫລັກແຫລ່ງ ໃນການປະຕິບັດແນວທາງ ປກຊ-ປກສ ທົ່ວປວງຊົນຮອບດ້ານຂອງພັກ

      1/14/2025 4:53:54 PM

      ຂປລ. ໃນປີ 2024 ຜ່ານມາ ຄະນະພັກ-ຄະນະນໍາ ກະຊວງປ້ອງກັນປະເທດ ໄດ້ຊີ້ນໍາ ແລະ ຈັດຕັ້ງເຊື່ອມຊຶມ-ຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ມະຕິສະໄໝທີ V ຂອງຄະນະພັກກະຊວງປ້ອງກັນປະເທດ ຢ່າງມີຈຸດສຸມ ແລະ ແທດກັບຕົວຈິງ, ມີໝາກຜົນໃນຫລາຍດ້ານ ເປັນຕົ້ນ ການເຮັດໜ້າທີ່ ຮັກສາຄວາມສະຫງົບປອດໄພ ໃຫ້ການນໍາພັກ-ລັດ, ແຂກພາຍໃນ ແລະ ຕ່າງປະເທດ, ປ້ອງກັນບັນດາກອງປະຊຸມທີ່ສໍາຄັນຕ່າງໆ, ບັນດາວັນບຸນປະຫວັດສາດທີ່ສໍາຄັນ ຂອງຊາດ, ຂອງພັກ, ຂອງກອງທັບ ພ້ອມທັງປ້ອງກັນສໍານັກງານອົງການ, ສະໜາມບິນ, ເສັ້ນທາງທຸລະກັນດານ, ບັນດາໂຄງການ ກໍ່ສ້າງຂອງລັດຖະບານ ມີຄວາມສະຫງົບປອດໄພ 100%.

ads
ads

Top