ສຳເລັດກອງປະຊຸມໃຫຍ່ສະມາຊິກພັກ ຄັງເງິນ ປະຈຳແຂວງວຽງຈັນ ຄັ້ງທີ IV

08/11/2024 11:34
Email Print 1147
ຂປລ ຂປລ. ກອງປະຊຸມໃຫຍ່ສະມາຊິກພັກຄັງເງິນ ປະຈຳແຂວງວຽງຈັນ ຄັ້ງທີ IV ຈັດຂຶ້ນ ແລະ ອັດລົງດ້ວຍຜົນສຳເລັດ ໃນວັນທີ 7 ພະຈິກ 2024 ໂດຍການເປັນປະທານຂອງ ສະຫາຍ ເພັດສະໝອນ ໄຊສະຫຍາ ຄະນະພັກຮາກຖານ,

 

       ຂປລ. ກອງປະຊຸມໃຫຍ່ສະມາຊິກພັກຄັງເງິນ ປະຈຳແຂວງວຽງຈັນ ຄັ້ງທີ IV ຈັດຂຶ້ນ ແລະ ອັດລົງດ້ວຍຜົນສຳເລັດ ໃນວັນທີ 7 ພະຈິກ 2024 ໂດຍການເປັນປະທານຂອງ ສະຫາຍ ເພັດສະໝອນ ໄຊສະຫຍາ ຄະນະພັກຮາກຖານ, ເລຂາໜ່ວຍພັກຄັງເງິນ ປະຈຳແຂວງວຽງຈັນ, ມີສະຫາຍ ສົມດີແກ້ວດາລາວິນ ຄະນະປະຈຳພັກແຂວງ, ປະທານກວດກາພັກ, ປະທານອົງການກວດກາລັດແຂວງວຽງຈັນ, ຫົວໜ້າອົງການຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫລວງ ແຂວງວຽງຈັນ, ມີສະຫາຍ ວອນ ວໍລະສານ ກຳມະການພັກແຂວງ, ເລຂາຄະນະພັກຮາກຖານ ຫົວໜ້າພະແນກການເງິນແຂວງວຽງຈັນ, ມີຄະນະຮັບຜິດຊອບກອງປະຊຸມໃຫຍ່ຂອງແຂວງ ​ແລະ ຜູ້ແທນສົມບູນ ເຂົ້າຮ່ວມ.
|    ສະຫາຍ ໄຊພອນ ໄຊທອງປານ ຮອງເລຂາໜ່ວຍພັກຄັງເງິນ ປະຈຳແຂວງວຽງຈັນ ໄດ້ຜ່ານຮ່າງບົດລາຍງານການເມືອງ ເຊິ່ງສ່ອງແສງໃຫ້ເຫັນຜົນສຳເລັດໃນການນຳພາ-ຊີ້ນຳ ຕະຫລອດໄລຍະ
5 ປີ ຜ່ານມາ ເຊິ່ງຄະນະພັກ ໄດ້ເອົາໃຈໃສ່ນຳພາສະມາຊິກພັກ ຈັດຕັ້ງຜັນຂະຫຍາຍມະຕິຂອງກອງປະຊຸມ ຄັ້ງທີ III ເປັນຕົ້ນ ໄດ້ຕັ້ງໜ້າສຶກສາອົບຮົມການເມືອງ-ແນວຄິດ, ປັບປຸງການຈັດຕັ້ງພັກໃຫ້ມີຄວາມເຂັ້ມແຂງໜັກແໜ້ນ ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ ແລະ ວຽກງານວິຊາສະເພາະ ເຮັດໃຫ້ສະ ມາຊິກພັກມີແນວຄິດອຸ່ນອ່ຽນທຸນທ່ຽງ ເອົາໃຈໃສ່ປະຕິບັດໜ້າທີ່ການເມືອງທີ່ພັກມອບໝາຍໃຫ້ ຢ່າງມີຜົນສຳເລັດ, ​ໃນ 5 ປີຜ່ານມາ (2020-2024) ໄດ້ເອົາໃຈໃສ່ແກ້ໄຂບັນຫາໜີ້ສິນໃຫ້ຫລຸດລົງໃນແຕ່ລະປີ ໂດຍສະເພາະໜີ້ລ່ວງໜ້າບັນດາໂຄງການ, ບຸກຄົນ ສາມາດເກັບຄືນໄດ້ 5,3 ຕື້ກວ່າກີບ ແລະ ໜີ້ລ່ວງໜ້າທີ່ຄຸມເຄືອແກ່ຍາວມາຫລາຍປີຂອງບັນດາເມືອງ 1,3 ຕື້ກີບ, ຄຸ້ມຄອງບັນຊີ 471 ແລະ 48 ຂອງບັນດາພະແນກການ, ກົມກອງ ທີ່ເປີດໄວ້ໃນຄັງເງິນ ມີທັງໝົດ 169 ບັນຊີ, ມີຍອດເຫລືອທັງໝົດເກືອບ 63 ຕື້ກີບ. ຂະນະ​ດຽວ​ກັນ ການຈັດຕັ້ງປະຕິບັດລາຍຮັບພູດສູນກາງ ປະຕິບັດໄດ້ 134 ຕື້ກວ່າກີບ, ລາຍຮັບທ້ອງຖິ່ນ ປະຕິບັດໄດ້ 1.430 ຕື້ກວ່າກີບ, ລາຍຮັບການດຸ່ນດ່ຽງຈາກສູນກາງ ປະຕິບັດໄດ້ 1.950 ຕື້ກວ່າກີບ. ສຳລັບລາຍຈ່າຍງົບປະມານ ປະຕິບັດໄດ້ 3.003 ຕື້ກວ່າກີບ.
    ຈາກ​ນັ້ນ, ສະຫາຍ ເພັດສະໝອນ ໄຊສະຫຍາ ໄດ້ຜ່ານຮ່າງບົດສຳຫລວດການນຳພາລວມຂອງໜ່ວຍພັກ ຕະຫລອດ​ໄລຍະ 5 ປີຜ່ານມາໄດ້ນໍາພາ-ຊີ້​ນໍາດ້ານການເມືອງ
, ນໍາພາດ້ານແນວຄິດ, ນໍາພາດ້ານການຈັດຕັ້ງ, ນໍາພາດ້ານແບບແຜນນໍາພາ ແລະ ວິທີເຮັດວຽກ ແລະ ນໍາພາດ້ານຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ ເຊິ່ງໄດ້ສຶກສາອົບຮົບການເມືອງ-ແນວຄິດ ໃຫ້ສະມາຊິກພັກມີຄວາມອຸ່ນອ່ຽນທຸນທ່ຽງ ເຊື່ອໝັ້ນຕໍ່ການນຳພາຂອງພັກ ເອົາໃຈໃສ່ປະຕິບັດໜ້າທີ່ການເມືອງຂອງຕົນມີຜົນສຳເລັດປັນກ້າວໆມາ.
     ໃນກອງປະຊຸມ, ຜູ້ແທນສົມບູນຂອງໜ່ວຍພັກດັ່ງກ່າວ ໄດ້ໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດເລືອກເອົາຄະນະໜ່ວຍພັກຊຸດໃໝ່, ມີຜູ້ສະໝັກ
5 ສະຫາຍ, ເລືອກເອົາ 3 ສະຫາຍ, ກອງປະຊຸມຄັ້ງປະຖົມມະລືກໄດ້ຕົກລົງເຫັນດີເລືອກເອົາ ສະຫາຍ ເພັດສະໝອນ ໄຊສະຫຍາ ເປັນເລຂາ, ສະຫາຍ ໄຊພອນ ໄຊທອງປານ ເປັນຮອງເລຂາ ທັງເປັນຜູ້ກວດກາ, ສະຫາຍ ນາງ ກອງມີ ສໍພາບມີໄຊ ເປັນຄະນະ ແລະ ສະຫາຍ ນາງ ຄຳພາ ພອນບຸຜາ ເປັນຜູ້ຊ່ວຍວຽກກວດກາ.

KPL

ຂ່າວອື່ນໆ

    • ລະດົມຄຳເຫັນສ້າງຄວາມເປັນເອກະພາບການນຳໃຊ້ບາງມາດຕາຂອງປະມວນກົດໝາຍອາຍາວັດທະນະທຳ-ສັງຄົມ

      ລະດົມຄຳເຫັນສ້າງຄວາມເປັນເອກະພາບການນຳໃຊ້ບາງມາດຕາຂອງປະມວນກົດໝາຍອາຍາ

      9/21/2026 9:46:10 AM

      ວັນທີ 18 ກັນຍາ 2026 ຜ່ານມາ, ອົງການໄອຍະການປະຊາຊົນສູງສຸດ ຈັດກອງປະຊຸມລະດົມຄຳເຫັນທາງດ້ານນິຕິສາດ ກ່ຽວກັບຄວາມໝາຍ ແລະ ການນຳໃຊ້ບາງບົດບັນຍັດຂອງປະມວນກົດໝາຍອາຍາ ໂດຍສຸມໃສ່ຄຳວ່າ “ຜົວ ຫຼື ເມຍ” ຕາມມາດຕາ 247 ແລະ “ງັດແງະ” ຕາມມາດຕາ 231 ວັກ 2 ຊຶ່ງໃນພາກປະຕິບັດຕົວຈິງ ຍັງມີການເຂົ້າໃຈ ແລະ ນຳໃຊ້ບໍ່ທັນເປັນເອກະພາບກັນ ໂດຍການເປັນປະທານຂອງ ທ່ານ ຄຳເພັດ ສົມວໍລະຈິດ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ພ້ອມດ້ວຍ ທ່ານສາດສະດາຈານກົດໝາຍອາວຸໂສ, ຜູ້ແທນຈາກອົງການໄອຍະການປະຊາຊົນ, ສານປະຊາຊົນ, ອົງການສືບສວນ-ສອບສວນ ເຂົ້າຮ່ວມແບບເຊິ່ງໜ້າ ແລະ ຜ່ານລະບົບທາງໄກ.

    • ກອງປະຊຸມທົບທວນ ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ປິດລົງດ້ວຍຜົນສຳເລັດວັດທະນະທຳ-ສັງຄົມ

      ກອງປະຊຸມທົບທວນ ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ປິດລົງດ້ວຍຜົນສຳເລັດ

      9/21/2026 9:41:12 AM

      ກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM) ພາຍໃຕ້ຫົວຂໍ້ “ຊຸກຍູ້ຄວາມຄືບໜ້າໃນການຈັດຕັ້ງປະຕິບັດສົນທິສັນຍາ ເພື່ອສ້າງໃຫ້ໂລກນີ້ປາສະຈາກໄພຂົ່ມຂູ່ຈາກລະເບີດລູກຫວ່ານ” ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ໃນລະຫວ່າງວັນທີ 14-18 ກັນຍາ 2026 ຢູ່ນະຄອນຫຼວງວຽງຈັນ ປິດລົງດ້ວຍຜົນສຳເລັດ ໂດຍມີຄະນະຜູ້ແທນ ຈາກ 91 ປະເທດ, ໃນນັ້ນ 74 ປະເທດພາຄີ ແລະ 17 ປະເທດສັງເກດການ ແລະ ອົງການຈັດຕັ້ງສາກົນຕ່າງໆ ທັງໝົດ 27 ອົງການ ເຂົ້າຮ່ວມ.

    • ກຳລັງ ປກຊ-ປກສ ເຂັ້ມງວດວຽກປ້ອງກັນຮັບໃຊ້ກອງປະຊຸມ 3RC-CCMວັດທະນະທຳ-ສັງຄົມ

      ກຳລັງ ປກຊ-ປກສ ເຂັ້ມງວດວຽກປ້ອງກັນຮັບໃຊ້ກອງປະຊຸມ 3RC-CCM

      9/21/2026 9:34:31 AM

      ເພື່ອປະກອບສ່ວນເຮັດໃຫ້ການດຳເນີນກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM) ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ

    • ຫາລືສ້າງແຜນຄຸ້ມຄອງສັງຄົມ ແລະ ສິ່ງແວດລ້ອມ ສະບັບທີ 5ວັດທະນະທຳ-ສັງຄົມ

      ຫາລືສ້າງແຜນຄຸ້ມຄອງສັງຄົມ ແລະ ສິ່ງແວດລ້ອມ ສະບັບທີ 5

      9/21/2026 9:15:18 AM

      ກົມປ່າໄມ້, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຈັດກອງປະຊຸມປຶກສາຫາລື ກ່ຽວກັບການສ້າງແຜນຄຸ້ມຄອງສັງຄົມ ແລະ ສິ່ງແວດລ້ອມ ສະບັບທີ 5 ສຳລັບອຸທິຍານແຫ່ງຊາດ ນາກາຍ-ນ້ຳເທີນ ຂັ້ນສູນກາງ ໃນວັນທີ 15 ກັນຍາ 2026 ໂດຍການເປັນປະທານຂອງ ທ່ານ ຄຳເຝືອ ສິຣິວົງ ຮອງຫົວໜ້າກົມປ່າໄມ້ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ລາວ-ຫວຽດນາມ ຮ່ວມມືຍົກລະດັບຄວາມຮູ້ດ້ານວິຊາສະເພາະ ໃຫ້ເຈົ້າໜ້າທີ່ພາສີວັດທະນະທຳ-ສັງຄົມ

      ລາວ-ຫວຽດນາມ ຮ່ວມມືຍົກລະດັບຄວາມຮູ້ດ້ານວິຊາສະເພາະ ໃຫ້ເຈົ້າໜ້າທີ່ພາສີ

      9/17/2026 12:52:23 PM

      ກົມພາສີ ກະຊວງການເງິນ ສປປ ລາວ ແລະ ກົມພາສີ ກະຊວງການເງິນ ສສ ຫວຽດນາມ ຈັດຝຶກອົບຮົມໃນຫົວຂໍ້ “ການກຳນົດມູນຄ່າແຈ້ງພາສີ, ການຈັດລະຫັດສິນຄ້າ ແລະ ການກຳນົດແຫຼ່ງກຳເນີດສິນຄ້າ” ໃນວັນທີ 15 ກັນຍາ 2026 ໂດຍການເປັນປະທານຂອງ ທ່ານ ພຸດທະນິກອນ ເຄນນະວົງ ຮອງຫົວໜ້າກົມພາສີ ກະຊວງການເງິນ ສປປ ລາວ, ມີວິທະຍາກອນຈາກກົມພາສີ ຫວຽດນາມ ນຳໂດຍ ທ່ານ ນາງ ໄມ ທິ ເວີນ ແອງ ຮອງຫົວໜ້າພະແນກຄຸ້ມຄອງພາສີ ແລະ ອາກອນ, ມີສຳມະນາກອນຈາກກົມພາສີ ແລະ ພາສີປະຈຳແຂວງ, ບັນດາດ່ານ ໃນຂອບເຂດທົ່ວປະເທດ ເຂົ້າຮ່ວມ.

ads
ads

Top