ຂປລ
ຂປລ. ຮ້ານອາຫານຟໍເລດບິດໂຕດ ຕັ້ງຢູ່ບ້ານທ່າແປ້ນ ແຂວງຫລວງພະບາງ (ຢູ່ເສັ້ນທາງຂຶ້ນໄປ ຫາສະຖານທີ ທ່ອງທ່ຽວນ້ຳຕົກຕາດກວາງຊີ) ເປັນຮ້ານທີ່ມີເອກະລັກສະເພາະ ຂອງຊົນເຜົ່າໄທດຳ, ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ, ທັງສ້າງວຽກເຮັດງານທຳ ໃຫ້ປະຊາຊົນໃນທ້ອງຖິ່ນ.

ຂປລ. ຮ້ານອາຫານຟໍເລດບິດໂຕດ ຕັ້ງຢູ່ບ້ານທ່າແປ້ນ ແຂວງຫລວງພະບາງ (ຢູ່ເສັ້ນທາງຂຶ້ນໄປ ຫາສະຖານທີ ທ່ອງທ່ຽວນ້ຳຕົກຕາດກວາງຊີ) ເປັນຮ້ານທີ່ມີເອກະລັກສະເພາະ ຂອງຊົນເຜົ່າໄທດຳ, ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ, ທັງສ້າງວຽກເຮັດງານທຳ ໃຫ້ປະຊາຊົນໃນທ້ອງຖິ່ນ.

ທ່ານ ກິພອນ ວົງສະຫວັດ ເຈົ້າຂອງຮ້ານອາຫານຟໍເລດບິດໂຕດ ໄດ້ໃຫ້ສຳພາດຕໍ່ສື່ເມື່ອບໍ່ດົນນີ້ວ່າ: ຮ້ານອາຫານຟໍເລດບິດໂຕດ ເປັນຮ້ານອາຫານທີ່ມີເອກະລັກສະເພາະ ຂອງຊົນເຜົ່າໄທດຳ, ຕິດພັນກັບທຳມະຊາດ, ວັດທະນະທຳ ແລະ ຮີດຄອງປະເພນີ, ມີອາຫານຕາມສັ່ງ ຫລາຍປະເພດ ໂດຍສະເພາະອາຫານພື້ນເມືອງ ຂອງແຂວງຫລວງພະບາງ, ອ້ອມຮອບດ້ວຍປ່າໄມ້ ທີ່ສຽວສົດງົດງາມ, ມີສຽງນ້ຳໄຫລ ທີ່ອອນຊອນຫູ ບວກກັບລົດຊາດອາຫານ ພື້ນເມືອງ ທີ່ແຊບຊ້ອຍ ແລະ ເປັນເອກະລັກສະເພາະຂອງທ້ອງຖິ່ນ, ລວມເຖິງການຕົບແຕ່ງຮ້ານທີ່ສວຍງາມ, ແບບດັ່ງເດີມ ຫລື ແບບລາວໆ ແລະ ການນຸ່ງຖື ຂອງພະນັກງານ ພາຍໃນຮ້ານແມ່ນນຸ່ງຊຸດຊົນເຜົ່າແບບດັ່ງເດີມ ທີ່ຜະລິດຈາກຜ້າແຜ, ຖັກແສ່ວດ້ວຍມື ເປັນການສະແດງອອກເຖິງຄວາມສວຍງາມ, ຄວາມພາກພູມໃຈ ແລະ ເອກະລັກຂອງຊົນເຜົ່າ. ນອກ ຈາກມີອາຫານລາວ ທີ່ເປັນເອກະລັກສະເພາະແລ້ວ, ຍັງໄດ້ປະສົມປະສານ ລົດຊາດອາຫານລາວ ແລະ ຕາເວັນຕົກ ໂດຍນຳໃຊ້ວັດຖຸດິບ ທີ່ສົດໃໝ່ໃນທ້ອງຖິ່ນ ແລະ ສວນຜັກປອດສານພິດ ຢູ່ພາຍໃນຮ້ານອາຫານ ຕື່ມອີກ.

ທ່ານ ກິພອນ ວົງສະຫວັດ ຍັງໃຫ້ຮູ້ອີກວ່າ: ຮ້ານອາຫານຟໍເລດບິດໂຕດ ໄດ້ເປັນສ່ວນໜຶ່ງ ຂອງການສະໜັບສະໜູນ, ສົ່ງເສີມ, ປົກປັກຮັກສາສິ່ງແວດລ້ອມ, ມີຄວາມຕັ້ງໃຈຢ່າງເລິກເຊິ່ງ ໃນການປົກປັກຮັກສາທຳມະຊາດ, ປະຕິບັດຕາມແບບແຜນການທ່ອງທ່ຽວ ແບບຍືນຍົງ ໂດຍການຫລຸດຜ່ອນສິ່ງເສດເຫລືອ, ຫລີກເວັ້ນການໃຊ້ປລາສຕິກ ແລະ ນໍາໃຊ້ຜະລິດຕະພັນທ້ອງຖິ່ນ ເພື່ອຫລຸດຜ່ອນຜົນກະ ທົບຕໍ່ສິ່ງແວດລ້ອມ. ພ້ອມນີ້, ຍັງໄດ້ສະໜັບສະໜູນຊຸມຊົນທ້ອງຖິ່ນ ໂດຍການສະໜອງໂອກາດ ສ້າງວຽກເຮັດງານທຳ ໂດຍສະເພາະ ສໍາລັບໄວໜຸ່ມໃນຊຸມຊົນທ້ອງຖິ່ນ ດ້ວຍການຝຶກອົບຮົມ ແລະ ໃຫ້ອາຊີບແກ່ພະນັກງານທ້ອງຖິ່ນ ແລະ ອື່ນໆ.

ຮ້ານອາຫານຟໍເລດບິດໂຕດ ເລີ່ມເປີດໃຫ້ບໍລິການ ແຕ່ເວລາ 7:00-16:30 ໂມງ, ສາມາດຮັບລູກຄ້າ ໄດ້ 200 ກວ່າຄົນ.
ຂ່າວ-ພາບ: ທະນູທອງ
KPL