ສປຈີນ-ກຳປູເຈຍ ຈະສົ່ງເສີມຂອບການຮ່ວມມື ເພັດຫົກຫລ່ຽມ

11/10/2024 13:18
Email Print 810
ຂປລ ສປ ຈີນ ຈະສົ່ງເສີມຂອບການຮ່ວມມື. "ເພັດຫົກຫລ່ຽມ" ລະຫວ່າງ ສປຈີນ ແລະ ກໍາປູເຈຍ ເພື່ອຊຸກຍູ້ການສ້າງ ປະຊາຄົມ ສປຈີນ-ກຳປູເຈຍ ທີ່ມີອະນາຄົດຮ່ວມກັນ ໃນຍຸກໃຫມ່ ເພື່ອໃຫ້ຜົນ ໄດ້ຮັບເພີ່ມຂຶ້ນ ຫລັງຈາກ ທ່ານ ຫລີ ສຽງ ໄດ້ພົບປະຫາລືກັບ ທ່ານ ສົມເດັດ ມະຫາບໍວໍ ທິບໍດີ ຮຸນມະເນດ, ນາຍົກລັດຖະມົນຕີ ກຳປູເຈຍ

ຂປລ.ສຳນັກ​ຂ່າວ​ ຊິນ​ຮວາ​ຂອງ ສປຈີນ, ວັນ​ທີ 10 ຕຸລາ, ທ່ານ​ ຫລີ​ ສຽງ ນາຍົກລັດຖະມົນຕີ ສປຈີນ ​ຖະແຫລງ​ວ່າ: ສປ ຈີນ ຈະ​ສົ່ງ​ເສີມ​ຂອບ​ການ​ຮ່ວມ​ມື. "ເພັດຫົກຫລ່ຽມ" ລະຫວ່າງ ສປຈີນ ແລະ ກໍາປູເຈຍ ​ເພື່ອຊຸກຍູ້​ການ​ສ້າງ ປະຊາ​ຄົມ ສປ​ຈີນ-ກຳປູ​ເຈຍ ທີ່ມີອະນາຄົດຮ່ວມກັນ ໃນຍຸກໃຫມ່ ເພື່ອໃຫ້ຜົນ ໄດ້ຮັບເພີ່ມຂຶ້ນ ຫລັງຈາກ ທ່ານ ຫລີ ສຽງ​ ໄດ້ພົບ​ປະ​ຫາລື​ກັບ​ ທ່ານ ສົມ​ເດັດ ມະຫາບໍ​ວໍ ທິບໍດີ ​ຮຸນ​ມະ​ເນດ, ນາຍົກລັດຖະມົນຕີ ກຳປູເຈຍ ນອກຂອບກອງປະຊຸມ ຄະນະ​ຜູ້ນຳ ການຮ່ວມມື ອາຊີ ຕາເວັນອອກ(ອາຊຽນ) ຢູ່ ສປປ ລາວ.ນອກນີ້ ສປ ຈີນ​ ຈະ​ສືບ​ຕໍ່ ​ສະໜັບສະໜູນ​ ກຳປູ​ເຈຍ ​ໃນ​ການ​ສະ​ແຫວ​ງຫາ ວິທີ​ທາງ​ແຫ່ງ​ການ​ ພັດທະນາ​ ທີ່ເໝາະ​ສົມ​ ກັບ​ສະຖານະ​ການ​ ຂອງ​ປະ​ເທດ​ ແລະ ​ປົກ​ປັກ​ຮັກສາ​ ອະທິປະ​ໄຕ ​ແລະ ​ຄວາມ​ເປັນ​ອິດ​ສະລະ ​​ທາງ​ຍຸດ​ທະ​ສາດ. ສປຈີນ ​ຍິນ​ດີ​ສືບ​ຕໍ່​ພົວ​ພັນ​ມິດ​ຕະ​ພາບ ​ຈາກ​ລຸ້ນ​ສູ່​ລຸ້ນ, ເສີມ​ສ້າງ​ຄວາມ​ໄວ້​ວາງ​ໃຈ ​ຍຸດ​ທະ​ສາດ ​ແລະ​ ຊຸກຍູ້ການ​ຮ່ວມ​ມື​ ທີ່​ຕ່າງ​ຝ່າຍ ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ./.

KPL

ຂ່າວອື່ນໆ

ads
ads

Top