ຂປລ
ບັນດາຄໍາສັບໃນພາສາລາວຂອງພວກເຮົາ, ມີຈໍານວນໜຶ່ງມັກພົບເຫັນການສະກົດບໍ່ຖືກຕ້ອງ ໂດຍສະເພາະຈໍາພວກທີ່ພື້ນສຽງຂອງຕົວແກນຄ້າຍຄືກັນ ແລະ ມີສະຫລະ- ຕົວສະກົດຄືກັນ.
*ບັນດາຄໍາສັບໃນພາສາລາວຂອງພວກເຮົາ, ມີຈໍານວນໜຶ່ງມັກພົບເຫັນການສະກົດບໍ່ຖືກຕ້ອງ ໂດຍສະເພາະຈໍາພວກທີ່ພື້ນສຽງຂອງຕົວແກນຄ້າຍຄືກັນ ແລະ ມີສະຫລະ-ຕົວສະກົດຄືກັນ. ບົດນີ້ ຍົກມາທົບທວນນໍາກັນ 4 ຄໍາ ຄື: ໝາກ, ມາກ, ໝາດ ແລະ ມາດ.
ຄໍາ: “ໝາກ” ເປັນຄໍານາມ ມີຫລາຍຄວາມໝາຍ ຫລື ເປັນຊື່ເອີ້ນຕ່າງກັນໄປ ເປັນຕົ້ນໝາຍເຖິງ ຊື່ໝາກໄມ້ແນວໜຶ່ງ ຕົ້ນຊື່ບໍ່ມີແກນ, ບໍ່ມີງ່າ, ເປັນພວກຕົ້ນພ້າວ, ໝາກຂອງມັນເປັນໜ່ວຍລັກສະນະມົນ ແລະ ເປັນພົ້ວ, ໃຊ້ຄ້ຽວກັບພູກັບສີສຽດ. ໝາກ ຍັງໝາຍເຖິງເຄື່ອງຫລິ້ນການພະນັນບູຮານ ເອີ້ນວ່າ ໝາກ, ມີຄໍາເຕັມເປັນຕົ້ນ ໝາກຮຸກ, ໝາກຊະກາ, ໝາກເບ້ຍ, ໝາກອີເຕົ໋າ...ຄໍາວ່າ “ໝາກ” ຍັງໝາຍເຖິງໜ່ວຍ, ຜົນ, ຜົນໄມ້ທຸກຊະນິດ ເອີ້ນໝາກ ເຊັ່ນ ໝາກມີ້, ໝາກແຕງ, ໝາກມ່ວງ, ໝາກຂາມ...ມັກເວົ້າ ແບບລວມໆວ່າໝາກໄມ້ .
ໃນພາສາລາວ ມີຄໍາວ່າໝາກ ເປັນພະຍາງໜ້າຄໍາສອງພະຍາງ, ສາມພະຍາງ ເຊິ່ງມີຄວາມໝາຍຫລາຍຢ່າງຕ່າງກັນໄປ , ໂດຍສ່ວນຫລາຍເປັນຄໍານາມ ເຊັ່ນ: ໝາກກ້າໝາຍເຖິງກ້າທີ່ບໍ່ໄດ້ຫລົກໄປດໍາ ປະໃຫ້ຖອກແກ່ເປັນເຂົ້າຢູ່ຕາກ້າ ເອີ້ນເຂົ້າໝາກກ້າ. ໝາກເກັບ ໝາຍເຖິງ ຊື່ການຫລິ້ນຂອງເດັກນ້ອຍຢ່າງໜຶ່ງ ໃຊ້ກ້ອນຫີນນ້ອຍ ຫລື ຫອຍ 7 ຫລື 9 ໂຍນຂຶ້ນແລ້ວເກັບຮັບເອົາເທື່ອລະໜ່ວຍ, ການຫລິ້ນແນວນີ້ເອີ້ນໝາກເກັບຫອຍ ກໍ່ວ່າ. ໝາກຈົກ ໝາຍເຖິງເຄື່ອງມື ສໍາລັບຂຸດ-ສັບດິນ, ເຮັດດ້ວຍເຫລັກ. ຄໍາສັບທີ່ມີຄໍາວ່າໝາກເປັນພະຍາງໜ້າ ຍັງມີຫລາຍໃນພາສາລາວ ເຊິ່ງບໍ່ອາດຍົກມາຄົບຖ້ວນໄດ້ໃນວັນນີ້.
ນອກນັ້ນ ໝາກ ຍັງຢູ່ຫລັງຂອງຄໍາສອງພະຍາງອີກເຊັ່ນ ຂັນໝາກ ດັ່ງນີ້ເປັນຕົ້ນ. ສ່ວນຄໍາ “ມາກ” ເປັນຄໍາວິເສດ ຫລື ຄຸນນາມ ໝາຍເຖິງຫລາຍ, ເປັນຕົ້ນນໍ້າມາກ ໝາຍເຖິງນໍ້າຫລາຍ(ໃຊ້ກັບນໍ້າຕາມທໍາມະຊາດ ເປັນຕົ້ນໄລຍະລະດູຝົນ ນໍ້ານອງ...) ເປັນວະລີ ກໍ່ມີໃນຄວາມໝາຍຫລາຍ ເຊັ່ນ ມາກມາຍກາຍກອງ. ຄໍານີ້ ມັກພົບການໃຊ້ຫລາຍໃນບົດປະພັນ ວັນນະຄະດີ ໂດຍສະເພາະຮ້ອຍກອງດັ່ງ “ນັບແຕ່ໃຕ້ລຸ່ມຟ້າມີມາກສັງຂະຫຍາ” (ນິທານສິນໄຊ)...
ສອງຄໍານີ້ໃຊ້ແທນກັນບໍ່ໄດ້ ເຊັ່ນວ່າຕາມຫລັກເຮົາໃຊ້ໝາກມີ້, ຖ້າຂຽນ ຫລື ພິມເປັນ ມາກມີ້ ກໍ່ບໍ່ຖືກ, ຫລື ນໍ້າມາກ ຂຽນເປັນນໍ້າໝາກກໍ່ຈະກາຍເປັນລະຄວາມໝາຍ, “ນໍ້າໝາກ” ໝາຍເຖິງ ນໍ້າລາຍທີ່ຖືກຖົ່ມ ຫລື ຄາຍອອກມາຈາກການຄ້ຽວໝາກ...ດັ່ງນີ້ເປັນຕົ້ນ.
ດ່ັງນ້ັນ ຈ່ຶງນໍາມາເພ່ືອສຶກສາ ຮ່ວມກັນຄືດັ່ງນີ້ແລ, ພໍ້ກັນໃໝ່ບົດ ຕໍ່ໄປ.
ຮິບໂຮມໂດຍ: ພະກາ
KPL