ຂປລ
ພາຍຫລັງປະເທດເຮົາມີການປ່ຽນແປງໃໝ່ຢ່າງຮອບດ້ານ ໂດຍສະເພາະແມ່ນການຫັນປ່ຽນເສດຖະກິດທໍາມະຊາດ, ເຄິ່ງທໍາມະຊາດໄປຕາມກົນໄກເສດຖະກິດຕະຫລາດ ໂດຍການຫັນເສດຖະກິດຂອງປະເທດເຮັດໃຫ້ສາຍພົວພັນສັງຄົມເກີດຂຶ້ນຢ່າງກວ້າງຂວາງມີທັງສາຍພົວພັນອັນດີຖືກຕ້ອງເປັນທໍາ ແລະ ມີທັງສາຍພົວພັນທີ່ມີການເອົາລັດເອົາປຽບເຊ່ິງກັນ ແລະ ກັນ ພາໃຫ້ມີຜົນເສຍຫາຍເກີດຂຶ້ນ ແລະ ກາຍເປັນຂໍ້ຂັດແຍ່ງຢູ່ໃນສັງຄົມ.
*ພາຍຫລັງປະເທດເຮົາມີການປ່ຽນແປງໃໝ່ຢ່າງຮອບດ້ານ ໂດຍສະເພາະແມ່ນການຫັນປ່ຽນເສດຖະກິດທໍາມະຊາດ, ເຄິ່ງທໍາມະຊາດໄປຕາມກົນໄກເສດຖະກິດຕະຫລາດ ໂດຍການຫັນເສດຖະກິດຂອງປະເທດເຮັດໃຫ້ສາຍພົວພັນສັງຄົມເກີດຂຶ້ນຢ່າງກວ້າງຂວາງມີທັງສາຍພົວພັນອັນດີຖືກຕ້ອງເປັນທໍາ ແລະ ມີທັງສາຍພົວພັນທີ່ມີການເອົາລັດເອົາປຽບເຊ່ິງກັນ ແລະ ກັນ ພາໃຫ້ມີຜົນເສຍຫາຍເກີດຂຶ້ນ ແລະ ກາຍເປັນຂໍ້ຂັດແຍ່ງຢູ່ໃນສັງຄົມ.
ຄໍລໍາຊີວິດແລະກົດໝາຍໃນມື້ນີ້ຜູ້ຂຽນຂໍນໍາສະເໜີກ່ຽວກັບການຄໍ້າປະກັນການປະຕິບັດສັນຍາທີ່ເປັນໂມຄະ; ໃນນັ້ນຢາກເນັ້ນເຖິງການຄໍ້າປະກັນທີເປັນໂມຄະແມ່ນມີສາເຫດມາຈາກອັນໃດແດ່? ແຕ່ຖ້າເວົ້າໃນແງ່ຂອງກົດໝາຍ ນອກຈາກ ເວົ້າເຖິງຂໍ້ຜູກພັນໃນສັນຍາ ຈໍານວນອັດຕາດອກເບ້ຍຜູ້ໃຫ້ກູ້ຢືມ (ເຈົ້າໜີ້) ແລະ ຜູ້ກູ້ຢືມ (ລູກໜີ້) ບັນຫາໜຶ່ງທີ່ສໍາຄັນກໍຄືການຄໍ້າປະກັນການປະຕິບັດສັນຍາດັ່ງກ່າວດ້ວຍຫລັກຊັບ, ດ້ວຍບຸກຄົນຫລືນິຕິບຸກຄົນ.
ໃນກົດໝາຍວ່າດ້ວຍການຄໍ້າປະກັນການປະຕິບັດສັນຍາປີ 2005 ມາດຕາ 2, ມາດຕາ 3, ມາດຕາ 4, ມາດຕາ 5 ແລະ ມາດຕາ 26 ໄດ້ລະບຸໄວ້ຢ່າງ ຈະແຈ້ງວ່າ: ການຄໍ້າປະກັນແມ່ນການຮັບປະກັນການປະຕິບັດພັນທະຕາມທ່ີໄດ້ກໍານົດໄວ້ໃນກົດໝາຍ ຫລື ສັນຍາ ເຊິ່ງແບ່ງອອກເປັນ 2 ປະເພດຄື: ການຄໍ້າປະກັນຕາມກົດໝາຍ ແລະ ການຄໍ້າປະກັນຕາມສັນຍາ. ມາດຕາ 4: ການຄໍ້າ ປະກັນຕາມກົດໝາຍແມ່ນການຮັບປະກັນການໃຊ້ແທນໜີ້ສິນ ຫລື ພັນທະອື່ນທີ່ໄດ້ກໍານົດໄວ້ໃນກົດໝາຍ ໂດຍອີງໃສ່ເຫດຜົນທາງດ້ານມະນຸດສະທໍາ ແລະ ທາງດ້ານຜົນປະໂຫຍດລວມຂອງຊາດ ເຊັ່ນ: ການຈ່າຍຄ່າແຮງງານ, ເງິນເດືອນ ຫລື ຜົນປະໂຫຍດອື່ນໆ ເພື່ອຮັບປະກັນຜົນປະໂຫຍດຂອງຊາດ ຊຶ່ງບ່ໍກວມເອົາໜີ້ສິນ ຫລື ຜົນປະໂຫຍດອື່ນ ທີ່ເກີດຈາກສັນຍາລະຫວ່າງລັດກັບບຸກຄົນ ຫລື ການຈັດຕັ້ງອື່ນ. ມາດຕາ 5: ການຄໍ້າປະກັນຕາມສັນຍາແມ່ນການຕົກລົງຮັບປະກັນໃຊ້ແທນໜີ້ສິນລະຫວ່າງເຈ້ົາໜ້ີກັບລູກໜ້ີ ຫລື ການຕົກລົງໃຊ້ໜີ້ສິນແທນລູກໜີ້ໂດຍບຸກຄົນ ຫລື ນິຕິບຸກຄົນໃດໜຶ່ງໃນກໍລະນີທີ່ລູກໜີ້ຫາກບໍ່ປະຕິບັດສັນຍາ ແລະ ມີແບ່ງເປັນສອງປະເພດຄື: ການຄໍ້າປະກັນຕາມສັນຍາ ວ່າດ້ວຍຊັບ ແລະ ການຄໍ້າປະກັນຕາມສັນຍາດ້ວຍບຸກຄົນ ຫລື ນິຕິບຸກຄົນ. ການຄໍ້າປະກັນຕາມສັນຍາດ້ວຍຫລັກຊັບແມ່ນການຕົກລົງ ລະຫວ່າງ ເຈົ້າໜີ້ກັບລູກໜີ້ເຊິ່ງລູກໜີ້ໄດ້ເອົາຊັບ ຫລື ເອກະສານຢ້ັງຢືນຊັບໄປໄວ້ໃນການຄອບຄອງຂອງເຈົ້າໜີ້ ຫລື ໄວ້ນໍາບຸກຄົນອື່ນ ທີ່ໄດ້ຮັບມອບໝາຍ ຫລື ຊັບດັ່ງກ່າວໄດ້ມີການກໍານົດໄວ້ຢ່າງຈະແຈ້ງ ຢູ່ໃນສັນຍາຄໍ້າປະກັນເຈົ້າໜີ້ດັ່ງກ່າວມີບຸລິມະສິດໃນການໄດ້ຮັບການໃຊ້ແທນໜີ້ສິນດ້ວຍຫລັກຊັບ; ການຄໍ້າປະກັນຕາມສັນຍາດ້ວຍບຸກຄົນ ຫລື ນິຕິບຸກຄົນແມ່ນສັນຍາເຊິ່ງບຸກຄົນ ຫລື ນິຕິບຸກຄົນໃດໜຶ່ງໄດ້ຕົກລົງໃຊ້ແທນໜີ້ສິນ ຫລື ປະຕິບັດພັນທະອ່ືນຕາງລູກໜ້ີໃນກໍລະນີລູກໜີ້ຫາກບໍ່ໃຊ້ແທນໜີ້ສິນ ຫລື ບໍ່ປະຕິບັດພັນທະອື່ນດ້ວຍຕົນເອງ.
ແຕ່ເຖິງຢ່າງໃດກໍຕາມການຄໍ້າປະກັນການປະຕິບັດພັນທະທັງ 2 ປະເພດ ທີ່ກ່າວມາ ນັ້ນລ້ວນແລ້ວແຕ່ກາຍເປັນໂມຄະ (ບໍ່ມີຜົນສັກສິດໃຊ້ໄດ້ໃນທາງກົດໝາຍ ) ຊຶ່ງມັນເກີດມາຈາກຫລາຍສາເຫດແຕ່ສາເຫດຕົ້ນຕໍຜູ້ຂຽນຈະຂໍໄຈ້ແຍກເປັນລາຍລະອຽດດັ່ງລຸ່ມນີ້: ການຄໍ້າປະກັນການປະຕິບັດພັນທະບໍ່ວ່າຈະເປັນຕາມກົດໝາຍ ຫລື ຕາມສັນຍາລ້ວນແຕ່ອາດຈະເປັນໂມຄະໄດ້ໃນກໍລະນີໃດໜຶ່ງເຊິ່ງ ມີ 3 ສາເຫດໃຫຍ່ເປັນຕົ້ນແມ່ນການ ຄໍ້າປະກັນທີ່ເຮັດຂຶ້ນໂດຍບໍ່ຖືກຕ້ອງຕາມ ກົດໝາຍທີ່ໄດ້ກໍານົດໄວ້, ວັດຖຸສິ່ງຂອງທີ່ເປັນຫລັກຊັບເອົາມາຄໍ້າປະກັນນັ້ນ ກໍບ່ໍແມ່ນກໍາມະສິດຂອງຜູ້ຄໍ້າປະກັນທັງບໍ່ໄດ້ຮັບການມອບສິດໃຫ້ຜູ້ກ່ຽວເປັນທີ່ຮຽບຮ້ອຍ, ການຄໍ້າປະກັນທີ່ເຮັດຂຶ້ນ ດ້ວຍການຂົ່ມຂູ່ຫລືດ້ວຍການຕົວະຍົວະຫລອກຫລວງ. ສາເຫດທີໜຶ່ງ: ການຄໍ້າປະກັນທີ່ເຮັດຂຶ້ນໂດຍບໍ່ຖືກຕ້ອງຕາມກົດໝາຍແມ່ນການຄໍ້າປະກັນທຸກຮູບການທີ່ເຮັດຂຶ້ນມາແລ້ວ ແຕ່ພັດມີເນື້ອໃນຂັດກັບກົດໝາຍວ່າດ້ວຍການຄໍ້າປະກັນການປະຕິບັດສັນຍາແຫ່ງ ສປປ ລາວ ໂດຍສະ ເພາະແມ່ນ ມາດຕາ 4 ຜູ້ຂຽນຂໍຍົກຕົວຢ່າງ: ທ້າວ ກ ພະນັກສັງກັດລັດໄດ້ປະກອບເອກະສານເພື່ອເຮັດສັນຍາກູ້ຢືມເງິນ ນໍາພະນັກງານສິນເຊື່ອຂອງທະນາຄານໂດຍ ເອົາເງິນເດືອນຂອງຕົນເປັນຫລັກຊັບຄໍ້າປະກັນ ແຕ່ວ່າຫລັງຈາກທີ່ທ້າວ ຄ ຊ່ຶງເປັນພະນັກງານສິນເຊ່ືອຂອງທະນາຄານດັ່ງກ່າວນັ້ນໄດ້ກວດສອບຢ່າງລະອຽດຖີ່ຖ້ວນຈຶ່ງພົບວ່າເອກະສານ ຂອງທ້າວກບາງລາຍການມີການຄາດ ເຄື່ອນຈາກຄວາມເປັນຈິງເຖິງແມ່ນວ່າ ຜູ້ກ່ຽຈະບໍ່ມີເຈຕະນາໃຫ້ຂໍ້ມູນເທັດ (ຕົວະ) ກໍຕາມແຕ່ວ່າການຄໍ້າປະກັນດັ່ງກ່າວນັ້ນ ບໍ່ມີຜົນບັງຄັບໃຊ້ຕາມຂໍ້ກໍານົດຂອງກົດໝາຍແຕ່ປະການໃດ.
ສາເຫດທີສອງ: ວັດຖຸສິ່ງຂອງທີ່ເປັນຫລັກຊັບເອົາມາຄໍ້າປະກັນນັ້ນ ກໍບໍ່ແມ່ນກໍາມະສິດຂອງຜູ້ຄໍ້າປະກັນທັງບໍ່ໄດ້ຮັບການມອບສິດໃຫ້ຜູ້ກ່ຽວເປັນທີ່ຮຽບຮ້ອຍກໍລະນີນີ້ພວກເຮົາ ຈະສັງເກດເຫັນງ່າຍໆເລີຍວ່າໃນເວລາເຮົາຕ້ອງການກູ້ຢືມເງິນນໍາບຸກຄົນ ຫລື ນິຕິບຸກຄົນທີ່ໃຊ້ບໍລິການທາງດ້ານການເງິນ (ທະນາຄານ, ສະຖາບັນການເງິນຈຸລະພາກ, ໂຮງຊວດຈໍາ...) ຕ້ອງມີວັດຖຸສິ່ງຂອງທີ່ເປັນຫລັກຊັບໄປຄໍ້າປະກັນ ແລະ ຫລັກຊັບດັ່ງກ່າວນັ້ນຕ້ອງອອກຊື່ເປັນກໍາມະສິດຂອງຕົນ ຫລື ຖ້າເປັນຂອງຄົນອື່ນ ກໍຕ້ອງມີເອກະສານຢັ້ງຢືນການມອບສິດຢ່າງຄັກແນ່ຕົວຢ່າງ: ທ້າວ ກ ໄດ້ເຮັດສັນຍາກູ້ຢືມເງິນນໍາທ້າວ ຂ ໂດຍໄດ້ເອົາໃບຕາດິນທີ່ອອກຊື່ເປັນກໍາມະສິດນໍາໃຊ້ ຂອງທ້າວ ຄ ແຕ່ຍັງບໍ່ທັນ ໄດ້ເຮັດໃບມອບສິດໃຫ້ທ້າວກເອົາ ມາ ເປັນຫລັກ ຊັບຄໍ້າປະກັນເພື່ອກູ້ຢືມເງິນ ເທື່ອໃນກໍລະນີນີ້ຖືວ່າເປັນໂມຄະ. ສາ ເຫດທີ ສາມ: ແມ່ນການຄໍ້າປະກັນທີ່ເຮັດ ຂຶ້ນດ້ວຍການຂົ່ມຂູ່ ຫລື ຕົວະຍົວະ ຫລອກລວງໃນກໍລະນີນີ້ແມ່ນພົບເຫັນ ຫລາຍພໍສົມຄວນຢູ່ໃນປະເທດເຮົາ ຍ້ອນວ່າຢູ່ໃນໄລຍະແຫ່ງເສດຖະກິດຕະຫລາດກໍຄືການລົງທຶນຄ້າຂາຍມີການຈັບຈ່າຍຊື້ຂາຍກັນໃນສັງຄົມຢ່າງກວ້າງຂວາງ ຜູ້ຂຽນຂໍຍົກຕົວຢ່າງ: ທ້າວ ກ ໄດ້ເຂົ້າມາເຮັດສັນຍາກູ້ຢືມເງິນນໍາທະນາຄານຂແຫ່ງໜຶ່ງ ເຊິ່ງຜູ້ກ່ຽວໄດ້ນໍາເອົາລົດລາຄາແພງທີ່ບໍ່ແມ່ນກໍາມະສິດຂອງຕົນມາເປັນຫລັກຊັບຄໍ້າປະກັນ ໂດຍໄດ້ຕົວະຍົວະຫລອກລວງ ທ້າວ ຄ ເຈົ້າຄັນດັ່ງກ່າວຕົວຈິງໃຫ້ເຮັດເອກະສານມອບສິດໃຫ້ຕົນເອງໃນກໍລະນີນີ້ນອກຈາກການຄໍ້າປະກັນຈະເປັນໂມຄະແລ້ວທ້າວ ກ ຍັງຈະມີຄວາມຮັບຜິດຊອບທາງອາຍາຕື່ມອີກດ້ວຍ.
KPL